AAWC ສົ່ງເສີມການນຳໃຊ້ນ້ຳໃຫ້ມີຄວາມໝັ້ນຄົງ ປອດໄພ ແລະ ຍືນຍົງ

ກອງປະຊຸມໂຕະມົນກ່ຽວກັບບັນຫາອາກາດ ແລະ ນ້ຳ ຄັ້ງທີ 3 ແລະ ກອງປະຊຸມສະພາທີ່ປຶກສາກ່ຽວກັບບັນຫານ້ຳຂອງລັດຖະສະພາອາຊີ (AAWC) ຄັ້ງທີ 9 ຈັດຂຶ້ນໃນວັນທີ 28 ກໍລະກົດ 2026 ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງ ທ່ານ ປອ.ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ແຫ່ງ ສ​ປ​ປ ລາວ ແລະ ທ່ານ ນາງ ຮັນ ຈອງແອ ສະມາຊິກສະພາແຫ່ງຊາດ ແຫ່ງ ສ.ເກົາຫຼີ ປະທານ AAWC ມີບັນດາທ່ານສະມາຊິກລັດຖະສະພາ AAWC ຕາງໜ້າກະຊວງທີ່ກ່ຽວຂອງ ສປປ ລາວ ແລະ ສ.ເກົາຫຼີ ບັນດາທ່ານທູຕານຸທູດຕ່າງປະເທດປະຈຳ ສປປ ລາວ ແລະ ທ່ານເລຂາທິການໃຫຍ່ AAWC ເຂົ້າຮ່ວມ.

 ທ່ານ ປອ.ວິໄລວົງ ບຸດດາຄຳ ກ່າວທີ່ກອງປະຊຸມວ່າ: ປັດຈຸບັນ ໃນພາກພື້ນຂອງພວກເຮົາ ກໍຄື ທົ່ວໂລກ ກຳລັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ໂດຍສະເພາະແມ່ນຜົນກະທົບຢ່າງໃຫຍ່ຫຼວງຈາກບັນຫາສົງຄາມ ການປ່ຽນແປງດິນຟ້າອາກາດ ໄພພິບັດທາງທໍາມະຊາດ ບັນຫາຂາດແຄນດ້ານພະລັງງານ ແລະ ອື່ນໆ ອັນໄດ້ສ້າງຄວາມເສຍຫາຍ ແລະ ສ້າງຄວາມຍຸ້ງຍາກ ໃຫ້ແກ່ການດຳລົງຊີວິດຂອງປະຊາຊົນພວກເຮົາຢ່າງໜັກໜ່ວງ.

ໃນສະພາບການດັ່ງກ່າວ ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການເຄື່ອນໄຫວ ແລະ ຄວາມພະຍາຍາມຂອງສະພາທີ່ປຶກສາກ່ຽວກັບບັນຫານ້ຳຂອງລັດຖະສະພາອາຊີ (AAWC) ໃນໄລຍະຜ່ານມາ ເຊິ່ງນັບຕັ້ງແຕ່ AAWC ໄດ້ຈັດກອງປະຊຸມຄັ້ງທຳອິດຂຶ້ນໃນປີ 2019 ຈົນມາຮອດກອງປະຊຸມຄັ້ງນີ້ ເປັນຄັ້ງທີ 9 ພ້ອມທັງມີກອງປະຊຸມໂຕະມົນກ່ຽວກັບບັນຫາອາກາດ ແລະ ນ້ຳ ຄັ້ງທີ 3 ພາຍໃຕ້ການເປັນປະທານຂອງທ່ານ ນາງ ຈອງ ແອ ຮານ ເຫັນວ່າ AAWC ພາຍໃຕ້ການຂັບເຄື່ອນ ແລະ ການສະໜັບສະໜູນຂອງ ສ.ເກົາຫຼີ ແລະ ການປະກອບສ່ວນອັນສຳຄັນຂອງປະເທດສະມາຊິກ ໄດ້ມີບົດບາດສຳຄັນ ແລະ ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ ພ້ອມທັງໄດ້ສົ່ງເສີມການຮ່ວມມື ລະຫວ່າງບັນດາສະມາຊິກລັດຖະສະພາຈາກພາກພື້ນອາຊີ ພາກສ່ວນລັດຖະບານ ນັກຊ່ຽວຊານຈາກສະຖາບັນຕ່າງໆ ລວມໄປເຖິງພາກສ່ວນທຸລະກິດເອກະຊົນ ໃນການແລກປ່ຽນບົດຮຽນດ້ານການກຳນົດນິຕິກຳ ການອອກກົດໝາຍ ການວາງນະໂຍບາຍ ແລະ ການຈັດຕັ້ງປະຕິບັດທີ່ດີ ກ່ຽວກັບການຄຸ້ມຄອງ ບໍລິຫານຈັດການນ້ຳໃຫ້ມີຄວາມຍືນຍົງ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ ໃນພາກພື້ນຂອງພວກເຮົາ ໃຫ້ມີປະສິດທິຜົນສູງກວ່າເກົ່າ.

ສຳລັບ ສປປ ລາວ 90%ຂອງເນື້ອທີ່ດິນຂອງປະເທດ ຕັ້ງຢູ່ໃນອ່າງແມ່ນ້ຳຂອງ ໃນແຕ່ລະປີ ມີນ້ຳຈາກທຳມະຊາດປະມານ 334 km3 ເກີດຂຶ້ນໃນ ສປປ ລາວ ໂດຍລວມແລ້ວ ສປປ ລາວ ມີຊັບພະຍາ ກອນນ້ຳທີ່ອຸດົມສົມບູນ ແຕ່ການນຳໃຊ້ນ້ຳຕົວຈິງເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ພັດນຳໃຊ້ພຽງປະມານ 11% ເທົ່ານັ້ນ ຕໍ່ສະພາບການດັ່ງກ່າວ ສະພາແຫ່ງຊາດລາວເຫັນໄດ້ເຖິງຄວາມສຳຄັນ ໂດຍການຮັບຮອງເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ການນຳໃຊ້ນ້ຳ ແລະ ຊັບພະ ຍາກອນນ້ຳແຫ່ງ ຊາດຮອດປີ 2030 ທີ່ກຳນົດກ່ຽວກັບການບໍລິຫານ ແລະ ນຳໃຊ້ນ້ຳແບບຍືນຍົງ ການສົ່ງເສີມການນໍາໃຊ້ພະລັງງານສະອາດ ແລະ ສົ່ງເສີມການນໍາໃຊ້ພະລັງງານນໍ້າ ພ້ອມດຽວກັນນັ້ນ ສະພາແຫ່ງຊາດລາວ ຍັງໄດ້ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາກົດໝາຍ ແລະ ນະໂຍບາຍແຫ່ງຊາດ ເຊັ່ນ: ກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ ເພື່ອຮັບປະກັນການນໍາໃຊ້ນ້ຳເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິພາບ ປະສິດທິຜົນ ທົ່ວເຖິງ ເທົ່າທຽມ ແລະ ຍືນຍົງ.

ນອກຈາກນັ້ນ ເພື່ອຮ່ວມກັບປະຊາຄົມໂລກ ໃນການແກ້ໄຂ ແລະ ຮັບມືກັບການປ່ຽນແປງດິນຟ້າອາກາດ ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດຄາດໝາຍສູ້ຊົນຫຼຸດຜ່ອນການປ່ອຍອາຍພິດໃຫ້ໄດ້ 60% ພາຍໃນປີ 2030 ແລະ ໃຫ້ເປັນ 0% ພາຍໃນປີ 2050.

ໃນນາມສະພາແຫ່ງຊາດ ແຫ່ງ ສປປ ລາວ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ບັນດາທ່ານສະມາຊິກ AAWC  ສືບຕໍ່ເພິ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນການປຶກສາຫາລື ແລະ ແລກ ປ່ຽນບົດຮຽນການປະຕິບັດບົດບາດທາງດ້ານນິຕິບັນ ຍັດ ລວມໄປເຖິງພາກສ່ວນລັດຖະບານ ສະຖານບັນຄົ້ນຄວ້າ ບັນດາບໍລິສັດ ແລະ ພາກເອກະຊົນໃນທົ່ວສັງຄົມ ໃຫ້ເພີ່ມທະວີການຮ່ວມມື ຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອຮັບປະກັນການບໍລິຫານຈັດການ ແລະ ການນຳໃຊ້ນ້ຳໃຫ້ມີຄວາມໝັ້ນຄົງ ປອດໄພ ແລະ ຍືນຍົງ ຍົກສູງປະສິດທິພາບຂອງການຄຸ້ມຄອງ ແລະ ນຳໃຊ້ນ້ຳ ທີ່ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ສົ່ງເສີມການນຳໃຊ້ນ້ຳເຂົ້າໃນທຸກຂົງເຂດວຽກງານ ສ້າງກິດຈະກຳ ແລະ ໂຄງການແລກປ່ຽນທາງດ້ານເຕັກໂນໂລຊີ ທີ່ກ່ຽວຂ້ອງກັບການນໍາໃຊ້ ການບຳບັດນ້ຳ ແລະ ການນຳນ້ຳກັບມາໃຊ້ໃໝ່ ເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍການພັດ ທະນາແບບຍືນຍົງທີ 6 (SDG6 ມີນ້ຳສະອາດ ແລະ ສຸຂະອະນາໄມ) ໂດຍການສະໜັບສະໜູນທາງດ້ານທຶນຮອນ ໃຫ້ແກ່ປະເທດທິ່ດ້ອຍພັດທະນາ ແລະ ກຳລັງພັດທະນາ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພວກເຮົາ.

error: Content is protected !!