ເປີດນຳໃຊ້ລະບົບການຊຳລະ ແລະ ຫັກບັນຊີ

ທະ­ນາ­ຄານ​ແຫ່ງ ສປປ ລາວ (ທຫລ) ຈັດ​ພິ­ທີ​ເປີດ​ນຳ​ໃຊ້​ລະ­ບົບ​ການ​ຊຳ­ລະ ແລະ ຫັກ​ບັນ­ຊີ​ຂອງ ສປປ ລາວ (LaPASS) ເຊິ່ງ​ເປັນ​ລະ­ບົບ​ສຳ­ຄັນ​ທີ່ ທຫລ ເປັນ​ຜູ້​ຄວບ​ຄຸມ​ລະ­ບົບ ແລະ ໃຫ້​ບໍ­ລິ­ການ​ແກ່​ສະ­ມາ­ຊິກ​ໃນ​ການ​ໄລ່​ລຽງ ແລະ ຫັກ​ບັນ­ຊີ​ທີ່ ທຫລ ໄດ້​ປະ­ຕິ­ບັດ​ພາ­ລະ​ບົດ­ບາດ​ໃນ​ການ​ພັດ­ທະ­ນາ ແລະ ຄຸ້ມ​ຄອງ​ລະ­ບົບ​ການ​ຊຳ­ລະ​ໃຫ້​ມີ​ປະ​ສິດ­ທິ​ຜົນ​ໃນ​ຮູບ​ທັນ​ສະ­ໄໝ ສະ­ດວກ ແລະ ມີ​ຄວາມ​ປອດ​ໄພ ຂຶ້ນ​ວັນ​ທີ 1 ມິ­ຖຸ­ນາ 2020 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າ­ການ ທຫລ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ລະ­ບົບ​ດັ່ງ­ກ່າວ​ເປັນ​ລະ­ບົບ​ສຳ­ຄັນ​ທີ່ ທຫລ ເປັນ​ຜູ້​ຄວບ​ຄຸມ ເຊິ່ງ​ປີ 1999 ທຫລ ໄດ້​ສ້າງ­ຕັ້ງ​ສູນ​ຊຳ­ລະ​ສະ​ສາງ​ແຊັກ​ຂຶ້ນ​ກັບ​ກົມ​ບໍ­ລິ­ການ​ທະ­ນາ­ຄານ ເພື່ອ​ເຮັດ​ໜ້າ­ທີ່​ເປັນ​ສູນ​ຊຳ­ລະ​ສະ​ສາງ​ແຊັກ (ສະ­ເພາະ​ສະ­ກຸນ​ເງິນ​ກີບ) ລະ­ຫວ່າງ​ຜູ້​ອອກ​ແຊັກ ແລະ ຜູ້​ຮຽກ​ເກັບ​ແຊັກ ຜ່ານ​ລະ­ບົບ​ການ​ໄລ່​ລຽງ ມູນ​ຄ່າ​ຈຳ­ນວນ​ເງິນ​ສຸດ­ທິ ມີ​ສະ­ມາ­ຊິກ​ສູນ​ຊຳ­ລະ 8 ທະ­ນາ­ຄານ ມາ​ຮອດ​ປີ 2011 ທຫລ ໄດ້​ສືບ­ຕໍ່​ພັດ­ທະ­ນາ​ລະ­ບົບ​ການ​ຊຳ­ລະ​ໄປ​ສູ່​ການ​ເຊື່ອມ​ໂຍງ​ກັນ​ຫຼາຍ​ຂຶ້ນ ຈຶ່ງ​ນຳ​ໃຊ້​ລະ­ບົບ​ການ​ຊຳ­ລະ​ແບບ​ທັນ­ທີ (RTGS) ນຳ​ໃຊ້​ມາດ­ຕະ­ຖານ​ຂໍ້­ຄວາມ ISO 15022 ດ້ວຍ​ຮູບ​ແບບ​ຂໍ້­ຄວາມ MT ມີ​ສະ­ມາ­ຊິກ​ນຳ​ໃຊ້ 23 ທະ­ນາ­ຄານ ແລະ 1 ກະ­ຊວງ ມາ​ຮອດ​ປັດ­ຈຸ­ບັນ ມີ​ສະ­ມາ­ຊິກ 41 ທະ­ນາ­ຄານ ແລະ 1 ກະ­ຊວງ.

ຄຽງ​ຄູ່​ກັບ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ ແຜນ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ລະ­ບົບ​ສະ​ຖາ​ບັນ​ການ​ເງິນ-ເງິນ­ຕາ ສປປ ລາວ 10 ປີ (2016-2025) ແລະ ວິ­ໄສ​ທັດ​ຮອດ​ປີ 2030 ທີ່ ທຫລ ໄດ້​ກຳ­ນົດ​ໄວ້ ເຊິ່ງ 1 ໃນ 4 ຍຸດ​ທະ​ສາດ​ຫຼັກ​ແມ່ນ​ການ​ພັດ­ທະ­ນາ​ລະ­ບົບ​ການ​ຊຳ­ລະ​ແຫ່ງ​ຊາດ ໃຫ້​ເປັນ​ສູນ​ກາງ​ຊຳ­ລະ​ທີ່​ທັນ​ສະ­ໄໝ ແລະ ປອດ​ໄພ ຈຶ່ງ​ໄດ້​ສືບ­ຕໍ່​ປັບ­ປຸງ​ຍົກ​ລະ­ດັບ​ລະ­ບົບ​ການ​ຊຳ­ລະ​ທີ່​ຮອງ​ຮັບ​ມາດ­ຕະ­ຖານ ISO 20022 ຄົ້ນ­ຄວ້າ​ກົນ​ໄກ​ຫັນ­ປ່ຽນ​ການ​ຊຳ­ລະ​ສະ​ສາງ​ແຊັກ​ທີ່​ນຳ​ໃຊ້​ໃນ​ປັດ­ຈຸ­ບັນ ທີ່​ເປັນ​ລະ­ບົບ​ແບບ​ເຄິ່ງ​ອັດ­ຕະ­ໂນ­ມັດ ໃຫ້​ເຂົ້າ​ສູ່​ລະ­ບົບ​ອັດ­ຕະ­ໂນ­ມັດ​ຢ່າງ​ເຕັມ​ສ່ວນ ໂດຍ​ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ​ຄົ້ນ­ຄວ້າ​ພັດ­ທະ­ນາ​ລະ­ບົບ​ຊຳ­ລະ​ສະ​ສາງ​ແຊັກ​ຫັນ​ເປັນ​ທັນ​ສະ­ໄໝ ຄະ­ນະ​ຮັບ­ຜິດ­ຊອບ​ຄົ້ນ­ຄວ້າ​ຍົກ​ລະ­ດັບ RTGS ແລະ ລະ­ບົບ​ການ​ໄລ່​ລຽງ​ແບບ​ອັດ­ຕະ­ໂນ­ມັດ (ACH) ທີ່​ຮອງ​ຮັບ​ມາດ­ຕະ­ຖານ ISO 20022 ແລະ ຄະ­ນະ​ຮັບ­ຜິດ­ຊອບ​ຄົ້ນ­ຄວ້າ​ສ້າງ​ລະ­ບຽບ​ການ ແລະ ນະ­ໂຍ­ບາຍ​ການ​ດຳ­ເນີນ​ງານ​ຂອງ RTGS ແລະ ACH ທີ່​ຮອງ​ຮັບ​ມາດ­ຕະ­ຖານ ISO 20022.

ທ່ານ ສອນ​ໄຊ ສິດ​ພະ​ໄຊ ກ່າວ​ວ່າ: ການ​ເປີດ​ນຳ​ໃຊ້ LaPASS ເປັນ​ບາດ­ກ້າວ​ສຳ­ຄັນ ສຳ­ລັບ​ການ​ພັດ­ທະ­ນາ​ລະ­ບົບ​ການ​ຊຳ­ລະ​ຂອງ ສປປ ລາວ ໃນ​ການ​ຫັນ​ເປັນ​ທັນ​ສະ­ໄໝ​ຮັບ​ໃຊ້​ພາກ​ລັດ ແລະ ເອ­ກະ​ຊົນ ໃຫ້​ສາ­ມາດ​ດຳ­ເນີນ​ທຸ­ລະ​ກຳ​ໄດ້​ຢ່າງ​ຄ່ອງ​ຕົວ ດ້ວຍ​ການ​ມີ​ລະ­ບົບ​ທີ່​ຮອງ​ຮັບ​ການ​ຊຳ­ລະ​ມູນ​ຄ່າ​ສູງ-ຕ່ຳ ແລະ ເຊື່ອມ​ໂຍງ​ໄດ້ ປັດ­ຈຸ­ບັນ ລັດ­ຖະ­ບານ​ກຳ­ລັງ​ເອົາ­ໃຈ­ໃສ່​ວຽກ​ງານ​ລະ­ບົບ​ການ​ຊຳ­ລະ ເພື່ອ​ຫັນ​ການ​ເກັບ​ລາຍ​ຮັບ​ງົບ­ປະ­ມານ​ໃຫ້​ທັນ​ສະ­ໄໝ LaPASS ຈະ​ຫັນ​ເອົາ​ລະ­ບົບ​ການ​ຊຳ­ລະ​ງົບ­ປະ­ມານ​ເຂົ້າ​ມາ​ລວມ​ສູນ​ຢູ່ ທຫລ ດ້ວຍ​ການ​ເຊື່ອມ​ໂຍງ​ລະ­ບົບ​ງົບ­ປະ­ມານ​ເຂົ້າ​ກັບ ACH ເຊິ່ງ​ຈະ​ຊ່ວຍ​ຊຸກ­ຍູ້​ວຽກ​ງານ​ງົບ­ປະ­ມານ ໃຫ້​ມີ​ຄວາມ​ຄ່ອງ​ຕົວ​ເຮັດ​ໃຫ້​ລັດ­ຖະ­ບານ​ສາ­ມາດ​ຄຸ້ມ​ຄອງ​ລາຍ​ຮັບ-ເກັບ​ລາຍ​ຈ່າຍ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ສາ­ມາດ​ຫຼຸດ­ຜ່ອນ​ຕົ້ນ​ທຶນ​ໃນ​ການ​ພັດ­ທະ­ນາ​ລະ­ບົບ​ການ​ຊຳ­ລະ​ທີ່​ຕິດ​ພັນ​ກັບ​ງົບ­ປະ­ມານ ແລະ ທີ່​ສຳ­ຄັນ​ແມ່ນ ສາ­ມາດ​ຫຼຸດ­ຜ່ອນ​ການ​ຮົ່ວ​ໄຫຼ​ຂອງ​ການ​ເກັບ​ລາຍ​ຮັບ​ງົບ­ປະ­ມານ​ເທື່ອ​ລະ​ກ້າວ.

error: Content is protected !!