
ທ່ານ ອຸດົມພົງ ຈັນທະຣຳພອນ ກຳມະການຜູ້ຈັດການ ຜູ້ອຳນວຍການບໍລິສັດ ຣາຊ-ລາວ ຈຳກັດ ໃຫ້ສຳພາດວັນທີ 27 ຕຸລາ 2020 ທີ່ບໍລິສັດດັ່ງກ່າວວ່າ: ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ເປັນບໍລິສັດໃນເຄືອຂອງບໍລິສັດ ຣາຊ ກຣຸບ ຈຳກັດ (ມະຫາຊົນ) ຖືຮຸ້ນໃຫຍ່ໂດຍການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ແລະ ລົງທຶນໃນ ສປປ ລາວ ໃນທຸລະກິດດ້ານພະລັງງານໄຟຟ້າ ແລະ ທຸລະກິດກ່ຽວຂ້ອງເຊັ່ນ: ໂຄງການໄຟຟ້ານ້ຳງື່ມ 2 ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ລິກໄນ ໂຄງການໂຮງໄຟຟ້າພະລັງງານນ້ຳເຊປຽນ-ເຊນ້ຳນ້ອຍ ແລະ ກຳລັງພັດທະນາໂຄງການໂຮງໄຟຟ້າພະລັງງານນ້ຳເຊກອງ 4A4B ເຊິ່ງຫຼາຍກວ່າ 10 ປີ ບໍລິສັດ ຣາຊ-ລາວ ບໍລິການ ໄດ້ດຳເນີນທຸລະກິດຢ່າງເປັນທຳກັບກຸ່ມເປົ້າໝາຍ ເພື່ອໃຫ້ເກີດໂຄງການພັດທະນາຢ່າງເປັນທຳ ແລະ ຍືນຍົງ ໄປຄຽງຄູ່ກັບການພັດທະນາສັງຄົມ ໂດຍຍຶດໝັ້ນ ຕາມນະໂຍບາຍຂອງບໍລິສັດທີ່ວ່າ “ການດຳເນີນທຸລະກິດຕ້ອງໄປຄຽງຄູ່ກັບການພັດທະນາສັງຄົມ ຕ້ອງພັດທະນາຄົນ ແລະ ສ້າງອາຊີບໄປພ້ອມໆກັນ” ໂດຍໄດ້ມີຄວາມຮັບຜິດຊອບຕໍ່ສັງຄົມ.

ບໍລິສັດໄດ້ເນັ້ນໜັກການສຶກສາ ພັດທະນາອາຊີບ ແລະ ບໍລິສັດໄດ້ເປັນຕົວແທນໃຫ້ກັບບໍລິສັດ ຣາຊ ກຣຸບ ຈຳກັດ (ມະຫາຊົນ) ແລະ ກະຊວງສຶກສາທິການ ແລະ ກີລາ ຮ່ວມດຳເນີນໂຄງການສຶກສາ ໃນການສ້າງຄວາມຊຳນານເພື່ອດຳເນີນອາຊີບ ໃນນີ້ ໂຄງການໄດ້ພັດທະນາຄູ-ອາຈານ ເພື່ອນຳຄວາມຮູ້ໄປສິດສອນ ຖ່າຍທອດໃຫ້ຄູ ແລະ ນັກຮຽນໃນສະຖາບັນ ພ້ອມນັ້ນ ຍັງສະໜັບສະໜູນພັດທະນາຫ້ອງຮຽນປະຕິບັດການດ້ານຊ່າງເຕັກນິກ ຊ່າງກົນຈັກໂຮງງານ ຊ່າງໄຟຟ້າ ແລະ ຊ່າງຈອດ ນອກນັ້ນ ຍັງໄດ້ສະໜັບສະໜູນທຶນການສຶກສາໄລຍະທີ 1 ເລີ່ມແຕ່ປີ 2011-2015 ຈຳນວນ 20.000.000 ບາດ ປະມານ5,9 ຕື້ກີບ ໄລຍະທີ 2 ເລີ່ມແຕ່ປີ 2018-2023 ຈຳນວນ 20.000.000 ບາດ ປະມານ 5,9 ຕື້ກີບ ໂດຍເນັ້ນການກໍ່ສ້າງແຫຼ່ງຄວາມຮູ້ ທົດລອງ ແລະ ຍົກລະດັບຄວາມຮູ້ທາງດ້ານວິທະຍາສາດ ທັກສະສີມື ລວມໄປເຖິງທັກສະຄະຕິການປະຕິບັດງານໃນສາຂາວິຊາຊີບຂອງຕົນ.

ເລີ່ມແຕ່ປີ 2012 ເປັນຕົ້ນມາ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ຍັງໄດ້ຮ່ວມມືກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພາຍໃຕ້ໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ເຊິ່ງບໍລິສັດໄດ້ສະໜັບສະໜູນຈຳນວນໜຶ່ງໃຫ້ແກ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເພື່ອສ້າງໂອກາດ ແລະ ມອບທຶນບໍ່ມີດອກເບ້ຍ ປະກອບອາຊີບໃຫ້ແກ່ນັກຮຽນທີ່ຈົບການສຶກສາຈາກສູນເຝິກອົບຮົມວິຊາຊີບ ຊາວໜຸ່ມຜູ້ທີ່ດ້ອຍໂອກາດ ປັດຈຸບັນ ທຶນໝູນວຽນຈຳນວນນັ້ນ ໄດ້ຈັດຕັ້ງປະຕິບັດມາ 3 ໄລຍະ ສາມາດມອບທຶນຊ່ວຍເຫຼືອຊາວໜຸ່ມກູ້ຍືມຈຳນວນ 44 ທຶນ ມູນຄ່າເກືອບ 400 ລ້ານກີບ ໃນແຕ່ລະປີບໍລິສັດ ແລະ ສູນກາງຊາວໜຸ່ມຍັງໄດ້ລົງຊຸກຍູ້ຕິດຕາມຊາວໜຸ່ມເກືອບທຸກແຂວງ ໃນທົ່ວປະເທດລາວ ລວມໄປເຖິງຜູ້ທີ່ປະສົບຜົນສຳເລັດ ແລະ ຜູ້ທີ່ຍັງດຳເນີນທຸລະກິດໃນປັດຈຸບັນນຳອີກ.





# ຂ່າວ & ພາບ: ຂັນທະວີ