ວັນທີ 27 ຕຸລາ 2020 ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ອົງການກາແດງລາວ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ລົງມາມອບໃຫ້ກັບພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ນຳໂດຍທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ ທ່ານນາງ ບົວໄຂ ເພັງພະຈັນ ຫົວໜ້າກົມພິມຈຳໜ່າຍ ປະທານສະຫະພັນແມ່ຍິງກະຊວງ ຖວທ ພ້ອມຕາງໜ້າ 3 ອົງການຈັດຕັ້ງຂອງກະຊວງ ອົງການກາແດງລາວ ພະແນກ ຖວທ ແຂວງສະຫວັນນະເຂດ ອົງການກາແດງແຂວງສະຫວັນນະເຂດ ການນຳເມືອງເຊໂປນ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການມອບເຄື່ອງຊ່ວຍເຫຼືອຂອງຄະນະດັ່ງກ່າວ ມີຢູ່ບ້ານດົງນ້ອຍ ດົງໃຫຍ່ ກະດັບ ຈະກີຟີນ ແລະ ບ້ານແກ້ງກົກ ເມືອງເຊໂປນ ແຂວງສະຫວັນນະເຂດ ເຊິ່ງປະກອບມີເຂົ້າສານ ໝີ່ສຳເລັດຮູບ ປາກະປ໋ອງ ນ້ຳດື່ມ ແລະ ເຄື່ອງນຸ່ງຫົ່ມ ລວມມູນຄ່າທັງໝົດ 100 ກວ່າລ້ານກີບ ເຄື່ອງຈຳນວນດັ່ງກ່າວ ແມ່ນໄດ້ມາຈາກພໍ່ແມ່ປະຊາຊົນ ພະນັກງານ ນັກທຸລະກິດ ຊາວຄ້າ-ຂາຍ ແລະ ສັງຄົມພາຍໃນນະຄອນຫຼວງວຽງຈັນ ປະກອບສ່ວນຜ່ານການລະດົມເຄື່ອງຂອງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບອົງການກາແດງລາວ ເຊິ່ງຈັດຂຶ້ນແຕ່ວັນທີ 23-24 ຕຸລາ 2020 ຜ່ານມາ ຢູ່ຫໍວັດທະນະທຳແຫ່ງຊາດ.


# ຂ່າວ & ພາບ: ຊີລິການດາ