ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຜທ ຄັ້ງທີ IV ໄຂຂຶ້ນຢ່າງເປັນທາງການວັນນີ້

ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ອົງ­ຄະ​ນະ​ພັກ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ຄັ້ງ​ທີ IV ຈັດ​ຂຶ້ນ​ວັນ​ທີ 29-30 ຕຸ­ລາ 2020 ຢູ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ(ຜທ) ໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ສອນ​ໄຊ ສີ​ພັນ​ດອນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເລ­ຂາ​ຄະ­ນະ​ພັກ ລັດ ຖະ​ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ​ສະ­ຫາຍ ທອງ​ລຸນ ສີ​ສຸ​ລິດ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ​ສປປ ລາວ ມີ​ສະ­ຫາຍ​ຮອງ​ເລ­ຂາ​ຄະ­ນະ​ພັກ​ກະ ຊວງ ຄະ­ນະ​ປະ­ຈຳ​ພັກ ເລ­ຂາ​ໜ່ວຍ​ພັກ ພະ­ນັກ­ງານ​ບຳ­ນານ​ປະ­ຕິ­ວັດ​ອາ­ວຸ­ໂສ ພ້ອມ​ສະ­ມາ­ຊິກ​ຜູ້​ແທນ​ສົມ ບູນ​ທັງ​ໝົດ 201 ສະ­ຫາຍ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ ໄດ້​ທົບ​ທວນ­ຄືນ​ການ​ນຳ­ພາ-ຊີ້​ນຳ ຕະ­ຫຼອດ​ໃນ​ໄລ­ຍະ 5 ປີ­ຜ່ານ­ມາ (2016-2020) ແລະ ທິດ​ທາງ​ຄາດ­ໝາຍ​ສູ້​ຊົນ​ໃນ 5 ປີ​ຕໍ່­ໜ້າ (2021-2025) ຂອງ​ອົງ­ຄະ​ນະ​ພັກ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ກອງ​ປະ­ຊຸມ​ໄດ້​ຜ່ານ​ຮ່າງ​ລາຍ​ງານ​ການ­ເມືອງ ແຜນ​ພັດ­ທະ­ນາ​ຂະ­ແໜງ​ແຜນ­ການ ແລະ ການ​ລົງ ທຶນ ແລະ ບົດ​ສຳ​ຫຼວດ​ການ​ນຳ­ພາ ຜ່ານ​ການ​ຊີ້​ນຳ-ນຳ­ພາ​ຂອງ​ອົງ­ຄະ​ນະ​ພັກ ສາ­ມາດ​ຍາດ​ໄດ້­ຜົນ​ງານ​ຫຼາຍ​ດ້ານ​ເຊັ່ນ:ດ້ານ​ການ­ເມືອງ-ແນວ​ຄິດ ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບ­ຮົມ​ການ­ເມືອງ-ແນວ​ຄິດ​ເປັນ​ກົກ ຢຶດ​ໝັ້ນ​ລັດ­ທິ​ມາກ-ເລ​ນິນ ແນວ​ຄິດ​ໄກ­ສອນ ພົມ­ວິ­ຫານ ແລະ ມູນ­ເຊື້ອ​ອັນ​ດີ­ງາມ​ຂອງ​ພັກ ເປັນ​ພື້ນ­ຖານ​ທາງ​ດ້ານ​ແນວ​ຄິດ​ທິດ​ສະ​ດີ​ຂອງ​ພັກ ເປັນ​ເຂັມ​ຊີ້​ທິດ​ໃຫ້​ແກ່​ການ­ຈັດ­ຕັ້ງ​ເຄື່ອນ​ໄຫວ​ຂອງ​ພັກ ແລະ ໄດ້​ຈັດ​ຕັ້ງ​ເຊື່ອມ​ຊື່ມ​ແນວ­ທາງ​ນະ­ໂຍ­ບາຍ ກົດ​ລະ­ບຽບ​ພັກ ກົດ­ໝາຍ​ຂອງ​ລັດ ໃຫ້​ສະ­ມາ­ຊິກ​ພັກ ພະ­ນັກ­ງານ ເປັນ​ປົກ­ກະ­ຕິ ເຮັດ​ໃຫ້​ສະ­ມາ­ຊິກ​ພັກ​ມີ​ແນວ​ຄິດ​ການ­ເມືອງ​ທີ່​ໜັກ​ແໜ້ນ ມີ​ຄຸນ­ສົມ­ບັດ ສິນ​ທຳ​ປະ­ຕິ­ວັດ ເຊື່ອ​ໝັ້ນ​ຕໍ່​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ເຄົາ­ລົບ​ລະ­ບຽບ​ກົດ­ໝາຍ​ຂອງ​ລັດ ມີ​ຈັນ​ຍາ​ຈັນ­ຍາ­ທຳ​ຢ່າງ​ເຂັ້ມ​ງວດ ວຽກ​ງານ​ກໍ່­ສ້າງ​ພັກ-ພະ­ນັກ­ງານ.

ພ້ອມ​ນັ້ນ ກອງ​ປະ­ຊຸມ​ຈະ​ໄດ້​ພ້ອມ​ກັນ ຄົ້ນ­ຄວ້າ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ກະ­ຊວງ ແຜນ­ການ ແລະ​ການ​ລົງ­ທຶນ ສະ­ໄໝ​ທີ IV ເພື່ອ​ສືບ­ຕໍ່ ນຳ­ພາ-ຊີ້​ນຳ ວຽກ​ງານ​ຂອງ​ຂະ­ແໜງ ແຜນ­ການ ແລະ ການ​ລົງ­ທຶນ.

# ຂ່າວ & ພາບ: ຊິ​ລິ​ການ​ດາ

error: Content is protected !!