ໂຮງແຮມວັນວຽງຈັນ ຖືກຄັດເລືອກເປັນສູນກັກໂຕ ຜູ້ທີ່ເຂົ້າມາແຕ່ຕ່າງປະເທດ

ໂຮງ­ແຮມ​ວັນ​ວຽງ​ຈັນ ຕັ້ງ​ຢູ່​ບ້ານ​ຫາຍ​ໂສກ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ໜຶ່ງ​ໃນ​ໂຮງ­ແຮມ​ທີ່​ລັດ­ຖະ­ບານ​ ໄດ້​ຄັດ​ເລືອກ​ເປັນ​ສູນ​ກັກ​ກັນ​ຊົ່ວ­ຄາວ​ໃຫ້​ແຂກ ໂດຍ​ແນ­ໃສ່​ມາດ​ຕະ­ການ​ກັກ​ໂຕ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ ເຊັ່ນ: ຜູ້​ທີ່​ມາ​ກັກ​ກັນ​ຊົ່ວ­ຄາວ ຈະ​ຕ້ອງ​ຢູ່​ໃນ​ຫ້ອງ​ຕະ­ຫຼອດ 24 ຊົ່ວ­ໂມງ ເປັນ​ເວ­ລາ 14 ວັນ ແລະ ບໍ່​ໃຫ້​ມາ​ຢ່າງ​ເລາະ​ຕາມ​ສະ­ຖານ­ທີ່​ຕ່າງໆ​ເດັດ­ຂາດ ບໍ່​ໃຫ້​ໄປ­ມາ­ຫາ­ສູ່​ກັນ​ລະ­ຫວ່າງ​ຫ້ອງ​ກັບ​ຫ້ອງ ແລະ ບໍ່​ໃຫ້​ນັດ​ບຸກ­ຄົນ​ພາຍ​ນອກ​ບໍ­ລິ­ເວນ​ໂຮງ­ແຮມ​ເດັດ­ຂາດ.

ທ່ານ ນາງ ສີ​ລິ​ພອນ ສະ­ເດັດ​ຕັນ ເຈົ້າ​ຂອງ​ໂຮງ­ແຮມ​ວັນ​ວຽງ​ຈັນ ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ວ່າ: ໂຮງ­ແຮມ​ວັນ​ວຽງ​ຈັນ ເປີດ​ບໍ­ລິ­ການ​ປີ 2019 ພາຍ­ຫຼັງ​ພະ­ຍາດ​ໂຄ​ວິດ-19 ມີ​ການ​ລະ­ບາດ ກໍ​ໄດ້​ປິດ​ບໍ­ລິ­ການ​ຕາມ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ ປັດ­ຈຸ­ບັນ ລັດ­ຖະ­ບານ​ໄດ້​ຜ່ອນ­ຜັນ​ມາດ​ຕະ­ການ ໂຮງ­ແຮມ​ແຫ່ງ​ນີ້​ ຈຶ່ງ​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ສູນ​ກັກ​ກັນ​ຊົ່ວ­ຄາວ​ໃຫ້​ແຂກ ແລະ ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ແຕ່​ຕົ້ນ​ເດືອນ​ພຶດ­ສະ­ພາ​ຜ່ານ​ມາ ແລະ ປັດ­ຈຸ­ບັນ​ມີ​ຜູ້​ທີ່​ເຂົ້າ​ມາ​ກັກ​ໂຕ 10 ກວ່າ​ຄົນ ໃນ​ນັ້ນ​ເປັນ​ຄົນ​ລາວ ແລະ ຕ່າງ­ປະ­ເທດ ເຊິ່ງ​ທາງ​ໂຮງ­ແຮມ​ໄດ້​ສະ­ໜອງ​ອຸ­ປະ­ກອນ​ເຄື່ອງ­ໃຊ້​ຂັ້ນ​ພື້ນ­ຖານ​ທີ່​ຈຳ­ເປັນ​ໃນ​ຫ້ອງ​ນອນ ​ທີ່​ກຳ­ນົດ​ໄວ້​ເພື່ອ​ໃຫ້​ນຳ​ໃຊ້​ຄົບ 14 ວັນ ສຳ­ລັບ​ການ​ບໍ­ລິ­ການ​ອາ­ຫານ ຈະ​ຈັດ​ສົ່ງ​ຕາມ​ເວ­ລາ​ທີ່​ໂຮງ­ແຮມ​ຈັດ​ສັນ​ໄວ້ ໃຫ້​ອາ­ຫານ​ເຊົ້າ ສວາຍ ແລະ ແລງ ຜູ້​ກັກ​ໂຕ​ຈະ​ຕ້ອງ​ປະ­ຕິ­ບັດ​ການ​ວັດ­ແທກ​ອຸນ­ຫະ­ພູມ​ຮ່າງ­ກາຍ 2 ຄັ້ງ​ຕໍ່​ວັນ ແລ້ວ​ລາຍ​ງານ​ໃຫ້​ເຈົ້າ​ໜ້າ­ທີ່​ຕາມ​ລະ­ບຽບ​ຢ່າງ​ເຂັ້ມ​ງວດ ພາຍ­ຫຼັງ​ກັກ​ກັນ​ຄົບ 14 ວັນ​ອອກ​ໄປ​ແລ້ວ ຍັງ​ໄດ້​ມີ​ການ​ພົ່ນ​ຢາ​ຂ້າ​ເຊື້ອ​ເພື່ອ​ຮອງ​ຮັບ​ການ​ປ້ອງ​ກັນ​ແຂກ​ຄົນ​ຕໍ່​ໄປ.

ໂຮງ­ແຮມ​ວັນ​ວຽງ​ຈັນ ເປັນ​ໜຶ່ງ​ໃນ​ໂຮງ­ແຮມ​ທີ່​ລັດ­ຖະ­ບານ​ໄດ້​ຄັດ​ເລືອກ​ເປັນ​ສູນ​ກັກ​ກັນ​ຊົ່ວ­ຄາວ​ໃຫ້​ແຂກ ກໍ​ຄື​ບຸກ­ຄົນ​ນັກ­ຮຽນ-ນັກ​ສຶກ​ສາ ນັກ­ທຸ­ລະ­ກິດ ຈາກ​ປະ­ເທດ​ອ້ອມ​ຂ້າງ​ທີ່​ໄດ້​ຮັບ​ອະ­ນຸ­ຍາດ​ໃຫ້​ເດີນ­ທາງ​ເຂົ້າ​ມາ ສປປ ລາວ ເຊິ່ງ​ໂຮງ­ແຮມ​ກໍ​ໄດ້​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ ແລະ ຄຳ​ແນະ­ນຳ​ມາດ​ຕະ­ການ​ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ​ພະ­ຍາດ​ໂຄ​ວິດ-19 ທີ່​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ​ຢ່າງ​ເຄັ່ງ​ຄັດ ຕໍ່​ບັນ­ດາ​ແຂກ​ທີ່​ເຂົ້າ​ມາ​ໃຊ້​ບໍ­ລິ­ການ.

# ຂ່າວ & ພາບ: ວຽງ​ມາ

error: Content is protected !!