ກະຊວງການຕ່າງປະເທດສິງກະໂປ ສືບຕໍ່ໃຫ້ທຶນເຝິກອົບຮົມ ຫົວຂໍ້ “ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ” ໃຫ້ພະນັກງານລັດຖະກອນລາວ 12 ຄົນ ເຊິ່ງເປັນຊຸດເຝິກອົບຮົມທາງໄກ ຈັດຂຶ້ນວັນທີ 5-9 ຕຸ ລາ 2020 ຢູ່ສູນຮ່ວມມື ລາວ-ສິງກະໂປ ໂດຍມີທ່ານ…
Category: ຂ່າວໜ້າໜຶ່ງ
ນາເດຍຟາມ ປັບປຸງຂອດບໍລິການ ຫຼັງຈາກທີ່ໄດ້ຮັບຜົນກະທົບຈາກການລະບາດເຊື້ອພະຍາດໂຄວິດ-19
ນາເດຍຟາມ ເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານນາຄູນນ້ອຍ ເຊິ່ງເປີດໃຫ້ບໍລິການວັນອັງຄານ ເຖິງວັນອາທິດ ໃນນີ້ ສວນສັດເລີ່ມເວລາ 8:30 ໂມງເຊົ້າ ຫາ 17:00 ໂມງແລງ ແລະ ສວນທ່ອງທ່ຽວເລີ່ມແຕ່ 8:30…
ສົ່ງເສີມລາວທ່ຽວລາວ ຄ່າບໍລິການຢູ່ຕາດຮ້ອຍຄົວຫຼຸດລົງ 50%
ທ່ານ ອາຄົມ ພົມມະຫານ ປະທານບໍລິສັດທ່ອງທ່ຽວລາວກຣີນ ຜູ້ສຳປະທານຕາດຮ້ອຍຄົວ ສຳພາດບໍ່ດົນມານີ້ວ່າ: ບໍລິສັດທ່ອງທ່ຽວ ລາວກຣີນ ໄດ້ເຂົ້າມາພັດທະນາຕາດຮ້ອຍຄົວເລີ່ມແຕ່ປີ 2015 ແລະ ໄດ້ເປີດບໍລິການນັກທ່ອງທ່ຽວຢ່າງເປັນທາງການນັບແຕ່ເດືອນສິງຫາປີ 2018 ໃນເນື້ອທີ່ 20 ກວ່າເຮັກຕາ…
ໄລຍະນີ້ ວັດຊຽງທອງ ໄຂໃຫ້ເຂົ້າຊົມໂດຍບໍ່ເສຍຄ່າ
ທ່ານ ຄຳຕັນ ພວງສະຫວັດ ນາຍບ້ານຊຽງທອງຄີລີ ເມືອງ ແລະ ນະຄອນຫຼວງພະບາງ ໃຫ້ສຳພາດວ່າ: ນັບແຕ່ເດືອນມີນາ 2020 ເປັນຕົ້ນມາ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ວັດຊຽງທອງໄດ້ປິດບໍ່ໃຫ້ນັກທ່ອງທ່ຽວເຂົ້າຊົມ ແລະ ກາບໄຫວ້ສັກກາລະບູຊາ ເພື່ອປ້ອງກັນການລະບາດຂອງພະຍາດດັ່ງກ່າວ…
ເຊີນທ່ຽວງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 19 ປີ 2020
ງານມະຫະກຳ ສີມືຫັດຖະກຳລາວ ຄັ້ງທີ 19 ປະຈຳປີ 2020 ພາຍໃຕ້ຄຳຂວັນ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວຕາມຮອຍປູ່ຍ່າຕາຍາຍ” ໄດ້ເປີດຢ່າງເປັນທາງການວັນທີ 12 ຕຸລາ ແລະ ຈະດຳເນີນໄປຮອດວັນທີ 18 ຕຸລາ…
ບັນຍາກາດການທ່ອງທ່ຽວຢູ່ຕາດກວາງຊີເລີ່ມດີຂຶ້ນ
ທ່ານ ບຸນມີ ອຸ່ນນາທີ ພະນັກງານຮັບຜິດຊອບຕາດກວາງຊີ ໃຫ້ສຳພາດວ່າ: ໃນໄຍລະບໍ່ທັນເກີດມີການລະບາດຂອງພະຍາດໂຄວິດ-19 ຕາດກວາງຊີສາມາດສ້າງລາຍຮັບຈາກການບໍລິການຕ່າງໆໃນແຕ່ລະວັນບໍ່ຫຼຸດ 10 ລ້ານກີບ ຖ້າແມ່ນວັນ ຫຼື ໂອກາດສຳຄັນຕ່າງໆ ສາມາດສ້າງລາຍຮັບໄດ້ບໍ່ຕ່ຳກວ່າ 15 ລ້ານກີບຕໍ່ວັນ ຍ້ອນມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວເປັນຈຳນວນຫຼວງຫຼາຍ…
ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ
ກະຊວງຍຸຕິທຳ ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍແຫ່ງທຳອິດ ຢູ່ນະຄອນຫຼວງວຽງຈັນ (ນວ) ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມຣິກາ ໂດຍຜ່ານອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ (USAID) ທີ່ພະແນກຍຸຕິທຳ ນວ ໂດຍມີທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານ ສີຫຸນ…
ນຳໃຊ້ລະບົບ CORS ເຂົ້າໃນການສຳຫຼວດ-ວັດແທກທີ່ດິນ
ພິທີມອບ-ຮັບ ແລະ ເປີດນຳໃຊ້ສະຖານີອ້າງອີງຄ່າພິກັດທາງພູມສາດ CORS ລະຫວ່າງກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກັບບໍລິສັດ ຢູນິເທັກ ຈຳກັດ ຈັດຂຶ້ນວັນທີ 9 ຕຸລາ 2020 ຢູ່ກົມທີ່ດິນ…
ສ້າງທັກສະການເວົ້າ-ການເປັນພິທີກອນ ໃຫ້ແກ່ພະນັກງານສາທາລະນະສຸກ
ຊຸດອົບຮົມທັກສະການເວົ້າ ການເປັນພິທິກອນ ໃຫ້ແກ່ເສນາທິການຂອງຮາກຖານພັກແຕ່ລະກົມກອງອ້ອມຂ້າງກະຊວງສາທາລະນະສຸກ ໄຂຂຶ້ນວັນທີ 12 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ເປັນປະທານຂອງທ່ານນາງ ແສງຈ້ອຍ ປັນຍາ ຄະນະປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງສາທາລະນະສຸກ ມີທ່ານຫົວໜ້າກົມ ຮອງກົມ…