ຊຸດເຝິກອົບຮົມມາດຕະຖານກະສີກຳທີ່ດີ ໃຫ້ກຸ່ມຜະລິດກະເຟໃຫ້ຊາວກະສິກອນ 6 ບ້ານເມືອງທ່າແຕງ ແຂວງເຊກອງ ຈັດຂຶ້ນວັນທີ 20-22 ກໍລະກົດ 2020 ຢູ່ບ້ານກົກພຸງເໜືອ ໂດຍມີທ່ານ ເສີມສີ ສຸລິຕະ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງເຊກອງ ທ່ານນາງ ບົວບານ ໄຊຍະສານ ຮອງຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າແຕງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານນາງ ສົມເພັດ ສຸກກະເສີມ ຮອງຫົວໜ້າຂະແໜງປູກຝັງ ຜູ້ປະສານງານໂຄງການຄຣີນແຂວງເຊກອງ ກ່າວວ່າ: ຊຸດເຝິກອົບຮົມຄັ້ງນີ້ ແບ່ງເປັນພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໃນນີ້ພາກທິດສະດີໄດ້ລົງເລິກກ່ຽວກັບມາດຕະຖານກະສິກຳທີ່ດີ ຄວາມປອດໄພ ແລະ ແນະນຳກ່ຽວກັບການປະຕິບັດກະ ສິກຳທີ່ດີສຳລັບການປູກກາເຟ ເຕັກນິກການປູກກາເຟ ການເກັບກ່ຽວ ແລະ ການເຄື່ອນຍ້າຍກາເຟ ສ່ວນພາກປະຕິບັດຕົວຈິງໄດ້ລົງສຳຫຼວດຟື້ນທີ່ສວນປູກຂອງສະມາຊິກກຸ່ມ ຜ່ານການອົບຮົມສາມາດປະເມີນຄວາມຮັບຮູ້ຂອງສຳມະນາກອນໄດ້ 90% ສຳລັບເປົ້າໝາຍການອົບຮົມມາດຕະຖານກະສິກຳທີ່ດີ ໃຫ້ກຸ່ມຜະລິດກະເຟຢູ່ເມືອງທ່າແຕງ ມີ 12 ບ້ານ ມີຜູ້ເຂົ້າຮ່ວມ 319 ຄົນ ສຳເລັດແລ້ວ 6 ບ້ານ ໄດ້ຮັບໃບຢັ້ງ ຢືນ 107 ຄົນ ຍິງ 14 ຄົນ ແລະ ຈະສືບຕໍ່ 6 ບ້ານ ຄາດວ່າຈະໃຫ້ສຳເລັດຕົ້ນເດືອນສິງຫາ 2020 ນີ້.
ທ່ານຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງເຊກອງ ໄດ້ສະແດງຄວາມຊົມເຊີຍຜົນ ສຳເລັດຂອງການເຝິກອົບຮົມຄັ້ງນີ້ ແລະ ຮຽກຮ້ອງໃຫ້ສຳມະນາກອນ ນຳເອົາບົດຮຽນໃນການເຝິກອົບຮົມຄັ້ງນີ້ ໄປນຳໃຊ້ໃນວຽກງານການຜະລິດກະເຟຢູ່ໃນຄອບຄົວຂອງຕົນ ໃຫ້ໄດ້ຮັບປະສິດທິຜົນສູງ ສາມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດ ແລະ ສາມາດຜະລິດເປັນສິນຄ້າສົ່ງອອກ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບສູງຂຶ້ນ.