ບໍລິສັດ ຣາຊ-ລາວ ມອບທຶນຊ່ວຍເຫຼືອຊາວໜຸ່ມບ້ານລາວເລວ ເມືອງສຳພັນ

ໃນ​ວັນ​ທີ 2 ມີ​ຖຸ​ນາ 2020 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ​ສຳ­ພັນ ແຂວງ​ຜົ້ງ​ສາ­ລີ ຈັດ​ພິ­ທີ​ມອບ-ຮັບ​ທຶນ ໂຄງ­ການ “ກ້າ​ໄມ້ ແຕກ​ໃບ ສົດ­ໃສ ຢືນ​ຕົ້ນ ໃຫຍ່​ງາມ” ຈຳ­ນວນ 10 ລ້ານ​ກີບ ໃຫ້​ແກ່​ທ້າວ ກີ​ຮື ລາວ​ກີ ຊາວ​ໜຸ່ມ​ບ້ານ​ລາວ​ເລວ ເມືອງ​ສຳ­ພັນ ແຂວງ​ຜົ້ງ​ສາ­ລີ ຕາງ­ໜ້າ​ມອບ​ໂດຍ​ທ່ານ​ນາງ ແສງ​ອ່ອນ ປວງ​ມະ­ນີ​ວັນ ຮອງ​ຫົວ­ໜ້າ​ກົມ​ພັດ­ທະ­ນາ​ວິ­ຊາ​ຊີບ​ຊາວ​ໜຸ່ມ ສຊປລ ພ້ອມ​ດ້ວຍ​ທ່ານ ນະ​ລົງ​ວິດ ຄອງ​ສິນ ຜູ້​ຈັດ­ການ​ອົງ​ກອນ​ສຳ­ພັນ ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ມີ​ທ່ານ ທວນ ມະ­ນີ​ວົງ ຮອງ​ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ​ແຂວງ​ຜົ້ງ​ສາ­ລີ ແລະ ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ນາງ ແສງ​ອ່ອນ ປວງ​ມະ­ນີ​ວັນ ກ່າວ​ວ່າ: ສະ­ເພາະ​ເງິນ​ທຶນ​ໝູ­ນວຽນ​ນີ້ ກົມ​ພັດ­ທະ­ນາ​ວິ­ຊາ​ຊີບ​ສູນ​ກາງ ຊປປລ ນຳ​ເອົາ​ທຶນ​ໄປ​ມອບ​ຕໍ່­ໃຫ້​ແກ່​ຊາວ​ໜຸ່ມ​ກູ້​ຢືມ ໂດຍ​ບໍ່​ມີ​ດອກ​ເບ້ຍ ເປັນ​ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ ໃນ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ ເສີມ​ສ້າງ​ພັດ­ທະ­ນາ​ວິ­ຊາ​ຊີບ ພັດ­ທະ­ນາ​ດ້ານ​ສີ­ມື​ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະ​ພາບ ແລະ ເງິນ​ທຶນ​ໝູ­ນວຽນ​ນັ້ນ ແມ່ນ​ຖືກ​ນຳ​ໃຊ້​ໝູ­ນວຽນ​ທຶນ​ໃຫ້​ແກ່​ຊາວ​ໜຸ່ມ​ຜູ້​ອື່ນໆ ທີ່​ມີ​ເງື່ອນ­ໄຂ​ກູ້​ຢືມ​ຕໍ່​ໄປ ພາຍ­ຫຼັງ​ທີ່​ໄດ້​ເກັບ​ກູ້​ຄືນ​ມາ.

ທ່ານ ນະ​ລົງ​ວິດ ຄອງ​ສິນ ກ່າວ​ວ່າ: ປັດ­ຈຸ­ບັນ ເງິນ​ທຶນ​ໝູ­ນວຽນ​ຈຳ­ນວນ​ນັ້ນ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ໄດ້ 3 ໄລ­ຍະ ສາ­ມາດ​ມອບ​ທຶນ​ຊ່ວຍ­ເຫຼືອ​ຊາວ​ໜຸ່ມ​ກູ້​ຢືມ​ທັງ​ໝົດ​ຈຳ­ນວນ 41 ທຶນ ລວມ​ມູນ​ຄ່າ​ທັງ​ໝົດ​ເກືອບ 400 ລ້ານ​ກີບ ແລະ ໃນ​ແຕ່​ລະ​ປີ ບໍ­ລິ­ສັດ ແລະ ສູນ​ກາງ​ຊາວ​ໜຸ່ມ ຍັງ​ໄດ້​ລົງ​ຊຸກ­ຍູ້​ຕິດ­ຕາມ​ຊາວ​ໜຸ່ມ​ເກືອບ​ທຸກ​ແຂວງ​ໃນ​ທົ່ວ​ປະ­ເທດ ລວມ​ໄປ​ເຖິງ​ຜູ້​ທີ່​ປະ­ສົບ​ຜົນ­ສຳ­ເລັດ ແລະ ຜູ້​ທີ່​ຍັງ​ດຳ­ເນີນ​ທຸ­ລະ​ກິດ​ໃນ​ປັດ­ຈຸ­ບັນ​ນຳ​ອີກ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ດັ່ງ­ກ່າວ ໄດ້​ເຮັດ​ໃຫ້​ຊາວ​ໜຸ່ມ​ທີ່​ດ້ອຍ​ໂອ­ກາດ​ໄດ້​ຮັບ​ການ​ສຶກ​ສາ​ຮ່ຳ­ຮຽນ ແລະ ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ເຮັດ​ໃຫ້​ມີ​ວຽກ​ເຮັດ​ງານ​ທຳ ສາ­ມາດ​ປະ­ກອບ​ກິດ­ຈະ­ການ​ເປັນ​ຂອງ​ຕົນ​ເອງ​ໄດ້ ເຊັ່ນ: ກິດ­ຈະ­ການ​ສ້ອມ­ແປງ​ລົດ­ຈັກ.

ທ້າວ ກີ​ຮື ລາວ​ກີ ໄດ້​ກ່າວ​ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ບໍ­ລິ­ສັດ ກໍ​ຄື​ກົມ​ພັດ­ທະ­ນາ​ວິ­ຊາ​ຊີບ​ຊາວ​ໜຸ່ມ ສຊປລ ແລະ ຄະ­ນະ​ນຳ​ຊາວ​ໜຸ່ມ​ເມືອງ​ສຳ­ພັນ ແລະ ການ­ຈັດ­ຕັ້ງ​ທຸກ​ຂັ້ນ​ທີ່​ໃຫ້​ໂອ­ກາດ ແລະ ມອບ​ທຶນ​ໂຄງ­ການ​ໃຫ້ ຈະ​ໄດ້​ນຳ​ໃຊ້​ທຶນ​ຄັ້ງ​ນີ້​ໄປ​ຊື້​ອຸ­ປະ­ກອນ ເຂົ້າ​ໃນ​ການ​ເປີດ​ຮ້ານ​ສ້ອມ­ແປງ​ລົດ­ຈັກ ພັດ­ທະ­ນາ​ວີ​ຊາ​ຊີບ ຄວາມ​ຮູ້​ທີ່​ຮຽນ​ມາ ເຂົ້າ​ສູ່​ໜ້າ​ວຽກ​ຕົວ​ຈິງ ສ້າງ​ລາຍ​ຮັບ ເຮັດ​ໃຫ້​ຄຸນ​ນະ​ພາບ​ຊີ­ວິດ​ຂອງ​ຄອບ­ຄົວ​ດີ​ຂື້ນ ແລະ ມີ​ທຶນ­ຮອນ​ສົ່ງ​ຄືນ​ໂຄງ­ການ ເພື່ອ​ເປີດ​ໂອ­ກາດ​ໃຫ້​ຊາວ​ໜຸ່ມ​ຜູ້​ອື່ນໆ ໄດ້​ຮັບ​ໂອ­ກາດ​ຄື​ກັບ​ຕົນ​ເອງ.

# ຂ່າວ & ພາບ: ບຸນ​ມີ

error: Content is protected !!