ສ້າງຄວາມເຂັ້ມແຂງໃຫ້ຄູເຝິກຂະແໜງທ່ອງທ່ຽວ

ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ແກ່​ພະ­ນັກ­ງານ​ຄູ​ເຝິກ​ຂັ້ນ​ແຂວງ ບັນ­ດາ​ກົມ ໃນ​ຂະ­ແໜງ​ການ­ທ່ອງ­ທ່ຽວ​ດ້ານ​ທັກ​ສະ­ການ​ນຳ​ສະ­ເໜີ ໃຫ້​ສາ­ມາດ​ເປັນ​ຄູ​ເຝິກ​ທີ່​ມີ​ຄວາມ​ຊຳ­ນານ​ງານ ໃຫ້​ກັບ​ບັນ­ດາ​ຂະ­ແໜງ​ທ່ອງ​ທ່ຽວ​ພາຍ​ໃນ​ເມືອງ ວັນ​ທີ 29 ກໍ­ລະ­ກົດ 2020 ທີ່​ສະ​ຖາ​ບັນ​ວິ­ທະ­ຍາ­ສາດ-ສັງ­ຄົມ​ແຫ່ງ​ຊາດ ສະ​ຖາ​ບັນ​ສື່​ມວນ​ຊົນ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ຈັດ​ພິ­ທີ​ເປີດ​ຊຸດ​ເຝິກ­ອົບ­ຮົມ​ຄູ​ເຝິກ​ໃນ​ຂະ­ແໜງ​ການ­ທ່ອງ­ທ່ຽວ​ຂຶ້ນ ໂດຍ​ມີ​ທ່ານ ວິ­ໄລ​ທອງ ສີ​ຊາ​ນົນ ຫົວ­ໜ້າ​ສະ​ຖາ​ບັນ​ສື່​ມວນ​ຊົນ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ຕາງ­ໜ້າ​ໂຄງ­ການ​ທັກ​ສະ​ດ້ານ​ການ­ທ່ອງ­ທ່ຽວ ໂຄງ­ການ​ລາວ 029 ພ້ອມ​ດ້ວຍ​ຜູ້­ອຳ­ນວຍ­ການ​ສູນ​ແທັກ​ໂດ ຂະ­ແໜງ­ການ​ກ່ຽວ­ຂ້ອງ ແລະ ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.

ໂດຍ​ປະ­ຕິ­ບັດ​ຕາມ​ວິ­ໄສ​ທັດ​ປີ 2030 ແລະ ແຜນ​ພັດ­ທະ­ນາ​ຖະ­ແຫຼງ​ຂ່າວ​ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ຍຸດ​ທະ​ສາດ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ບຸກ​ຄະ­ລາ​ກອນ​ໃນ​ຂະ­ແໜງ​ການ­ທ່ອງ­ທ່ຽວ ເຊິ່ງ​ໄດ້​ກຳ­ນົດ​ເອົາ​ການ​ສ້າງ ແລະ ຍົກ​ລະ­ດັບ​ໃນ​ຂະ­ແໜງ​ທ່ອງ​ທ່ຽວ​ເປັນ​ບູ​ລິ​ມະ​ສິດ​ອັນ​ສຳ­ຄັນ ໄລ­ຍະ​ຜ່ານ​ມາ ສະ​ຖາ​ບັນ​ໄດ້​ສ້າງ​ຫຼັກ­ສູດ​ເຝິກ­ອົບ­ຮົມ​ໄລ­ຍະ​ສັ້ນ ຄູ່​ມື ຕຳ­ລາ​ການ​ຮຽນ-ການ​ສອນ  ສ້າງ​ຄູ​ເຝິກ ຈັດ​ຕັ້ງ​ການ​ເຝິກ­ອົບ­ຮົມ​ໄລ­ຍະ​ສັ້ນ​ດ້ວຍ​ຫຼາຍ​ຮູບ​ແບບ ທັງ​ແບບ​ເຄື່ອນ​ທີ່ ແລະ ແບບ​ເຝິກ​ປະ­ຈຳ ເຊິ່ງ​ໄດ້​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ບຸກ​ຄະ­ລາ​ກອນ​ໃນ​ຂົງ­ເຂດ ຖວ​ທ.

ສຳ­ລັບ​ຜູ້​ເຂົ້າ​ຮ່ວມ​ຄັ້ງ​ນີ້ ແມ່ນ​ພະ­ນັກ­ງານ​ຂະ­ແໜງ​ທ່ອງ​ທ່ຽວ 16 ແຂວງ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ ບັນ­ດາ​ກົມ​ອ້ອມ​ຂ້າງ ເຊິ່ງ​ໄດ້​ຮຽນ​ຮູ້​ບົດ­ບາດ ແລະ ຄວາມ​ສຳ­ຄັນ​ຂອງ​ຄູ​ເຝິກ ການ​ກະ­ກຽມ​ການ​ນຳ​ສະ­ເໜີ ວິ­ທີ​ກຳ­ນົດ​ຈຸດ­ປະ­ສົງ​ຂອງ​ການ​ນຳ​ສະ­ເໜີ ການ​ທຳ​ຄວາມ​ຮູ້­ຈັກ​ກ່ຽວ​ຜູ້​ເຂົ້າ​ຮ່ວມ ການ​ກຳ­ນົດ​ໂຄງ​ສ້າງ​ຂອງ​ບົດ​ສະ­ເໜີ ການ​ກຳ­ນົດ​ເວ­ລາ​ການ​ນຳ​ສະ­ເໜີ ພາບ​ລວມ​ຂອງ​ການ​ສື່­ສານ ການ​ຄວບ​ຄຸມ​ຄວາມ​ຕື່ນ­ເຕັ້ນ ຄວາມ​ສຳ­ຄັນ​ຂອງ​ສຽງ ແລະ ການ​ຄວບ​ຄຸມ​ສຽງ ແລະ ການ​ນຳ​ສະ­ເໜີ ຊຸດ​ເຝິກ­ອົບ­ຮົມ​ຄັ້ງ​ນີ້ ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ໂຄງ­ການ​ທັກ​ສະ​ດ້ານ​ການ­ທ່ອງ­ທ່ຽວ​ໂຄງ­ການ​ລາວ 029.

error: Content is protected !!