ມາຍຟອງ ໄດ້ຮັບນາມມະຍົດ ວິຊາການສາດສະດາຈານພິເສດ

ພິ­ທີ​ມອບ-ຮັບ​ຕຳ­ແໜ່ງ​ວິ­ທະ­ຍາ​ຖາ­ນະ​ທາງ​ວິ­ຊາ​ການ​ສາດ­ສະ­ດາ­ຈານ​ພິ­ເສດ (Visiting Professor) ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ​ອ໋ອກ​ຝອດ​ປະ­ເທດ​ອັງ­ກິດ​ໃຫ້​ແກ່​ທ່ານ ມາຍ​ຟອງ ມາຍ​ຊາຍ ຮອງ​ອະ­ທິ­ການ​ບໍ­ດີ​ມະ­ຫາ­ວິ­ທະ­ຍາ­ໄລ​ວິ­ທະ­ຍາ­ສາດ​ສຸ­ຂະ­ພາບ (ມວ​ສ) ຈັດ​ຂຶ້ນ​ວັນ​ທີ 27 ກໍ­ລະ­ກົດ 2020 ທີ່ ມວ​ສ ມີ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ທ່ານ ຈອນ ເພຍ​ຊັນ ເອກ​ອັກ​ຄະ​ຣາ​ຊະ​ທູດ​ອັງ­ກິດ​ປະ­ຈຳ​ລາວ ພ້ອມ​ດ້ວຍ​ຮອງ​ລັດ­ຖະ­ມົນ­ຕີ ອະ­ທິ­ການ​ບໍ­ດີ ມວ​ສ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ມາຍ​ຟອງ ມາຍ​ຊາຍ  ໄດ້​ນຳ​ສະ­ເໜີ​ຜົນ­ງານ​ການ​ຄົ້ນ­ຄວ້າ​ດ້ານ​ວິ­ຊາ​ການ​ທີ່​ພົ້ນ​ເດັ່ນ​ໃນ​ຜ່ານ​ມາ​ໂດຍ​ຫຍໍ້ ກ່ຽວ​ກັບ​ປະ­ຫວັດ​ຄວາມ​ເປັນ​ມາ​ໃນ​ຊີ­ວິດ​ແພດ ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ກໍ່​ຕັ້ງ ຫຼື ວ່າ​ສ້າງ​ໜ່ວຍ​ງານ​ທາງ​ດ້ານ​ວິ­ຊາ​ການ​ທີ່​ສຳ­ຄັນ​ຢູ່​ໃນ​ລາວ ນຳ​ສະ­ເໜີ​ຜົນ­ງານ​ການ​ຕີ​ພິມ​ເຜີຍ­ແຜ່​ບົດ​ຄົ້ນ­ຄວ້າ​ຢ່າງ  ໜ້ອຍ 162 ບົດ​ໃນ​ວາ­ລະ­ສານ​ການ​ແພດ​ສາ­ກົນ ຜົນ­ງານ​ໃນ​ວຽກ​ງານ​ການ​ສິດ­ສອນ​ເຮັດ​ຄົ້ນ­ຄວ້າ​ວິ­ທະ­ຍາ ສາດ​ດ້ານ​ພະ­ຍາດ​ຊຶມ​ເຊື້ອ ແລະ ພະ­ຍາດ​ເຂດ​ຮ້ອນ​ຮ່ວມ​ກັບ​ມະ­ຫາ­ວິ­ທະ­ຍາ­ໄລ​ອ໋ອກ​ຝອດ ມາ​ແຕ່​ປີ 2000 ເປັນ­ຕົ້ນ​ມາ ເປັນ​ທີ່​ຍອມ­ຮັບ​ຈາກ​ສະ­ພາ​ວິ­ທະ­ຍາ­ສາດ​ການ​ແພດ ຂອງ​ມະ­ຫາ­ວິ­ທະ­ຍາ­ໄລ​ອ໋ອກ​ຝອດ ແລະ ຈາກ​ວົງ​ການ​ນັກ­ວິ­ທະ­ຍາ­ສາດ​ການ​ແພດ​ໃນ​ລະ­ດັບ​ສາ­ກົນ ກໍ​ຄື ໃນ​ພາກ​ພື້ນ ພ້ອມ​ນັ້ນ ຍັງ​ໄດ້​ປະ­ກອບ­ສ່ວນ​ສຳ­ຄັນ​ເຂົ້າ​ໃນ​ການ­ບົ່ງ­ມະ­ຕິ​ປິ່ນ­ປົວ​ພະ­ຍາດ​ຊຶມ​ເຊື້ອ ແລະ ພະ­ຍາດ​ເຂດ​ຮ້ອນ​ຫຼາຍ​ຢ່າງ ປີ 2004 ໄດ້​ຮັບ​ລາ­ງວັນ​ຊະ­ນະ​ເລີດ ໃນ​ຖາ­ນະ​ທີ່​ມີ​ຜົນ­ງານ​ການ​ຄົ້ນ­ຄວ້າ​ດີ­ເດັ່ນ​ລະ­ດັບ​ໂລກ ຈາກ​ສະ­ມາ­ຄົມ​ແພດ​ເດັກ​ນາໆຊາດ​ທີ່​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ປັດ­ຈຸ­ບັນ ຍັງ​ດຳ­ລົງ​ຕຳ­ແໜ່ງ​ຫຼາຍ​ຢ່າງ​ທີ່​ສຳ­ຄັນ ໃນ​ວົງ​ການ​ແພດ​ນອກ­ຈາກ​ຮອງ​ອະ­ທິ­ການ​ບໍ­ດີ ມວ​ສ ເຊັ່ນ: ເປັນ​ປະ­ທານ​ສະ­ມາ­ຄົມ​ແພດ​ພະ­ຍາດ​ຊຶມ​ເຊື້ອ​ລາວ ຮອງ​ປະ­ທານ​ບອດ​ການ​ແພດ​ຂອງ​ສະ­ພາ​ຄຸ້ມ​ຄອງ​ວິ­ຊາ​ຊີບ​ປິ່ນ­ປົວ​ຂອງ​ລາວ ຮອງ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ທີ່​ປຶກ­ສາ ສຳ­ລັບ​ການ​ສັກ​ຢາ​ກັນ​ພະ­ຍາດ​ແຫ່ງ​ຊາດ ແລະ ຮອງ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ແຫ່ງ​ຊາດ​ດ້ານ​ຈັນ­ຍາ­ທຳ ການ​ຄົ້ນ­ຄວ້າ​ສາ­ທາ­ລະ­ນະ​ສຸກ.

ການ​ມອບ​ຕຳ­ແໜ່ງ​ທາງ​ວິ­ຊາ​ການ​ຄັ້ງ​ນີ້ ຖື​ເປັນ​ເຫດ­ການ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຄັ້ງ​ປະ­ຫວັດ­ສາດ ສຳ­ລັບ​ວົງ​ການ​ນັກ­ວິ­ຊາ­ການ​ລາວ​ເວົ້າ​ລວມ ເວົ້າ​ສະ­ເພາະ ສຳ­ລັບ​ຂະ­ແໜງ­ການ​ສາ­ທາ­ລະ­ນະ​ສຸກ ເພາະ​ເປັນ​ຄັ້ງ​ທຳ​ອິດ​ທີ່​ນັກ­ວິ­ຊາ­ການ​ທາງ​ການ​ແພດ​ຂອງ​ລາວ ໄດ້​ຮັບ​ນາມ­ມະ­ຍົດ​ອັນ​ຊົງ​ກຽດ​ດັ່ງ­ກ່າວ ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ​ອ໋ອກ​ຝອດ​ປະ­ເທດ​ອັງ­ກິດ ເຊິ່ງ​ເປັນ​ໜຶ່ງ​ໃນ​ບັນ­ດາ​ມະ­ຫາ­ວິ­ທະ­ຍາ­ໄລ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ 5 ອັນ​ດັບ​ຕົ້ນ​ຂອງ​ໂລກ.

error: Content is protected !!