ຜົນສຳເລັດກອງປະຊຸມໃຫຍ່ ຄະນະພັກຮາກຖານພະແນກ ສສກ ນວ

ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ 4 ຂອງ​ຄະ­ນະ​ພັກ​ຮາກ​ຖານ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 27 ກໍ­ລະ­ກົດ 2020 ທີ່​ສູນ​ການ​ຄ້າ​ລາວ​ໄອ​ເຕັກ ນວ ໂດຍ​ເປັນ​ປະ­ທານ ສະ­ຫາຍ ສົມ​ພອນ ສອນ​ດາ­ລາ ຄະ­ນະ​ພັກ​ຮາກ​ຖານ ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ກອງ​ປະ­ຊຸມ​ເປັນ​ກຽດ​ຕ້ອນ­ຮັບ​ສະ­ຫາຍ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເລ­ຂາ​ຄະ­ນະ​ພັກ ຮອງ​ເຈົ້າ​ຄອງ ນວ ມີ​ສະ­ຫາຍ​ຄະ­ນະ​ພັກ​ຮາກ​ຖານ ແຂກ​ຖືກ​ເຊີນ ແລະ ສະ­ຫາຍ​ສະ­ມາ­ຊິກ​ພັກ​ທີ່​ຂຶ້ນ​ກັບ​ຄະ­ນະ​ພັກ​ຮາກ​ຖານ​ພະ​ແນກ ສສກ ນວ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ພ້ອມ​ກັນ​ຄົ້ນ­ຄວ້າ​ຕີ​ລາ­ຄາ​ຄືນ ບັນ­ຫາ​ຈຸດ​ດີ ຈຸດ​ອ່ອນ ຂໍ້­ຄົງ­ຄ້າງ ໃນ​ການ​ຊີ້​ນຳ-ນຳ­ພາ​ຂອງ​ຄະ­ນະ​ພັກ​ຮາກ​ຖານ ທີ່​ປະ­ຊຸມ​ໄດ້​ພ້ອມ​ກັນ​ຮັບ​ຝັງ​ຮ່າງ​ລາຍ​ງານ​ການ­ເມືອງ​ທັງ​ສອງ​ພາກ ຈາກ​ສະ­ຫາຍ ສົມ​ພອນ ສອນ​ດາ­ລາ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນ­ງານ​ການ­ເຄື່ອນ­ໄຫວ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ ໃນ​ໄລ­ຍະ​ຜ່ານ​ມາ ແລະ ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ­ນະ​ພັກ​ຮາກ​ຖານ ພະ​ແນກ ສສກ ນວ ຊຸດ​ໃໝ່ ເຊິ່ງ​ມີ​ຜູ້​ລົງ​ສະ ໝັກ 11 ສະ­ຫາຍ ຍິງ 1 ສະ­ຫາຍ ຜົນ​ການ​ຄັດ​ເລືອກ ໄດ້​ຄະ­ນະ​ປະ­ຈຳ​ພັກ 3 ສະ­ຫາຍ ຄະ­ນະ​ພັກ 9 ສະ­ຫາຍ ເລືອກ​ເອົາ​ສະ­ຫາຍ ສົມ​ພອນ ສອນ​ດາ­ລາ ເປັນ​ເລ­ຂາ​ຄະ­ນະ​ພັກ​ຮາກ​ຖານ​ພະ​ແນກ ສສກ ນວ ສະ­ຫາຍ ບຸນ​ທັນ ແສງ​ມະ­ນີ ເປັນ​ຮອງ​ເລ­ຂາ ສະ­ຫາຍ ແສງ​ອາ​ລຸນ ວົງ​ພູ­ທອນ ເປັນ​ປະ­ທານ​ກວດ­ກາ ແລະ ເລືອກ​ຮອງ​ປະ­ທານ​ກວດ­ກາ​ອີກ​ສອງ​ສະ­ຫາຍ ພ້ອມ​ດຽວ​ກັນ​ນັ້ນ ທີ່​ປະ­ຊຸມ​ຍັງ​ຄັດ​ເລືອກ​ເອົາ​ຄະ­ນະ​ຜູ້​ແທນ ສົມ­ບູນ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໃຫຍ່​ອົງ­ຄະ​ນະ​ພັກ ນວ.

error: Content is protected !!