ຈັນທະບູລີ ເນັ້ນໃຫ້ປະຊາຊົນສຸມໃສ່ ທຳລາຍແຫຼ່ງເພາະພັນໜອນຍຸງ

ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ​ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຈັດ​ກອງ​ປະ­ຊຸມ​ສະ­ຫຼຸບ​ຖອດ​ຖອນ​ບົດ­ຮຽນ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ​ໄຂ້­ຍຸງ​ລາຍ​ປະ­ຈຳ​ປີ 2019 ແລະ ແຜນ​ປະ­ຈຳ​ປີ 2020 ແລະ ສັບ​ປະ­ດັບ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄຂ້­ຍຸງ​ລາຍ​ໂດຍ​ການ​ປ່ອຍ​ປາ​ຫາງ​ນົກ​ຍຸງ​ເພື່ອ​ກິນ​ໜອນ​ນ້ຳ​ຂຶ້ນ​ວັນ​ທີ 30 ມິ­ຖຸ­ນາ 2020…

ຫາລືການຮັບມືຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຄວາມທຸກຍາກຊົນນະບົດ

   ກອງປະຊຸມປຶກສາສາຫາລືການຮັບມືຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຄວາມທຸກຍາກຊົນນະບົດ ຈັດຂຶ້ນວັນທີ 30 ມີຖຸນາ 2020 ທີ່ຫ້ອງປະຊຸມກົມພັດທະນາຊົນນະບົດ ແລະ ສະຫະກອນ ເປັນປະທານ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ…

ລັດຖະບານ ຜ່ອນຜັນບາງມາດຕະການຕື່ມເປັນການຊົ່ວຄາວໃນໄລຍະແຕ່ວັນທີ 1-31 ກໍລະກົດ 2020

    ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ການຖະແຫຼງຂ່າວໃນວັນທີ 30 ມິຖຸນາ 2020 ໃຫ້ຮູວ່າ: ຜ່ານການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນໃນໄລຍະຜ່ານມາ ພວກເຮົາສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ…

ຫົວເຫວີຍ ຈັດຢູ່ອັນດັບ 6 ໃນບັນດາບໍລິສັດທີ່ມີນະວັດຕະກໍາສູງສຸດຂອງໂລກ

    ຫົວເຫວີຍ ບໍລິສັດທີ່ສະໜອງໂຄງສ້າງພື້ນຖານດ້ານ ICT ຊັ້ນນໍາລະດັບໂລກ ຖືກຈັດຢູ່ອັນດັບທີ 6 ໃນລາຍຊື່ຫຼ້າສຸດຂອງ BCG ສໍາລັບ 50 ບໍລິສັດທີ່ມີນະວັດຕະກໍາສູງສຸດຂອງໂລກ ປີ 2020 ເຊິ່ງໄດ້ຫຍັບຂຶ້ນຈາກອັນດັບເກົ່າເຖິງ 42…

ສສຊ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍພາສີ

    ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 29 ມິຖຸນາ 2020 ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງການສະເໜີຮ່າງກົດໝາຍວ່າດ້ວຍພາສີຈາກທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ…

ມອບສິດນໍາໃຊ້ທີ່ດິນໃຫ້ປະຊາຊົນບ້ານເວີນແທ່ນ-ບ້ານທ່າຈໍາປາ

    ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດພິທີມອບໃບຕາດິນໃຫ້ປະຊາຊົນບ້ານເວີນແທ່ນ ແລະ ບ້ານທ່າຈໍາປາ ຂຶ້ນວັນທີ 25 ມິຖຸນາ 2020 ຢູ່ວັດບ້ານເວີນແທ່ນ ໂດຍມີທ່ານ ຄຳປະດິດ ເຂັມມານິດ ເຈົ້າ ເມືອງໄຊທານີ…

ມີຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍເພີ່ມຂຶ້ນອີກເປັນ 6 ຄົນ

    ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກ ເປັນພະຍາດໜຶ່ງທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນໃນແຕ່ລະປີ ສະເພາະປີ 2020 ເປັນອີກປີໜຶ່ງທີ່ພະຍາດດັ່ງກ່າວອາດຈະແຜ່ລະບາດເປັນວົງກວ້າງ ໄດ້ສະແດງອອກຈາກຕົວເລກສະສົມຂອງຄົນເຈັບພະຍາດໄຂ້ເລືອດອອກ ມາຮອດປັດຈຸບັນມີສູງເຖິງ 2.223 ກໍລະນີ ເສຍຊີວິດ 6 ຄົນ ເພື່ອປ້ອງກັນບໍ່ໃຫ້ເພີ່ມສູງຂຶ້ນນັ້ນ…

ປູກຜັກປອດສານພິດເປັນສິນຄ້າ ສ້າງລາຍຮັບ 100 ລ້ານກີບຕໍ່ປີ

   ກຸ່ມກະສິກໍາອິນຊີບ້ານຊາຍຟອງເໜືອ ໄດ້ຮັບການປຸກລະດົມຂົນຂວາຍ ແລະ ຊຸກຍູ້ຊ່ວຍເຫຼືອຈາກຂັ້ນເທິງ ກໍຄືພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ປີ 2011 ເພື່ອໃຫ້ຫັນຈາກການປູກແບບໃຊ້ສານເຄມີ ມາເປັນຜະລິດຕະພັນຜັກປອດສານພິດ ແລະ ມີການສ້າງຕັ້ງກຸ່ມຂຶ້ນມາຢ່າງເປັນທາງການໃນປີ 2012 ເບື້ອງຕົ້ນມີສະມາຊິກພຽງ…

ລ້ານ​ຊ້າງມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ສະຫຼອງ​ຂີດ​ໝາຍ​ຍຸກ​ໃໝ່ແຫ່ງ​ການຜະ​ລິດ​ຄຳ

    ບໍ​ລິ​ສັດ ລ້ານ​ຊ້າງມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ບໍ່​ຄຳ-ທອງ​ເຊ​ໂປນ ​ສະ​ເຫຼີມ​ສະຫຼອງ​ການຫຼອມ​ຄຳ​ແທ່ງ​ທຳ​ອິດ​ ເປັນ​ຂີດ​ໝາຍ “ຍຸກ​ໃໝ່​ແຫ່ງ​ການ​ຜະ​ລິດ​ຄຳ” ຂອງ​ໂຄງ​ການ​ຄຳ-ທອງ​ເຊ​ໂປນ ທີ່ເມືອງວິ​ລະ​ບູ​ລີ ແຂວງ​ສະ​ຫວັນ​ນະ​ເຂດ​ ເຊິ່ງການ​ກັບ​ຄືນ​ມາ​ຜະ​ລິດ​ຄຳ ຈະ​ຢືດ​ອາ​ຍຸ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ຂອງ​ໂຄ​ງການ​ຄຳ-ທອງ​ເຊ​ໂປນໄປ​ອີກ​ຢ່າງ​ຕ່ຳ 10 ປີ…

error: Content is protected !!