ຫາດຊາຍຟອງ ປູກຕົ້ນໄມ້ເພີ່ມພື້ນທີ່ສີຂຽວໃຫ້ເສັ້ນທາງ 450 ປີ

ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ພິ­ທີ​ປູກ​ຕົ້ນ­ໄມ້ ​ເນື່ອງ​ໃນ​ໂອ­ກາດ​ສະ­ເຫຼີມ­ສະ­ຫຼອງ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ ແລະ ວັນ­ເດັກ­ນ້ອຍ​ສາ­ກົນ​ຂຶ້ນ​ວັນ​ທີ 30 ພຶດ​ສາ​ພາ​ຜ່ານ​ມາ ຢູ່​ເສັ້ນ­ທາງ 450 ປີ ມີ​ທ່ານ ຄຳ​ພັນ ມາ­ລາ​ບັນ­ດິດ ຄະ­ນະ​ປະ­ຈຳ​ພັກ ນວ ຜູ້​ຊີ້​ນຳ​ເມືອງ​ຫາດ​ຊາຍ​ຟອງ ທ່ານ ວົງ​ເດືອນ ບຸນ​ຍະ​ແສງ ເຈົ້າ­ເມືອງ​ຫາດ​ຊາຍ​ຟອງ ທ່ານ​ນາງ ປິດ ພົມ​ເພັດ ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສຸ­ລິນ ອິນ­ທາ​ທິ​ລາດ ຫົວ­ໜ້າ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ​ຫາດ​ຊາຍ​ຟອງ ກ່າວ​ວ່າ: ປີ 2020 ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ​ຫາດ​ຊາຍ​ຟອງ ຜະ­ລິດ​ເບ້ຍ​ໄມ້​ໄດ້ 2.640 ເບ້ຍ ປູກ​ໄມ້​ຄາດ­ໝາຍ​ໃຫ້​ໄດ້ 5 ເຮັກ­ຕາ ພາກ​ລັດ 2 ເຮັກ­ຕາ ໃຊ້​ເບ້ຍ 890 ເບ້ຍ ໃນ​ນີ້​ໄມ້​ອຸດ­ສາ­ຫະ­ກຳ 53 ເບ້ຍ ໄມ້​ປະ­ດັບ 837 ເບ້ຍ ປູກ​ໄມ້​ພື້ນ­ເມືອງ​ເພື່ອ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ຮັກ­ສາ​ແຫຼ່ງ​ນ້ຳ ຟື້ນ​ຟູ​ປ່າ­ໄມ້​ໃຫ້​ອຸ­ດົມ­ສົມ­ບູນ ແລະ ເພື່ອ​ຂະ­ຫຍາຍ​ພື້ນ​ທີ່​ສີ­ຂຽວ​ພາຍ​ໃນ​ເມືອງ 5 ເຮັກ­ຕາ ໃຊ້​ເບ້ຍ​ໄມ້ 574 ເບ້ຍ ແລະ ປູກ​ເພື່ອ​ເປັນ​ສິນ­ຄ້າ 7.574 ເບ້ຍ.

ສຳ­ລັບ​ພິ­ທີ​ປູກ​ທາງ​ການ​ເນື່ອງ​ໃນ​ໂອ­ກາດ​ວັນ​ປູກ​ໄມ້​ແຫ່ງ​ຊາດ ແລະ ວັນ­ເດັກ­ນ້ອຍ​ສາ­ກົນ (1 ມິ­ຖຸ­ນາ) ຄັ້ງ​ນີ້ ໄດ້​ປູກ​ຕົ້ນ​ຈຳ­ປາ​ສັບ­ຫວ່າງ​ບ່ອນ​ທີ່​ຕາຍ​ໃນ​ໄລ­ຍະ​ຜ່ານ​ມາ ລວມ​ຄວາມ​ຍາວ 2 ກິ­ໂລ­ແມັດ​ຂອງ​ເສັ້ນ­ທາງ 450 ປີ ໂດຍ​ໃຊ້​ຕົ້ນ​ຈຳ­ປາ 200 ຕົ້ນ ພາຍ­ຫຼັງ​ປູກ​ແລ້ວ​ຈະ​ໄດ້​ຕິດ­ຕາມ​ບົວ­ລະ­ບັດ​ຮັກ­ສາ​ເພື່ອ​ໃຫ້​ຮັບ­ປະ­ກັນ​ດ້ານ​ຄວາມ​ຍືນ​ຍົງ ສ້າງ​ໃຫ້​ເສັ້ນ­ທາງ 450 ປີ​ເປັນ​ເສັ້ນ­ທາງ​ສີ­ຂຽວ​ໃນ​ອະ­ນາ­ຄົດ.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!