ວາງສະແດງລົດ ແລະ ອຸປະກອນຕົບແຕ່ງລົດ

ງານ​ວາງ­ສະ­ແດງ​ລົດ ແລະ ອຸ­ປະ­ກອນ​ຕົບ­ແຕ່ງ​ລົດ (Vientiane Center Motor Show 2020) ຈັດ​ຂຶ້ນ​ວັນ​ທີ 25 ກໍ­ລະ­ກົດ – 2 ສິງ­ຫາ 2020 ພາຍ​ໃຕ້​ຫົວ­ຂໍ້ ທ່ອງ​ທ່ຽວ​ປອດ​ໄພ ໃສ່­ໃຈ​ສິ່ງ­ແວ­ດລ້ອມ ທີ່​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ນະ­ຄອນ ຫຼວງ​ວຽງ​ຈັນ ມີ​ທ່ານ ວຽງ​ມະ­ນີ ຢົງ​ລໍ້​ຢ່າງ ຮອງ​ຫົວ­ໜ້າ​ພະ​ແນກ​ສົ່ງ­ເສີມ​ການ​ຕະ­ຫຼາດ ກົມ​ສົ່ງ­ເສີມ​ການ​ຄ້າ ກະ­ຊວງ​ອຸດ​ສາ ຫະ​ກຳ ແລະ ການ​ຄ້າ ທ່ານ Peng Teng ຫົວ­ໜ້າ​ຄະ­ນະ​ບໍ­ລິ­ຫານ​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ແລະ ຕຶກ​ສຳ­ນັກ­ງານ ທ່ານ​ນາງ ນວນ​ສີ ມະ​ຫັດ​ທະ­ນະ​ວິ​ໂຣດ ຮອງ​ຜູ້­ອຳ­ນວຍ­ການ​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ບັນ­ດາ​ຜູ້​ບໍ­ລິ­ຫານ​ບໍ­ລິ­ສັດ ຕົວ​ແທນ​ຈຳ­ໜ່າຍ​ພາ­ຫະ­ນະ​ຈາກ​ພາກ­ສ່ວນ​ຕ່າງໆ ລວມ​ທັງ​ຄະ­ນະ​ຜູ້​ບໍ­ລິ­ຫານ​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ແລະ ແຂກ​ຖືກ​ເຊິນ​ເຂົ້າ​ຮ່ວມ.

ທ່ານ​ນາງ ນວນ​ສີ ມະ​ຫັດ​ທະ­ນະ​ວິ​ໂຣດ ໄດ້​ກ່າວ​ວ່າ: ງານ Vientiane Center Motor Show ເປັນ​ງານ​ປະ­ຈຳ​ປີ​ຂອງ​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ເຊິ່ງ​ປີ​ນີ້​ກໍ​ໄດ້​ຈັດ​ຂື້ນ​ເປັນ​ປີ​ທີ 4 ແລ້ວ ໂດຍ​ງານ​ດັ່ງ­ກ່າວ​ນີ້ ຈັດ​ຂຶ້ນ​ເພື່ອ​ວາງ­ສະ­ແດງ​ລົດ ແລະ ອຸ­ປະ­ກອນ​ຕົບ­ແຕ່ງ​ລົດ ໃຫ້​ຄວາມ​ຮູ້​ກ່ຽວ​ກັບ​ປະ­ກັນ​ໄພ ແລະ ການ​ຂັບ​ຂີ່ ເພື່ອ​ເປັນ​ການ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ໃນ​ການ​ຊົມ­ໃຊ້​ໃຫ້​ແກ່​ລູກ​ຄ້າ ເຊິ່ງ​ເປັນ​ອີກ​ທາງ​ເລືອກ​ໜຶ່ງ​ໃນ​ການ​ຕັດ­ສິນ​ໃຈ​ຊື້​ພາ­ຫະ­ນະ​ທີ່​ມີ​ຄຸນ​ນະ​ພາບ ແລະ ເໝາະ​ສົມ​ຕາມ​ຄວາມ​ຕ້ອງ­ການ ພ້ອມ​ທັງ​ມີ​ລາຍ­ການ​ພິ­ເສດ​ຫຼາຍ​ຢ່າງ​ຈາກ​ບໍ­ລິ­ສັດ​ຕົວ​ແທນ​ຈຳ­ໜ່າຍ​ລົດ​ທີ່​ເຂົ້າ​ຮ່ວມ ກຽມ​ມາ​ເພື່ອ​ງານ​ຄັ້ງ​ນີ້​ໂດຍ​ສະ­ເພາະ ບັນ­ດາ​ບໍ­ລິ­ສັດ​ຕົວ​ແທນ​ຈຳ­ໜ່າຍ​ພາ­ຫະ­ນະ​ຊັ້ນ​ແນວ​ໜ້າ ແລະ ຜູ້​ສະ­ໜັບ­ສະ­ໜູນ​ໃນ​ງານ​ຄັ້ງ​ນີ້ ມີ: ບີ​ວາຍ​ດີ ບີ​ບີ ໂອ​ໂຕ ຊ໊ອບ ອີ​ລິດ​ມໍ​ເຕີ້​ສະ​ປອດສ໌ ລາວ​ຟອດ​ຊີ​ຕີ ຈີ​ເອ​ຊີ​ມໍ​ເຕີ ຮອນ​ດາ ໂຄ​ລາວ ມັສ​ດ້າ ເອັມ​ຈີ ນິ​ສ​ສັນ ຕັນ​ຈົງ​ມໍ​ເຕີ ສະ​ຕາ ສອງ​ພັນ​ໜຶ່ງ ແລະ ອື່ນໆ ພ້ອມ​ນີ້​ມີ​ບໍ­ລິ­ສັດ​ປານ​ຄຳ​ຈຳ­ປາ ໂຮງ­ຮຽນ​ສອນ​ຂັບ​ຂີ່​ທົ່ງ​ສາງ​ນາງ ເອັສ​ທີ-ເມືອງ​ໄທ​ປະ­ກັນ​ໄພ ເມ​ເຈີ​ແພັດ​ຕິ ນ້ຳ​ຊີ​ນີ​ເພັກ ໂທລະ­ພາບ​ນະ­ຄອນ­ຫຼວງ ສຸກ ເມັກ​ອັບ ບີ​ວິ​ເສິນ ແລະ ຊິວ​ໂຣດ ມີ​ເດຍ.

error: Content is protected !!