ສື່ທົ່ວປະເທດ ຮຽນຮູ້ກ່ຽວກັບການປົກປ້ອງເດັກ ຄົນລາວຮຸ່ນໃໝ່ປ້ອງກັນ COVID-19

    ສື່ມວນຊົນ Online ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມກອງປະຊຸມປະຈໍາປີ ວຽກງານສື່ມວນຊົນທົ່ວປະເທດ ກ່ຽວກັບການປົກປ້ອງເດັັກນ້ອຍຄົນລາວຮຸ່ນໃໝ່ປີ 2030 ແລະ ປ້ອງກັນ COVID-19 ແນໃສ່ເພື່ອປະກອບສ່ວນໃນການໂຄສະນາຂໍ້ມູນຂ່າວສານ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບປະສິດທິຜົນ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນການມີສ່ວນຮ່ວມຂອງສື່ມວນຊົນລາວ ໃນການປະຕິບັດສິດທິເດັກໃນປີຜ່ານມາ  ໂດຍສະເພາະແມ່ນການມີສ່ວນຮ່ວມຂອງສື່ ໃນການໂຄສະນາປ້ອງກັນການລະບາດຂອງພະຍາດ COVID-19 ພ້ອມນັ້ນ ເພື່ອເປັນການສ້າງແຜນການໂຄສະນາສິດທິເດັກໃນຕໍ່ໜ້າ ໂດຍສະເພາະແມ່ນການໂຄສະນາແຜນງານສ້າງຄົນຮຸ່ນໃໝ່ຂອງລາວປີ 2030 ຫຼື Lao Generation 2030 ແລະ ບັນລຸເປົ້າໝາຍເພື່ອການພັດທະນາແບບຍືນຍົງ  ຕໍ່ການບັນລຸຄວາມໝາຍໝັ້ນຕໍ່ດ້ານການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ທີ່ໄດ້ໃຫ້ຄວາມໝາຍໝັ້ນໃນປີ 2019.

    ພ້ອມນັ້ນ ຍັງຈະໄດ້ໃຫ້ຄວາມຮູ້ກ່ຽວກັບວຽກງານເດັກ ການປະກອບສ່ວນໃນການໂຄສະນາໃຫ້ແກ່ວຽກງານສ້າງແຜນໄວໜຸ່ມລາວປີ 2030 ວຽກງານປົກປ້ອງເດັກ ວຽກງານຕ້ານ ແລະ ແກ້ໄຂການລະບາດຂອງ COVID-19 ການກຽມຄວາມພ້ອມຂອງສື່ມວນຊົນເພື່ອຮັບມືກັບສະພາບອາດເກີດມີການລະບາດຮອບໃໝ່ຂອງ COVID-19 ແລະ ຍັງຈະໄດ້ປຶກສາຫາລືປັບປຸງຮູບແບບ ແລະ ເນື້ອໃນຂອງນັກຂ່າວເພຈ Media Laos ແລະ ຮຽນຮູ້ເຖິງສະພາບການຄຸ້ມຄອງສື່ມວນຊົນໃນປັດຈຸບັນ ແລະ ຕໍ່ໜ້າ.

    ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມືລະຫວ່າງກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ອົງການອຸຍນີເຊັບ ພະແນກຖະແຫຼງຂ່າວ ວັດທະນະທໍາ-ທ່ອງທ່ຽວແຂວງອຸດົມໄຊ ຈັດກອງປະຊຸມປະຈໍາປີ ວຽກງານສື່ມວນຊົນທົ່ວປະເທດ ກ່ຽວກັບການປົກປ້ອງເດັັກນ້ອຍຄົນລາວຮຸ່ນໃໝ່ປີ 2030 ແລະ ປ້ອງກັນ COVID-19 ຂຶ້ນທີ່ແຂວງອຸດົມໄຊ ໃນລະຫວ່າງວັນທີ 29-31 ກໍລະກົດ 2020 ໂດຍການເປັນປະທານຮ່ວມຂອ ທ່ານ ສົມສະຫວາດ ພົງສາ ຮອງຫົວໜ້າກົມສື່ມວນຊົນ ທ່ານ ຕະບອງເພັດ ພຸດຕະວົງ ວ່າການຫົວໜ້າໂຄສະນາ-ສື່ສານມວນຊົນ ອົງການອຸຍນີເຊັບ ປະຈໍາລາວ ທ່ານ ມະຫາໄຊ ເກດບຸນພັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ-ທ່ອງທ່ຽວ ແຂວງອຸດົມໄຊ ເຊິ່ງມີນັກວິທະຍາກອນຈາກພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນລາວໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

# ຂ່າວ & ພາບ: ສຸລິໂຍ

error: Content is protected !!