ພິທີລົງນາມສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ເພື່ອເຊື່ອມຕໍ່ລະບົບການຊຳລະຜ່ານບໍລິການເອັມມັນນີ (M-Money) ກະເປົາເງິນເທິງມືຖື ຈັດຂຶ້ນວັນທີ 28 ຕຸລາ 2020 ຢູ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ລະຫວ່າງທ່ານ ທັນສະໄໝ ຊາມຸນຕີ ຜູ້ອຳນວຍການບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການບໍລິສັດ ພີທີທີ ລາວ ຈຳກັດ ແລະ ທ່ານ ວີເພັດ ສີຫາຈັກ ປະທານ ບໍລິສັດ ລາວ ເບເວເຣດຊ ຈຳກັດ ຜູ້ດຽວ ມີທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງເພື່ອແນະນຳຄູ່ຮ່ວມທຸລະກິດທັງ 2 ບໍລິສັດ ຄື: ບໍລິສັດ ພິທີທີ ລາວ ຈຳກັດ ແລະ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ເປັນທາງການ ໂດຍເຊື່ອມຕໍ່ລະບົບການຊຳລະຜ່ານກະເປົາເງິນເທິງມືຖື ເອັມມັນນີ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ອຳນວຍຄວາມສະດວກໃຫ້ລູກຄ້າ ແລະ ຄູ່ຮ່ວມທຸລະກິດ ໃນການຊຳລະເງິນຮູບແບບໃໝ່ ຜ່ານກະເປົາເງິນດິຈິຕ້ອນເທິງມືຖື M Money ທີ່ມີຄວາມ ທັນສະໄໝ ສະດວກ ວ່ອງໄວ ແລະ ປອດໄພ ໄດ້ມາດຕະຖານສາກົນ ພາຍໃຕ້ຄຳຂວັນ “ໃຫ້ຊີວິດງ່າຍຂຶ້ນ ຕາມຍຸກດິຈິຕອນ”.
ການຮ່ວມມືທາງທຸລະກິດຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສຳຄັນ ແລະ ເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃໝ່ ຜ່ານກະເປົາເງິນດິຈິຕອນເທິງມືຖື ເອັມມັນນີ ເຂົ້າໃນຫົວໜ່ວຍທຸລະກິດທີ່ທັນສະໄໝ ແລະ ມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນໃນທົ່ວປະເທດ ເປັນສ່ວນໜຶ່ງໃນການສ້າງທ່າແຮງ ຊຸກຍູ້-ເສີມສ້າງ ແລະ ຜັນຂະຫຍາຍເສດຖະກິດດິຈິຕອນ ຫຼຸດຜ່ອນການນຳໃຊ້ເງິນສົດ ຕາມແຜນພັດທະນາເສດຖະກິດດິຈິຕອນຂອງພັກ-ລັດ ໃຫ້ປະກົດຜົນເປັນຈິງ ຕາມວິໄສທັດຂອງບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເປັນຜູ້ນຳດ້ານການບໍລິການການເງິນດິຈິຕອນໃນ ສປປ ລາວ.
# ຂ່າວ & ພາບ: ສະບາໄພ