U-19 ທີມຊາດລາວ ສະເໝີ ປກສ ແຂວງຈຳປາສັກ 1-1 ປະຕູ

ທີມ​ຊາດ​ລາວ ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ (U-19) ຊຸດ​ກຽມ​ຄວາມ​ພ້ອມ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ບານ­ເຕະ​ຊາຍ ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ຊີງ​ແຊັມ​ອາ­ຊີ 2020 ຮອບ​ສຸດ​ທ້າຍ ເດີນ­ທາງ​ໄປ​ອຸ່ນ​ເຄື່ອງ ຢູ່​ແຂວງ​ຈຳ­ປາ​ສັກ 2 ນັດ​ໂດຍ​ນັດ​ທຳ​ອິດ…

ເທສະການອາຫານ ທີ່ສູນການຄ້າວຽງຈັນເຊັນເຕີ

ເທດ­ສະ­ການ​ອາ­ຫານ​ທີ່​ສູນ​ການ​ຄ້າ ວຽງ​ຈັນ​ເຊັນ​ເຕີ ຄັ້ງ​ທີ 4 (Vientiane Center Food Fun Fair and Vientiane Center Dance Contest ຄັ້ງ​ທີ 4)…

ຍົກລະດັບຄວາມຮູ້ກ່ຽວກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງໃນແມ່ນ້ຳຂອງ

ເຟ​ສ​ບຸກ ແລະ ກອງ​ເລ­ຂາ​ຄະ­ນະ​ກຳ­ມາ​ທິ​ການ​ແມ່­ນ້ຳ​ຂອງ​ສາ­ກົນ (ຄມສ) ໄດ້​ລິ​ເລີ່ມ​ການ​ຮ່ວມ​ມື​ກັນ ເພື່ອ​ສະ­ໜອງ​ຂໍ້​ມູນ​ການ​ເຕືອນ​ໄພ​ນ້ຳ​ຖ້ວມ​ລ່ວງ​ໜ້າ ແລະ ການ​ຕິດ­ຕາມ​ໄພ​ແຫ້ງ­ແລ້ງ​ໃຫ້​ຊຸມ​ຊົນ ແລະ ລັດ­ຖະ­ບານ​ໃນ​ເຂດ​ລຸ່ມ​ແມ່­ນ້ຳ​ຂອງ ວັນ​ທີ 31 ສິງ­ຫາ 2020. ການ​ຮ່ວມ​ມື​ຄັ້ງ​ທຳ​ອິດ​ນີ້ ແນ­ໃສ່​ສ້າງ​ຄວາມ​ຮັບ​ຮູ້​ໃຫ້​ປະ­ຊາ­ຊົນ​ທົ່ວ​ໄປ​ໃນ…

ສຳເລັດກອງປະຊຸມໃຫຍ່ຄັ້ງທີ VII ໜ່ວຍພັກຮາກຖານສະຫະພັນແມ່ຍິງ ນວ

ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ໜ່ວຍ​ພັກ​ຮາກ​ຖານ ສະ­ຫະ­ພັນ​ແມ່­ຍິງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ຈັດ ຂຶ້ນ​ວັນ​ທີ 28 ສິງ­ຫາ 2020 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ເປັນ​ປະ­ທານ​ຂອງ​ສະ­ຫາຍ​ນາງ ບົວ​ລອນ ວົງ​ດາ ລາ​ແສນ…

ຍຸງລາຍໂຕຮ້າຍ ຂ້າຊີວິດເພີ່ມຂຶ້ນເປັນ 10 ຄົນ

ປັດ­ຈຸ­ບັນ ໄຂ້­ຍຸງ​ລາຍ​ຖື​ເປັນ​ພະ­ຍາດ​ໜຶ່ງ​ທີ່​ເປັນ​ບັນ­ຫາ​ທາງ​ດ້ານ​ສາ­ທາ­ລະ­ນະ​ສຸກ ແລະ ການ​ແພດ ເພາະ​ໃນ​ແຕ່​ລະ​ປີ ພົບ​ຄົນ​ເຈັບ​ພະ­ຍາດ​ນີ້​ເກືອບ​ທຸກ​ແຂວງ​ໃນ​ທົ່ວ​ປະ­ເທດ ເຊິ່ງ​ພະ­ຍາດ​ນີ້ ສ່ວນ​ໃຫຍ່​ແມ່ນ​ຈະ​ແຜ່​ລະ­ບາດ​ໃນ​ໄລ­ຍະ​ລະ­ດູ­ຝົນ ພະ­ຍາດ​ໄຂ້­ຍຸງ​ລາຍ​ສາ­ມາດ​ຕິດ­ຕໍ່​ຈາກ​ຄົນ​ໄປ​ສູ່​ຄົນ ເຊິ່ງ​ມີ​ຍຸງ​ລາຍ​ເປັນ​ພາ­ຫະ​ທີ່​ສຳ­ຄັນ ໂດຍ​ຍຸງ​ໂຕ​ແມ່​ຈະ​ກັດ ແລະ ດູດ​ເລືອດ​ຂອງ​ຄົນ​ເຈັບ​ທີ່​ມີ​ເຊື້ອ​ພະ­ຍາດ​ດັ່ງ­ກ່າວ ຈາກ​ນັ້ນ ເຊື້ອ​ພະ­ຍາດ​ນີ້​ຈະ​ເຂົ້າ​ໄປ​ຟັກ​ຕົວ ແລະ…

ພັດທະນາສວນວັດທະນະທຳຊຽງຄວນ ໃຫ້ເປັນມໍລະດົກແຫ່ງຊາດໃນໄວໆນີ້

ທ່ານ​ນາງ ສ້ອຍ​ສຸ­ດາ ອິນ​ເມືອງ​ໄຊ ປະ­ທານ​ບໍ­ລິ­ສັດ​ສວນ​ວັດ­ທະ­ນະ­ທຳ​ຊຽງ​ຄວນ ຈຳ­ກັດ​ຜູ້​ດຽວ ໃຫ້​ສຳ­ພາດ​ໃນ​ໂອ­ກາດ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ອົງ­ຄະ​ນະ​ພັກ​ເມືອງ​ຫາດ​ຊາຍ​ຟອງ​ຄັ້ງ​ທີ VII ວ່າ: ບໍ­ລິ­ສັດ​ທ່ອງ​ທ່ຽວ ແລະ ການ​ລົງ­ທຶນ​ສາ­ກົນ​ລາວ ຈຳ­ກັດ ໂດຍ​ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ອົງ­ການ​ປົກ­ຄອງ​ເມືອງ​ຫາດ​ຊາຍ​ຟອງ ແລະ ການ​ນຳ​ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ສຳ​ປະ­ທານ​ສວນ​ວັດ­ທະ­ນະ­ທຳ​ຊຽງ​ຄວນ…

ລາວໂທລະຄົມ ໄຂນຳໃຊ້ລະບົບ 5G ຢ່າງເປັນທາງການ

ໃນ​ວັນ​ທີ 31 ສິງ­ຫາ 2020 ບໍ­ລິ­ສັດ ລາວ​ໂທລະ​ຄົມ­ມະ­ນາ­ຄົມ ມະ­ຫາ­ຊົນ ເປີດ​ນຳ​ໃຊ້​ລະ­ບົບ 5G ຢ່າງ​ເປັນ​ທາງ​ການ ຢູ່​ໂຮງ­ແຮມ​ລາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ ສຸ​ພົນ ຈັນ­ທະ​ວີ​ໄຊ ຜູ້­ອຳ­ນວຍ­ການ​ໃຫຍ່…

ຫຼາຍພາກສ່ວນສົມທົບທຶນສ້າງອາຄານຮຽນຫຼັງໃໝ່

ພິ­ທີ​ມອບ-ຮັບ​ອາ­ຄານ​ຫຼັງ​ໃໝ່ ໂຮງ­ຮຽນ​ປະ­ຖົມ​ສົມ­ບູນ​ບ້ານ​ໄຊ​ສົມ­ບູນ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ສົມ­ທົບ​ທຶນ​ກໍ່­ສ້າງ​ໂດຍ​ໂຄງ­ການ ຈິດ​ອາ­ສາ​ສາ­ລະ​ວັນ​ພັດ­ທະ­ນາ ລະ­ຫວ່າງ​ຄອບ­ຄົວ​ການ​ນຳ ຮ່ວມ​ກັບ​ນັກ­ທຸ­ລະ­ກິດ ແລະ ພະ​ອາ­ຈານ ເພັດ ພຸດ​ທະ​ປັນ­ຍາ ລວມ​ມູນ​ຄ່າ​ທັງ​ໝົດ 500 ລ້ານ​ກີບ…

ຈະພັດທະນາຕະຫຼາດເຊົ້າ ໃຫ້ເປັນສູນການຄ້າທີ່ທັນສະໄໝ

ທ່ານ ພູ​ຂົງ ບັນ­ນະ​ວົງ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ນວ ຜູ້​ຊີ້​ນຳ​ລວມ​ໂຄງ­ການ​ພັດ­ທະ­ນາ​ຕະ­ຫຼາດ​ເຊົ້າ ລົງ​ພົບ​ປະ​ຊາວ​ຄ້າ-ຂາຍ ແລະ ຜູ້​ພັດ­ທະ­ນາ​ຕະ­ຫຼາດ​ເຊົ້າ ວັນ​ທີ 28 ສິງ­ຫາ…

error: Content is protected !!