ຄ້າຂາຍຢາເສບຕິດຖືກສານຕັດສິນ ຈຳຄຸກຕະຫຼອດຊີວິດ

ອີງ​ຕາມ​ຂໍ້​ມູນ​ຂອງ​ເພຈ​ຂ່າວ­ສານ ປກສ ໃຫ້​ຮູ້​ວ່າ: ວັນ​ທີ 16 ກໍ­ລະ­ກົດ 2020 ຄະ­ນະ​ສານ​ອາ­ຍາ​ສານ​ປະ­ຊາ­ຊົນ​ຂັ້ນ​ຕົ້ນ ນະ­ຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ຕັດ­ສິນ​ຈຳ​ຄຸກ​ຕະ­ຫຼອດ​ຊີ­ວິດ​ຈຳ­ເລີຍ​ຄະ­ດີ​ຄ້າ­ຂາຍ​ຢາ​ເສບ​ຕິດ​ປະ­ເພດ​ຢາ​ບ້າ ແລະ ຢາ​ໄອ​ສ ຕາມ​ຄຳ​ສັ່ງ​ຟ້ອງ​ຂອງ​ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ ພ້ອມ​ປັບ​ໃໝ​ເງິນ 500 ລ້ານ​ກີບ.

ຈາກ​ສຳ­ນວນ​ຄະ­ດີ ຈຳ­ເລີຍ​ຊື່​ທ້າວ ພອນ​ຜາ​ສຸກ ຫຼື ພຸ ອາ­ຍຸ 56 ປີ ພັກ​ເຊົ່າ​ຢູ່​ບ້ານ​ນາ​ຄູນ ເມືອງ​ນາ​ຊາຍ​ທອງ ນວ ຖືກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ກັກ​ຕົວ​ມາ​ດຳ­ເນີນ​ຄະ­ດີ​ວັນ​ທີ 6 ມີ­ນາ 2019 ພ້ອມ​ຢາ​ບ້າ 900 ເມັດ ແລະ ຢາ​ໄອ​ສ 1 ຫຼອດ​ນ້ອຍ ກ່ອນ​ທີ່​ຈຳ­ເລີຍ​ຈະ​ຖືກ​ຈັບ​ນັ້ນ​ຈຳ­ເລີຍ​ໄດ້​ເຄື່ອນ​ໄຫວ​ເສບ ແລະ ຊື້-ຂາຍ​ຢາ​ບ້າ​ມາ​ແຕ່​ຕົ້ນ​ປີ 2012 ໂດຍ​ຊື້​ຢາ​ບ້າ​ນຳ​ທ້າວ ສິງ ບໍ່​ຮູ້​ບ້ານ​ຢູ່ ຊື້​ຄັ້ງ​ລະ 10-15 ມັດ (ມັດ​ລະ 2.000 ເມັດ) ແລະ ຊື້​ນຳ​ທ້າວ ສົມ­ບັດ ຢູ່​ບ້ານ​ນາ​ຄູນ ຊື້​ນຳ​ທ້າວ ອະ­ນຸ​ໄຊ ຢູ່​ບ້ານ​ນາ​ສ້ຽວ ເມືອງ​ນາ​ຊາຍ​ທອງ ຄັ້ງ​ລະ 1-3 ມັດ ແລະ ຜ່ານ​ມາ​ເຄີຍ​ຊື້​ຫຼາຍ​ຄັ້ງ​ຈົນ​ບໍ່​ສາ­ມາດ​ຈື່​ຈຳ­ນວນ​ຄັ້ງ​ໄດ້ ມາ​ຮອດ​ເດືອນ​ພຶດ­ສະ­ພາ 2018 ມີ​ຄົນ​ໂທລະ­ສັບ​ສັ່ງ​ຊື້​ຢາ​ບ້າ 1 ມັດ  ຈາກ​ນັ້ນ​ຈຳ­ເລີຍ​ໄດ້​ຈ້າງ​ຄົນ​ເອົາ​ຢາ​ບ້າ​ໄປ​ສົ່ງ​ໃຫ້​ຜູ້​ສັ່ງ​ຊື້  ແຕ່​ພວກ​ກ່ຽວ​ທັງ​ສອງ​ຄົນ​ຖືກ​ເຈົ້າ​ໜ້າ­ທີ່ ປກສ ຈັບ​ຕົວ​ພ້ອມ​ຂອງ​ກາງ ພາຍ­ຫຼັງ​ທີ່​ຈຳ­ເລີຍ​ຮູ້​ວ່າ​ຜູ້​ທີ່​ໃຫ້ ໄປ​ສົ່ງ​ທັງ​ສອງ​ຖືກ​ຈັບ ໄດ້​ພາ​ເມຍ​ຊື່​ນາງ ໝູນ ໜີ​ອອກ​ຈາກ​ເຮືອນ​ເຊົ່າ​ຢູ່​ບ້ານ​ຊຽງ​ດາ ເມືອງ​ໄຊ​ເສດ​ຖາ ໄປ​ເຊົ່າ​ຫ້ອງ​ແຖວ​ຢູ່​ບ້ານ​ດົງ​ຊ້າງ​ຫີນ ເມືອງ​ໄຊ​ທາ­ນີ ໃນ​ມື້​ດັ່ງ­ກ່າວ​ນັ້ນ​ເຈົ້າ​ໜ້າ­ທີ່​ໄດ້​ເຂົ້າ​ກວດ​ຄົ້ນ​ເຮືອນ​ເຊົ່າ​ທີ່​ຈຳ­ເລີຍ​ເຊົ່າ​ຢູ່​ບ້ານ​ຊຽງ​ດາ​ພົບ​ຢາ​ບ້າ 13 ຖົງ ລວມ​ມີ​ຢາ​ບ້າ 2.233 ເມັດ ແລະ ຢາ​ໄອ​ສ 4 ຫຼອດ​ນ້ອຍ.

ພາຍ­ຫຼັງ​ທີ່​ຈຳ­ເລີຍ​ໜີ​ມາ​ເຊົ່າ​ຫ້ອງ​ແຖວ​ຢູ່​ເຂດ​ບ້ານ​ດົງ​ຊ້າງ​ຫີນ​ຍັງ​ສືບ­ຕໍ່​ເຄື່ອນ​ໄຫວ​ຄ້າ­ຂາຍ​ຢາ​ເສບ​ຕິດ ໂດຍ​ຕິດ­ຕໍ່​ພົວ­ພັນ​ໄດ້​ຊື້​ຢາ​ບ້າ​ນຳ​ທ້າວ ທອງ​ເພັດ ບໍ່​ຮູ້​ທີ່­ຢູ່ ຊື້​ຄັ້ງ​ລະ 2 ມັດ ຜ່ານ​ມາ​ຊື້​ຈຳ­ນວນ​ຫຼາຍ​ຄັ້ງ ໃນ​ໄລ­ຍະ​ນີ້​ຈຳ­ເລີຍ​ໄດ້​ຜິດ​ຖຽງ​ກັບ​ເມຍ​ແລ້ວ​ໜີ​ອອກ​ຈາກ​ຫ້ອງ​ເຊົ່າ ມາ​ຮອດ​ວັນ​ທີ 13 ກໍ­ລະ­ກົດ 2018 ເຈົ້າ​ໜ້າ­ທີ່ ປກສ ໄດ້​ເຂົ້າ​ກວດ​ຄົ້ນ​ຫ້ອງ​ເຊົ່າ​ນາງ ໝູນ (ເມຍ​ຂອງ​ຈຳ­ເລີຍ) ພົບ​ຢາ​ບ້າ 1 ມັດ​ກັບ 5 ຖົງ ລວມ​ມີ​ຢາ​ບ້າ 3.000 ເມັດ ແມ່ນ​ຂອງ​ຈຳ­ເລີຍ​ຊື້​ມາ​ໄວ້​ຂາຍ​ກ່ອນ​ທີ່​ທັງ​ສອງ​ຈະ​ມີ​ການ​ຜິດ​ຖຽງ​ກັນ ແລະ ຍັງ​ໄດ້​ພົບ​ປື້ມ​ບັນ­ທຶກ​ທີ່​ບຸກ­ຄົນ​ຕິດ​ໜີ້​ຄ່າ​ຢາ​ບ້າ​ປະ­ມານ 10 ກວ່າ​ຄົນ ພາຍ­ຫຼັງ​ທີ່​ຈຳ­ເລີຍ​ຜິດ​ຖຽງ​ກັບ​ເມຍ​ກໍ​ໜີ​ໄປ​ເຊົ່າ​ຫ້ອງ​ແຖວ​ຢູ່​ເຂດ​ບ້ານ​ນາ​ຄູນ ແລະ ໄດ້​ຊື້​ຢາ​ບ້າ​ນຳ​ທ້າວ ສົມ­ບັດ ບໍ່​ຮູ້​ທີ່­ຢູ່​ຈຳ­ນວນ 2 ຄັ້ງ ຄັ້ງ​ລະ 5 ຖົງ (ຖົງ​ລະ 200 ເມັດ) ມາ​ຮອດ​ວັນ​ທີ 6 ມີ­ນາ 2019 ຖືກ​ເຈົ້າ​ໜ້າ­ທີ່ ປກສ ຈັບ​ຕົວ​ພ້ອມ​ຢາ​ບ້າ 900 ເມັດ ແລະ ຢາ​ໄອ​ສ 1 ຫຼອດ​ນ້ອຍ.

ດ້ວຍ​ເຫດ­ຜົນ ແລະ ຫຼັກ​ຖານ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ​ມີ​ຂໍ້​ມູນ​ໜັກ​ແໜ້ນ ແລະ ພຽງ­ພໍ​ໃນ​ການ​ຢັ້ງ­ຢືນ​ວ່າ​ທ້າວ ພອນ​ຜາ​ສຸກ ຫຼື ພຸ ເປັນ​ຜູ້​ກະ­ທຳ​ຜິດ​ຕາມ​ຂໍ້​ກ່າວ​ຫາ​ແທ້ ສະ­ນັ້ນ ຄະ­ນະ​ສານ​ອາ­ຍາ​ສານ​ປະ­ຊາ­ຊົນ​ຂັ້ນ​ຕົ້ນ ນວ ຈຶ່ງ​ໄດ້​ພິ­ຈາ­ລະ­ນາ​ຕັດ­ສິນ​ຈຳ​ຄຸກ​ຕະ­ຫຼອດ​ຊີ­ວິດ ພ້ອມ​ປັບ​ໃໝ 500 ລ້ານ​ກີບ ສ່ວນ​ຜູ້​ພົວ­ພັນ​ກັບ​ຈຳ­ເລີຍ​ນັ້ນ​ປັດ­ຈຸ­ບັນ​ຖືກ​ເຈົ້າ​ໜ້າ­ທີ່ ປກສ ນຳ​ຕົວ​ມາ​ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ​ແລ້ວ.

error: Content is protected !!