ເວລາປະມານ 9 ໂມງ ວັນທີ 29 ກໍລະກົດ 2020 ມີອຸບັດເຫດລົດໃຫຍ່ກັບລົດຈັກຕຳກັນຢູ່ເສັ້ນທາງໂນນຄໍ້-ນາຄວາຍ ຈຸດເກີດເຫດຢູ່ຕໍ່ໜ້າຕະຫຼາດຄຳສະຫວາດ ບ້ານຄຳສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຜູ້ຂັບຂີ່ລົດຈັກໄດ້ຮັບບາດເຈັບເລັກໜ້ອຍ ດັ່ງນັ້ນ ຜູ້ຂັບຂີ່ຈົ່ງມີສະຕິ ແລະ ເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຕົວເຮົາເອງ.

