ລັດຖະບານຍີ່ປຸ່ນ ສືບຕໍ່ມອບທຶນການສຶກສາໃຫ້ລາວ

ວັນ​ທີ 28 ກໍ­ລະ­ກົດ 2020 ຢູ່​ກົມ​ຮ່ວມ​ມື​ສາ­ກົນ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ມີ​ພິ­ທີ​ເຊັນ​ສັນ ຍາ​ຮັບ​ເອົາ​ການ​ຊ່ວຍ­ເຫຼືອ​ລ້າ​ຈາກ​ລັດ­ຖະ­ບານ​ຍີ່­ປຸ່ນ ປະ­ຈຳ​ປີ 2020 ສຳ­ລັບ​ໂຄງ­ການ​ສະ­ໜອງ​ທຶນ​ການ ສຶກ​ສາ ເພື່ອ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ມູນ​ຄ່າ 2.957.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 26,7 ຕື້​ກີບ ຮ່ວມ​ລົງ​ນາມ​ລະ­ຫວ່າງ​ທ່ານ ນາງ ສີ​ສົມ­ບູນ ອາ​ນຸ​ວົງ ຫົວ­ໜ້າ​ກົມ​ຮ່ວມ​ມື​ສາ­ກົນ ແລະ ທ່ານ ໂຢ​ຊິ​ມະ​ລຸ ໂຢ​ນິ​ຢາ​ມະ ຫົວ­ໜ້າ​ອົງ­ການ​ຮ່ວມ​ມື​ສາ­ກົນ​ຍີ່­ປຸ່ນ (JICA) ປະ­ຈຳ​ລາວ ມີ​ຕາງ­ໜ້າ​ຈາກ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ກະ­ຊວງ​ການ​ຕ່າງ­ປະ­ເທດ ກະ­ຊວງ​ການ​ເງິນ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ສຳ­ລັບ​ໂຄງ­ການ ຈະ​ຈັດ​ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ​ພາຍ­ຫຼັງ​ທີ່​ໄດ້​ເຊັນ​ສັນ­ຍາ​ໂດຍ​ອົງ­ການ​ຮ່ວມ​ມື​ສາ­ກົນ​ຍີ່­ປຸ່ນ ແລະ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ແນ­ໃສ່​ຍົກ​ລະ­ດັບ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ໃນ​ຂະ  ແໜງ​ພາກ​ລັດ​ໃນ​ລະ­ດັບ​ປະ­ລິນ­ຍາ​ໂທ ແລະ ປະ­ລິນ­ຍາ​ເອກ ລວມ​ທັງ​ໝົດ 20 ທຶນ​ຕໍ່​ປີ ຮຽນ​ທີ່​ສະ​ຖາ​ບັນ ແລະ ມະ­ຫາ­ວິ­ທະ­ຍາ­ໄລ​ທີ່​ປະ­ເທດ​ຍີ່­ປຸ່ນ.

error: Content is protected !!