ເຟສບຸກ (Facebook) ສະໜັບສະໜູນການເຮັດວຽກຂອງຂະແໜງການສາທາລະນະສຸກໃນທົ່ວໂລກ ເພື່ອຊ່ວຍໃຫ້ປະຊາກອນໂລກປອດໄພ ແລະ ຮັບຮູ້ຂໍ້ມູນຂ່າວສານທີ່ວ່ອງໄວ ທັນເຫດການ ໃນໄລຍະເກີດການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ທັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແນໃສ່ໃຫ້ມີຄວາມຍຶນຍົງ ແລະ ສະໜັບສະໜູນຂະແໜງການອຸດສາຫະກຳ ແລະ ການຄ້າຕ່າງໆ ລວມທັງການນຳສະເໜີວິທີທີ່ຈະເຮັດໃຫ້ປະຊາຊົນທ້ອງຖິ່ນ ໃຫ້ໄດ້ຮັບການຊ່ວຍເຫຼືອຈາກອຳນາດການປົກຄອງທ້ອງຖິ່ນຂອງຕົນ ໄດ້ສະດວກສະບາຍຂຶ້ນ.

ທ່ານ ຣາຟາແອນ ແຟຣນເຄີ້ ຫົວໜ້ານະໂຍບາຍສາທາລະນະປະຈຳອາຊຽນຂອງ Facebook ໄດ້ກ່າວໃຫ້ຮູ້ໃນວັນທີ 2 ມິຖຸນາ 2020 ວ່າ: ໃນໄລຍະທີ່ເກີດການແຜ່ລະບາດຂອງພະຍາດ COVID-19 ໃນທົ່ວໂລກ ເພື່ອປ້ອງກັນການລະບາດຂອງພະຍາດນີ້ ທົ່ວໂລກ ລວມທັງ ສປປ ລາວ ໄດ້ມີການປັບການດຳລົງຊີວິດປົກກະຕິໃນຮູບແບບໃໝ່ ເພື່ອໃຫ້ປະຊາກອນໂລກໄດ້ຮັບຂໍ້ມູນຂ່າວສານກ່ຽວກັບພະຍາດນີ້ຢ່າງຖືກຕ້ອງ Facebook ຈຶ່ງໄດ້ສ້າງສູນໃຫ້ຂໍ້ມູນກ່ຽວກັບພະຍາດດັ່ງກ່າວ ຢູ່ໃນໜ້າຂ່າວຂອງເຟສບຸກ ຮ່ວມກັບອົງການອະນາໄມໂລກ ແລະ ຂະແໜງສາທາລະນະສຸກຕ່າງໆ ເຊິ່ງສູນນີ້ແມ່ນຈະມີການອັບເດດຂ່າວສານຕາມເວລາຕົວຈິງຈາກທົ່ວໂລກ ແລະ ພາຍໃນປະເທດ ພ້ອມກັນນັ້ນ ກໍໃຫ້ຄວາມຮູ້ກ່ຽວກັບການຮັກສາສຸຂະພາບ ຊ່ວຍເຫຼືອສັງຄົມ ການເວັ້ນໄລຍະຫ່າງໃນສັງຄົມ ແລະ ການປ້ອງກັນການລະບາດຂອງໂຄວິດ-19 ເຊິ່ງສູນນີ້ໄດ້ສ້າງຕັ້ງແຕ່ເດືອນເມສາທີ່ຜ່ານມາ ນອກນັ້ນ ກໍໄດ້ນຳສະເໜີບັນຊີຂອງອົງກອນສາທາລະນະສຸກຊັ້ນນຳ ໃນຜົນການຄົ້ນຫາກ່ຽວກັບໄວຣັສ ສຳລັບ ສປປ ລາວ ທາງເຟສບຸກ ໄດ້ຮ່ວມມືກັບສູນຂ່າວສານການແພດກະຊວງສາທາລະນະສຸກ.
ນອກນັ້ນຍັງໄດ້ນຳໃຊ້ Whatsapp ເຂົ້າໃນການເຕືອນໄພຈາກອົງການອະນາໄມໂລກໂດຍບໍ່ເສຍຄ່າ ແລະ ຍັງໃຫ້ຂໍ້ມູນທີ່ເຊື່ອຖືໄດ້ ໃນການປ້ອງກັນການແຜ່ລະບາດຂອງ COVID-19 ການຕອບຄຳຖາມ ແລະ ອື່ນໆ ນອກຈາກນີ້ ເຟສບຸກຍັງໄດ້ມີນະໂຍບາຍການຈັດການຂໍ້ມູນທີ່ບໍ່ເປັນຄວາມຈິງ ອະນຸຍາດໃຫ້ເຮົາສາມາດລຶບຂໍ້ມູນປອມທີ່ກ່ຽວຂ້ອງກັບພະຍາດ COVID-19 ເຊິ່ງອາດກໍ່ໃຫ້ເກີດອັນຕະລາຍຕໍ່ຊີວິດຫຼືຮ່າງກາຍ ແລະ ການຈັດການຂໍ້ກ່າວອ້າງທີ່ບໍ່ໄດ້ສົ່ງຜົນອັນຕະລາຍຕໍ່ຊີວິດ ຫຼືທາງຮ່າງກາຍໂດຍກົງ ເຊັ່ນ: ທິດສະດີສົມຮູ້ຮ່ວມຄິດຂອງສາເຫດຂອງພະຍາດລະບາດ ເຮັດວຽກຮ່ວມກັບເຄືອຄ່າຍໜ່ວຍງານກວດສອບຂ່າວປອມຫຼາຍກວ່າ 60 ແຫ່ງ ເຊິ່ງມີຫຼາຍກວ່າ 50 ພາສາ ທັນທີທີ່ເນື້ອຫາໄດ້ຮັບການຢັ້ງຢືນວ່າບໍ່ແມ່ນຄວາມຈິງ ກໍຫຼຸດໂອກາດການເບິ່ງເຫັນຂອງຂໍ້ມູນນັ້ນໃນໜ້າຂ່າວ ແລະ ສັນຍະລັກແຈ້ງເຕືອນ.
ນັບຕັ້ງແຕ່ວັນທີ 1 ມີນາ ຈົນເຖິງເມສາ 2020 ເຮົາໄດ້ເພີ່ມຈຳນວນໜ່ວຍງານກວດສອບຂ່າວປອມອີກ 8 ແຫ່ງ ແລະ ຂະຫຍາຍການການຄວບຄຸມໃນອີກ 12 ປະເທດ ໃນເດືອນເມສາທີ່ຜ່ານມາ ໄດ້ສະແດງເນື້ອຫາເກືອບ 50 ລ້ານໂພສໃນ Facebook ທີ່ກ່ຽວຂ້ອງກັບໂຄວິດ-19 ເຊິ່ງອ້າງອີງຈາກ 7.500 ບົດຄວາມໂດຍໜ່ວຍງານກວດສອບຂ່າວປອມອິດສະຫຼະ ຍັງໄດ້ລຶບຂໍ້ມູນທີ່ບໍ່ເປັນຄວາມຈິງຈຳນວນຫຼາຍແສນຂ່າວ ທີ່ອາດກໍ່ເຫດເກີດອັນຕະລາຍຕໍ່ຮ່າງກາຍ ນອກຈາກນັ້ນ ໄດ້ສົ່ງເສີມທຸລະກິດ SME ຂະໜາດນ້ອຍ ແລະ ກາງ ຜ່ານ Instagram: ຄູ່ມື Instagram ສຳລັບທຸລະກິດ: ສ້າງຂຶ້ນມາເພື່ອການສົ່ງເສີມ ແລະ ແນະນຳ SME ໃນວິທີການນຳໃຊ້ Instagram ເພື່ອເຊື່ອມຕໍ່ກັບທຸກຄົນ ສ້າງເປົ້າໝາຍ ແລະ ການບໍລິຫານ ໃນໄລຍະແຜ່ລະບາດໂຄວິດ-19 ເພື່ອຊ່ວຍໃຫ້ພາກທຸລະກິດສາມາດຜ່ານວິກິດການໃນຄັ້ງນີ້ໃຫ້ໄດ້.
# ຂ່າວ & ພາບ: ເພັດສະໝອນ