ຍົກລະດັບທາງດ້ານທິດສະດີການເມືອງແກ່ພະນັກງານຫຼັກແຫຼ່ງ ມວສ

    ພິທີເປີດຊຸດອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຮຸ່ນທີ III ຂອງມະຫາວິທະຍາ ໄລວິທະຍາສາດສຸຂະພາບ (ມວສ) ຈັດຂຶ້ນວັນທີ 2 ມິຖຸນາ 2020 ຢູ່ ມວສ ໂດຍການເປັນປະທານຂອງສະຫາຍ ພູທອນ ວັງກອນວິໄລ ຄະນະພັກກະຊວງສາທາລະນະສຸກ ອະທິການບໍດີ ມວສ ມີສະຫາຍ ແສງແກ້ວ ວົງລໍາພັນ ຮອງຫົວກົມຄຸ້ມຄອງການຮຽນ-ການສອນ ຕາງໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ພ້ອມດ້ວຍບັນດາສະຫາຍເລຂາ-ຮອງເລຂາໜ່ວຍພັກ ພະນັກງານອ້ອມຂ້າງ ມວສ ແລະ ນັກເຝິກອົບຮົມຈໍານວນ 55 ສະຫາຍ ເຂົ້າຮ່ວມ.

    ສະຫາຍ ບຸນຖົມ ຊາມຸນຕຣີ ຄະນະພັກກະຊວງສາທາລະນະສຸກ ເລຂາຄະນະພັກປະຈໍາຄະນະພັກຮາກຖານ ຮອງອະທິການບໍດີ ມວສ ກ່າວວ່າ: ການຈັດຊຸດອົບຮົມທິດສະດີການເມືອງ-ການປົກຄອງ ຄັ້ງນີ້ ກໍເພື່ອເປັນການປະກອບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ເປັນຕົ້ນແມ່ນຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ ທັງເປັນການຍົກລະດັບທາງດ້ານທິດສະດີການເມືອງ ຫຼັກໝັ້ນ ແລະ ທັດສະນະຊົນຊັ້ນກໍາມະກອນ ຮູ້ຈໍາແນກມິດ-ສັດຕູ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືຈຸດໝາຍຂອງການນໍາພາປະເທດຊາດ ເພື່ອເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ສ້າງແບບແຜນການດໍາລົງຊີວິດໃຫ້ປອດໃສ ຂາວສະອາດ ຍົກສູງສະຕິລະວັງຕົວທຸກເລ່ລ່ຽມຕໍ່ທຸກກົນອຸບາຍ ຍຸດທະສາດປ່ຽນໂດຍສັນຕິຂອງສັດຕູ ກຽມພ້ອມຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ແລະ ປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສໍາເລັດຜົນ.

    ສໍາລັບເນື້ອໃນການເຝິກອົບຮົມຄັ້ງນີ້ ປະກອບມີ 5 ກຸ່ມວິຊາທິດສະດີ ລວມມີ 39 ບົດ ຄື: ພາກວິຊາປັດຊະຍາ ມີ 8 ບົດ ເສດຖະສາດການເມືອງ ມີ 10 ບົດ ລັດຖະສັງຄົມສາດ 8 ບົດ ບໍລິຫານສາດ ມີ 8 ບົດ ແລະ ກໍ່ສ້າງພັກ ມີ 5 ບົດ ໃຊ້ເວລາທັງໝົດ 315 ຊົ່ວໂມງ ຄື: ຂຶ້ນຫ້ອງບັນລະຍາຍ 214 ຊົ່ວໂມງ ສໍາມະນາ 64 ຊົ່ວໂມງ ແກ້ໄຂຂໍ້ຂ້ອງໃຈ 15 ຊົ່ວໂມງ ໄປທັດສະນະສຶກສາ 7 ຊົ່ວໂມງ ຜ່ານບົດເກັບກ່ຽວ 7 ຊົ່ວໂມງ ສ່ອງແສງ ແລະ ປິດບົດ 7 ຊົ່ວໂມງ.

# ຂ່າວ & ພາບ: ສີພອນ

error: Content is protected !!