ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກນະຄອນຫຼວງວຽງຈັນ ທີ່ຈະຈັດຂຶ້ນວັນທີ 28-29 ຕຸລາ 2020 ດັ່ງນັ້ນ ວັນທີ 27 ຕຸລາ 2020 ຄະນະປະຈຳພັກ ຄະນະພັກນະຄອນຫຼວງວຽງຈັນ ແລະ ຜູ້ແທນສົມບູນ ນຳໂດຍສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເພື່ອສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ແລະ ໄປວາງພວງມາລາທີ່ອະນຸສາວະລີນັກຮົບນີລະນາມ (ດາວແດງ) ເພື່ອເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ບັນດາທ່ານຜູ້ນຳ ແລະ ນັກຮົບປະຕິວັດທີ່ໄດ້ເສຍສະຫຼະເລືອດເນື້ອ ເຂົ້າໃນຂະບວນການຕໍ່ສູ້ປົດປ່ອຍປະເທດຊາດ ຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະຊາຊົນລາວບັນດາເຜົ່າ ສະຖາປະນາເປັນ ສປປ ລາວ ຂຶ້ນວັນທີ 2 ທັນວາ 1975.

ຈາກນັ້ນ ຄະນະຜູ້ແທນກອງປະຊຸມໄດ້ແບ່ງເປັນ 2 ຄະນະຄື: ຄະນະທີ 1 ໄປຢ້ຽມຊົມພິພິທະພັນວຽງຈັນສິລະປະຮ່ວມສະໄໝ ບ້ານຊ້າງຄູ້ ເມືອງໄຊທານີ ນຳໂດຍສະຫາຍ ອາດສະພັງທອງ ສີພັນດອນ ຄະນະປະຈຳພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຄະນະທີ 2 ຢ້ຽມຊົມເຂດພັດທະນາກວມລວມໄຊເສດຖາ ນຳໂດຍສະຫາຍ ພູຂົງ ບັນນະວົງ ຄະນະພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຈາກນັ້ນ ຄະນະຜູ້ແທນທັງສອງຄະນະສືບຕໍ່ຢ້ຽມຊົມເຂດເສດຖະກິດບຶງທາດຫຼວງ ແລະ ທ່ຽວຊົມຕົວເມືອງວຽງຈັນ ເພື່ອເບິ່ງການພັດທະນານະຄອນຫຼວງວຽງຈັນໃນປັດຈຸບັນ ພາຍໃຕ້ການຊີ້ນຳ-ນຳພາອົງຄະນະພັກ ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່ານະຄອນຫຼວງວຽງຈັນ ທີ່ມີຄວາມຈະເລີນຮຸ່ງເຮືອງສີວິໄລເປັນກ້າວໆມາ.






# ພາບ & ຂ່າວ: ຂັນທະວີ