ວັນທີ 28 ຕຸລາ 2020 ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ນຳໂດຍສະຫາຍ ຄຳແສນ ສີສະວົງ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ IV ຂອງຜູ້ແທນສະມາຄົມນັກທຸລະກິດໜຸ່ມທົ່ວປະເທດ ທີ່ຈະໄຂຂຶ້ນວັນທີ 29 ຕຸລານີ້ ເພື່ອສະແດງເຄົາລົບຮັກ ກະຕັນຍູຮູ້ບຸນຄຸນອັນສູງສົ່ງ ແລະ ລະນຶກເຖິງປະທານໄກສອນ ພົມວິຫານ ອະດີຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ປວງຊົນລາວທັງຊາດ.





# ຂ່າວ & ພາບ: ລັດເວລາ