ທ່ານ ນາງ ແສງເດືອນ ອ່າງຄຳສະຫວັດ ປະທານສະມາຄົມຈີນນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 26 ຕຸລາ 2020 ວ່າ: ສະມາຄົມຈີນນະຄອນຫຼວງວຽງຈັນ ໄດ້ຮ່ວມກັບມູນນິທິຮ່ວມໃຈ 1630 ໄດ້ລະດົມການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ເພື່ອນຳເອົາຖົງບັນເທົາທຸກ ໃນນັ້ນ ປະກອບມີເຄື່ອງບໍລິໂພກ ແລະ ອຸປະໂພກ ລວມທັງຢາກັນພະຍາດພື້ນຖານຈຳນວນໜຶ່ງ ຈາກການຮ່ວມຊ່ວຍເຫຼືອຈາກສັງຄົມໂດຍຜ່ານມູນນິທິການກຸສົນ ສະມາຄົມຈີນນະຄອນຫຼວງວຽງຈັນ ກຸ່ມສິດເກົ່າຫຼຽວໂຕ ແລະ ຮ້ານແຄນກິ ເຄື່ອງດັ່ງກ່າວແມ່ນຈະນຳໄປບັນເທົາທຸກແກ່ປະຊາຊົນແຂວງສະຫວັນນະເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

ສຳລັບ ເຄື່ອງທີ່ຈະນຳໄປມອບໃນຄັ້ງນີ້ ລວມມູນຄ່າທັງໝົດ 100 ກວ່າລ້ານກີບ ເຊິ່ງເຄື່ອງດັ່ງກ່າວ ທາງທີມງານຈະນຳເອົາຖົງບັນເທົາທຸກລົງໄປຊ່ວຍເຫຼືອປະຊາຊົນແຂວງສະຫວັນນະເຂດຜູ້ທີ່ໄດ້ຮັບຜົນກະທົບ ເຊິ່ງຄາດວ່າເຄື່ອງຈະໄປຮອດໄປເຖິງປະຊາຊົນໃນອີກໜຶ່ງຫາສອງວັນນີ້ ນອກຈາກໄປມອບເຄື່ອງແລ້ວ ທາງທີມງາມຍັງຈະໄດ້ລົງໄປປຸງແຕ່ງອາຫານເພື່ອແຈກຢາຍໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.

# ພາບ & ຂ່າວ: ເພັດສະໝອນ