ນະຄອນຫຼວງ ມີໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ 3 ພັນກວ່າແຫ່ງ

    ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກຳ ແລະ ການຄ້າ ເພື່ອຊຸກຍູ້ສົ່ງເສີມໃຫ້ບັນດາຫົວໜ່ວຍທຸ ລະກິດ ກໍຄືໂຮງຈັກໂຮງງານຕ່າງໆທີ່ດຳເນີນທຸລະກິດຢູ່ ນວ ດຳເນີນການຜະລິດສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງແຂວງ…

ຈັດ​ສົ່ງ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ

    ໂດຍ​ປະຕິບັດ​ຕາມ​ສັນຍາ​ຂອງ​ສອງ​ລັດຖະບານ ແລະ  ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ສອງ​ຄະນະ​ປະຕິບັດ​ງານ​ພິເສດ​ລາວ-ຫວຽດນາມ​ໃນ​ການ​ຊອກ​ຂຸດ​ຄົ້ນ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ​ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່​ລາວ ເວົ້າ​ລວມ​ເວົ້າ​ສະເພາະ​ກໍ​ຄື​ຢູ່​ກອງ​ບັນຊາ​ການ​ທະຫານ ນວ ໄດ້​ມີ​ການ​ຮ່ວມ​ມື​ກັນ​ແຕ່​ປີ 2000 ຈົນ​ເຖິງ​ປັດຈຸບັນ ສະເພາະ​ປີ 2020 ສາມາດ​ຂຸດ​ຄົ້ນ​ໄດ້ 2 ອັດຖິ​ໂອກາດ​ດຽວ​ກັນ​ນີ້​ກອງ​ບັນຊາ​ການ​ທະຫານ…

ແພນອອສ໌ ພູເບ້ຍມາຍນິງ ມອບອຸປະກອນການແພດ ແລະ ເງິນສົດໃຫ້ແກ່ລັດຖະບານ

    ເພື່ອເປັນການປະກອບສ່ວນໃນການຕອບໂຕ້ການລະບາດຂອງພະຍາດ COVID-19 ໃນວັນທີ 6 ພຶດສະພາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ ບໍລິສັດແພນອອສ໌ ແລະ ພູເບ້ຍມາຍນິງ ຈຳກັດ ໄດ້ນຳອຸປະກອນການແພດ ແລະ ເງິນສົດມາມອບໃຫ້ແກ່ລັດຖະບາຍລາວ ເປັນກຽດມອບໂດຍທ່ານ ຈັນເພັງ…

ເຖິງກວດບໍ່ພົບຜູ້ຕິດເຊື້ອໂຄວິດລາຍໃໝ່ ທຸກຄົນໃນສັງຄົມກໍຄວນບໍ່ປະໝາດ ແລະ ຖືເບົາໃນການປ້ອງກັນການແຜ່ລະບາດ​

    24 ມື້ແລ້ວ ທີ່ທີມງານແພດໝໍກວດບໍ່ພົບຜູ້ຕິດເຊື້ອ Covid-19 ລາຍໃໝ່ໃນ ສປປ ລາວ ເຊິ່ງຕົວເລກສະສົມຜູ້ທີ່ຕິດເຊື້ອຍັງຄົງທີ່ 19 ລາຍ ແລະ ປິ່ນປົວຫາຍດີກັບບ້ານແລ້ວຈຳນວນ 9 ລາຍ.      ທ່ານ ພູທອນ…

ສາທາເມືອງໄຊເສດຖາ ຕ້ານພະຍາດໂຄວິດ ໄປພ້ອມກັບການຕອບໂຕ້ການລະບາດໄຂ້ຍຸງລາຍ​

    ທ່ານນາງ ແພງຕາ ນາດາ ຫົວໜ້າຫ້ອງການສາທາລະນະສຸກເມືອງໄຊເສດຖາ ໃຫ້ສໍາພາດວັນທີ 6 ພຶດສະພາ 2020 ລາຍງານໃຫ້ຮູ້ວ່າ: ເມືອງໄຊເສດຖາມີພົນລະເມືອງທັງໝົດ 114.607 ຄົນ ຍິງ 58.215 ຄົນ 24.064…

ກາແດງລາວ ໄດ້ຮັບການຊ່ວຍເຫຼືອຜ້າອັດປາກ-ອັດດັງ

    ວັນທີ 5 ພຶດສະພາ 2020 ບໍລິສັດ ສິດທິ ໂລຈິສຕິກ ລາວ-ຈໍາກັດ ໄດ້ນໍາຜ້າອັດປາກ-ດັງ 10.800 ອັນ ມູນຄ່າ 48.600.000 ກີບ ມອບໃຫ້ອົງການກາແດງລາວ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19…

ການພັດທະນາປະເທດໃນ 5 ປີຕໍ່ໜ້າ ຕ້ອງມີຈຸດສຸມ ແລະ ສອດຄ່ອງກັບທ່າແຮງດ້ານຕ່າງໆ

    ກະຊວງແຜນການ ແລະ ການລົງທຶນ (ຜທ) ໃນນາມເປັນໃຈກາງປະສານສົມທົບກັບຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ໄດ້ຈັດກອງປະຊຸມລະດັບຄະນະຊີ້ນຳລະດັບຊາດ ໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5…

ສົມປອງ ແສງພະຈັນ ຫັນມາປູກກະບອງເພັດ ສ້າງລາຍຮັບເສີມ 5 ລ້ານກີບຕໍ່ເດືອນ

    ທ່ານ ສົມປອງ ແສງພະຈັນ ເຈົ້າຂອງສວນກະບອງເພັດຊຽງປອງ ຕັ້ງຢູ່ບ້ານຫ້ວຍເຕີຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວັນທີ 6 ພຶດສະພາ 2020 ວ່າ: ຂ້າພະເຈົ້າໄດ້ປະກອບອາຊີບຫຼັກເປັນອາຈານສອນຢູ່ມະຫາວິທະຍາໄລແຫ່ງຊາດ ໄດ້ນຳໃຊ້ເວລາຫວ່າງຈາກການປະກອບອາຊີບຫຼັກ ຫັນມາປູກ…

ທຫລ ແລະ ທຄຕລ ມອບເງິນຊ່ວຍເຫຼືອຕ້ານພະຍາດໂຄວິດ

    ວັນທີ 4 ພຶດສະພາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ມອບເງິນພາກສ່ວນລະ 500…

error: Content is protected !!