ຕົວເລກຜູ້ຕິດເຊື້ອ Covid-19 ຢູ່ລາວ ຍັງຢຸດທີ່ 19 ລາຍ ຫາຍດີແລ້ວ 16

    ຈາກການຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ Covid-19 ໃນວັນທີ 02 ມິຖຸນາ 2020 ຢູ່ສູນປະຕິບັດງານ ຄະນະສະເພາະກິດຄວບຄຸມ Covid-19 ກະຊວງສາທາລະນະສຸກ ຄະນະແພດໝໍກວດບໍ່ພົບຜູ້ຕິດເຊື້ອເພີ່ມ ຕົວເລກສະສົມຜູ້ຕິດເຊື້ອຍັງຄົງຢູ່ 19 ຄົນ ແລະ ປິ່ນປົວຫາຍດີກັບຄືນບ້ານເພື່ອຕິດຕາມອາການຈຳນວນ 16 ຄົນ.

    ທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່າວວ່າ: ໃນວັນທີ 01 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 69 ຄົນ ໃນນັ້ນ ມີແຮງງານລາວທີ່ກັບມາແຕ່ໄທ 42 ຄົນ ແຮງງານຈີນ 09 ຄົນ ກໍລະນີສົງໄສ 15 ຄົນ ແລະ ຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 03 ຄົນ (ນໍ້າເບີ 07 10 ແລະ 17).  ຜົນກວດແຮງງານລາວ ແຮງງານຈີນ ກໍລະນີສົງໄສທັງໝົດທີ່ກວດໃນວັນທີ 1 ມິຖຸນາ 2020 ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າບໍ່ມີຜູ້ຕິດເຊື້ອໃໝ່.

    ສັງລວມການກວດວິເຄາະແຕ່ເດືອນມັງກອນ ຮອດວັນທີ 01 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 7.249 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (51 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທັງໝົດ 70 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 2.312 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ. ສຳລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປັດຈຸບັນມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບຈຳນວນ 03 ຄົນ ຍິງ 02 ຄົນ ທັງໝົດມີອາການປົກກະຕິ ຈະໄດ້ຕິດຕາມເກັບຕົວຢ່າງມາກວດຈົນກ່ວາບໍ່ພົບເຊື້ອຈຶ່ງພິຈາລະນາໃຫ້ອອກໂຮງໝໍ.

# ຂ່າວ & ພາບ: ຊິລິການດາ

error: Content is protected !!