ໃນວັນທີ 26 ຕຸລາ 2020 ທີ່ສະໂມສອນເມືອງສີໂຄດຕະບອງ ໄດ້ຈັດພິທີມອບ-ຮັບ ອ່າງປາຫາງນົກຍຸງ ຕາງໜ້າກຽດຮັບຂອງທ່ານ ບຸນມີ ໄຊຍະວົງ ຮອງເຈົ້າເມືອງສີໂຄດຕະບອງ ຕາງໜ້າມອບຈາກຫົວໜ່ວຍທຸລະກິດ ມີຕາງໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ເມືອງສີໂຄດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການມອບ-ຮັບອ່າງປາຫາງນົກຍຸງໃນຄັ້ງນີ້ ປະກອບມີ 60 ອ່າງ ເຊິ່ງໄດ້ຮັບການສະໜັບສະໜູນທຶນຈາກ ໂຮງແຮມເຫີທຽນ 2 ລ້ານກີບ ໂຮງແຮມເຊິງຊ່າງ 4 ລ້ານກີບ ແລະ ໂຮງແຮມຈັງຊີກົວຈີ 6 ລ້ານກີບ ນອກຈາກນີ້ ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ມອບເງິນສົດຈຳນວນເງິນ 4 ລ້ານກີບເພື່ອນຳໄປປະກອບສ່ວນໃນວຽກງານຕ້ານ ແລະ ສະກັດກັ້ນການປ້ອງກັນພະຍາດໄຂ້ຍຸງລາຍ.

ທ່ານ ປາວີ ຟະວິຈິດທະວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງສີໂຄດຕະບອງ ໄດ້ກ່າວວ່າ: ສຳລັບອ່າງປາຫາງນົກຍຸງໃນຈຳນວນ 60 ອ່າງນີ້ ທາງຫ້ອງການສາທາລະນະສຸກຈະໄດ້ນຳໄປມອບໃຫ້ບ້ານທີ່ມີກໍລະນີຕິດເຊື້ອພະຍາດໄຂ້ຍຸງລາຍ 5 ກໍລະນີຂຶ້ນໄປ ເຊິ່ງປັດຈຸບັນມີທັງໝົດ 9 ບ້ານ ສ່ວນທີ່ເຫຼືອແມ່ນຈະມອບໃຫ້ບ້ານພາຍໃນເມືອງທີ່ຍັງມີອ່າງປາຫາງນົກຍຸງບໍ່ພຽງພໍ.

ນັບແຕ່ຕົ້ນປີ 2020 ມາຫາປັດຈຸບັນ ເມືອງສີໂຄດຕະບອງມີຈຳນວນຄົນເຈັບໄຂ້ຍຸງລາຍສະສົມ 193 ກໍລະນີ ບໍ່ມີກໍລະນີເສຍຊີວິດ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຕົວເລກຄົນເຈັບປີນີ້ແມ່ນຍັງຫຼຸດລົງຫຼາຍປີຜ່ານມາ ເຖິງວ່າຈຳນວນຄົນເຈັບຍັງບໍ່ສູງ ແຕ່ເພື່ອເປັນການປ້ອງກັນແຕ່ຫົວທີ ທາງພະນັກງານວິຊາການໄດ້ລົງໃຫ້ສຸຂະສຶກສາ ແລະ ສ້າງຂະບວນການທຳລາຍແຫຼ່ງເພາະພັນຍຸງລາຍເປັນປະຈຳ ພ້ອມນັ້ນ ອສບ ບ້ານກໍໄດ້ຈັດຕັ້ງນຳພາປະຊາຊົນສ້າງຂະບວນການດັ່ງກ່າວຢ່າງເນື່ອງນິດລຽນຕິດ ເພື່ອປາບໜອນຍຸງ ບໍ່ມີໜອນຍຸງກໍຈະບໍ່ມີໄຂ້ຍຸງລາຍ.

# ພາບ & ຂ່າວ: ເພັດສະໝອນ