ທ່ານ ນາງ ບຸບຜາມະນີ ຈຸນລະມະນີ ຜູ້ຈັດການສູນການແພດອະໄລແອນສ໌ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ສູນການແພດອະໄລແອນສ໌ ສ້າງຕັ້ງຂຶ້ນເດືອນກໍລະກົດ 2011 ເປັນການຮ່ວມມືດ້ານການແພດລະຫວ່າງກຸ່ມບໍລິສັດ ນິວຈິບເຊັງ ຈຳກັດ ແລະ ກຸ່ມໂຮງໝໍວັດທະນາຢູ່ແຂວງອຸດອນ-ໜອງຄາຍ ປະເທດໄທ ທີ່ເປັນໂຮງໝໍມີປະສົບການຫຼາຍກວ່າ 40 ປີ ການສ້າງຕັ້ງສູນການແພດອະໄລແອນສ໌ຢູ່ລາວ ເພື່ອຍົກສູງການບໍລິການຂະແໜງສາທາລະນະສຸກ ແລະ ຊ່ວຍພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນ ສະກັດເງິນຕາບໍ່ໃຫ້ຮົ່ວໄຫຼອອກນອກປະເທດ ສູນປະກອບມີແພດຊ່ຽວຊານຫຼາຍຂະແໜງ ມີທັງແພດລາວ ແລະ ຕ່າງປະເທດ ເປັນຕົ້ນ ມີແພດເດັກ ຜີວໜັງ ປະສູດ ພະຍາດຍິງ ຫ້ອງສຸກເສີນບໍລິການຕະຫຼອດ 24 ຊົ່ວໂມງ.

ນັບແຕ່ເປີດບໍລິການມາ ສູນແຫ່ງນີ້ໄດ້ມີການພັດທະນາມາເລື້ອຍໆ ເພື່ອໃຫ້ໄດ້ມາດຕະຖານຂອງການປິ່ນປົວຄົນເຈັບ ເບື້ອງຕົ້ນແມ່ນບໍລິການກວດເຂດນອກຄົນເຈັບມາພົບແພດ ແລະ ຮັບຢາແລ້ວກັບບ້ານ ຈະບໍ່ທັນມີໃຫ້ຄົນເຈັບນອນປິ່ນປົວຮັກສາເທື່ອ ຜ່ານການບໍລິການເຫັນວ່າໄດ້ຮັບການຕອບຮັບຈາກສັງຄົມ ກໍຄືຜູ້ທີ່ມາໃຊ້ບໍລິການໂດຍສະເພາະຄວາມຕ້ອງການຂອງສັງຄົມ ຕໍ່ມາປີ 2016 ມີລົດສຸກເສີນບໍລິການຮັບສົ່ງຄົນເຈັບ 1 ຄັນ ແລະ ເປີດໃຫ້ມີພະແນກສຸກເສີນບໍລິການ 24 ຊົ່ວໂມງ ເປີດທຸກວັນ ປີ 2018 ໄດ້ເພີ່ມລົດສຸກເສີນຕື່ມອີກ 1 ຄັນ ເປັນຊີຊີຢູເຄື່ອນທີ່ ມີອຸປະກອນການແພດຄົບຊຸດ ແລະ ມີທີມພະຍາບານ ພ້ອມນີ້ ສູນຍັງມີແພດຍິງຄົນລາວຄົນທຳອິດ ທີ່ໄດ້ຮັບການຢັ້ງຢືນວ່າເປັນແພດທີ່ສາມາດເຄື່ອນຍ້າຍຄົນເຈັບທາງອາກາດ ດ້ວຍເຄື່ອງບິນ ນອກນີ້ ຍັງເປັນສູນທີ່ໄດ້ຮັບການແຕ່ງຕັ້ງຈາກຫຼາຍປະເທດ ໃຫ້ເປັນສູນການແພດແຫ່ງດຽວຂອງລາວ ທີ່ສາມາດກວດສຸຂະພາບຢັ້ງຢືນ ສຳລັບຂໍວິຊາໄລຍະຍາວໄປຕ່າງປະເທດ ບໍ່ວ່າຈະເປັນນັກຮຽນ ຍົກຍ້າຍໄປຢູ່ຕ່າງປະເທດ ຜົວເມຍທີ່ຄົນລາວແຕ່ງງານກັບຕ່າງປະເທດ ແລະ ອື່ນໆທີ່ສະຖານທູດປະຈຳປະເທດນັ້ນ ຮັບຮູ້ຜົນການກວດສຸຂະພາບ ຈະມີປະເທດອົດສະຕຣາລີ ການາດາ ນູແວນເຊລັງ ອາເມຣິກາ ແລະ ປະເທດອື່ນໆ ປັດຈຸບັນ ສູນປະກອບມີພະແນກກວດເຂດນອກ ພະແນກລັງສີສ່ອງໄຟຟ້າ ເອໂກ ຫ້ອງວິເຄາະ ຄວາມສາມາດໃນການກວດທຽບກັບໂຮງໝໍນ້ອຍ ພະແນກກວດສຸຂະພາບສະເພາະ ເປັນຕົ້ນກວດສຸຂະພາບຂໍວິຊາ ກວດສຸຂະພາບປະຈຳປີສຳລັບບຸກຄົນທົ່ວໄປ ແລະ ກຸ່ມບໍລິສັດບໍລິການກວດຢູ່ພາຍໃນ ແລະ ນອກສະຖານທີ່ໄກສຸດແຂວງອ້ອມຂ້າງ ແລະ ກວດສຸຂະພາບກ່ອນເຂົ້າເຮັດວຽກ ມີພະນັກງານແພດ 15 ຄົນ ມີແພດຄົນລາວ ຝຣັ່ງ ໄທ ໄຕ້ຫວັນ ແລະ ອາເມຣິກາ ແຕ່ລະຄົນຈະຊ່ຽວຊານສະເພາະດ້ານຂອງໃຜລາວ ແຕ່ອັນເດັ່ນເປັນພິເສດຂອງສູນ ແມ່ນປິ່ນປົວຄົນເຈັບເດັກນ້ອຍ ແລະ ສຸກເສີນ ເປັນຕົ້ນຄົນເຈັບຍ້ອນອຸບັດເຫດຕ່າງໆ ທີ່ໄດ້ຜົນຕອບຮັບເປັນຢ່າງດີ.

ທ່ານ ນາງ ບຸບຜາມະນີ ຈຸນລະມະນີ ຍັງໃຫ້ຮູ້ຕື່ມວ່າ: ໃນອະນາຄົດ 2-3 ປີຂ້າງໜ້າ ມີແຜນຂະຫຍາຍເປັນໂຮງໝໍຂະໜ້ອຍຫາຂະໜາດກາງ 40-50 ຕຽງນອນ ປັດຈຸບັນກຳລັງວາງແຜນ ໂດຍຈະເອົາສະຖານທີ່ດ້ານຫຼັງຂອງສູນເປັນສະຖານທີ່ຕັ້ງໂຮງໝໍ ຍົກລະດັບໃຫ້ແພດໝໍ ແລະ ນຳເຂົ້າອຸປະກອນການແພດທີ່ສະໄໝຄົບຊຸດເຂົ້າມາໃຊ້ ໂອກາດນີ້ ຂໍຂອບໃຈມາຍັງພາກລັດ ກໍຄືກະຊວງສາທາລະນະສຸກ ທີ່ໃຫ້ສະໜັບສະໜູນຊ່ວຍເຫຼືອມາຕະຫຼອດ ແລະ ຖືໂອກາດນີ້ແນະນຳມາຍັງປະຊາຊົນລາວ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ເວລາເຈັບເປັນກໍມາທົດລອງບໍລິການປິ່ນປົວຢູ່ສູນແຫ່ງນີ້ ຖ້າຫຼີກລ່ຽງໄດ້ ກໍໃຫ້ຫຼຸດຜ່ອນການໄປປິ່ນປົວຢູ່ຕ່າງປະເທດ ເພາະວ່າຢູ່ປະເທດເຮົາ ກໍມີຫຼາຍຢ່າງສາມາດປິ່ນປົວໄປເຊັ່ນດຽວກັນ.