ຍົກລະດັບຄວາມຮູ້ກ່ຽວກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງໃນແມ່ນ້ຳຂອງ

ເຟ​ສ​ບຸກ ແລະ ກອງ​ເລ­ຂາ​ຄະ­ນະ​ກຳ­ມາ​ທິ​ການ​ແມ່­ນ້ຳ​ຂອງ​ສາ­ກົນ (ຄມສ) ໄດ້​ລິ​ເລີ່ມ​ການ​ຮ່ວມ​ມື​ກັນ ເພື່ອ​ສະ­ໜອງ​ຂໍ້​ມູນ​ການ​ເຕືອນ​ໄພ​ນ້ຳ​ຖ້ວມ​ລ່ວງ​ໜ້າ ແລະ ການ​ຕິດ­ຕາມ​ໄພ​ແຫ້ງ­ແລ້ງ​ໃຫ້​ຊຸມ​ຊົນ ແລະ ລັດ­ຖະ­ບານ​ໃນ​ເຂດ​ລຸ່ມ​ແມ່­ນ້ຳ​ຂອງ ວັນ​ທີ 31 ສິງ­ຫາ 2020.

ການ​ຮ່ວມ​ມື​ຄັ້ງ​ທຳ​ອິດ​ນີ້ ແນ­ໃສ່​ສ້າງ​ຄວາມ​ຮັບ​ຮູ້​ໃຫ້​ປະ­ຊາ­ຊົນ​ທົ່ວ​ໄປ​ໃນ 4 ປະ­ເທດ​ສະ­ມາ­ຊິກ ຄມສ ຄື: ລາ­ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ ສປປ ລາວ ລາ­ຊະ​ອາ­ນາ­ຈັກ​ໄທ ແລະ ສສ ຫວຽດ­ນາມ ກ່ຽວ​ກັບ​ລະ­ບົບ​ຂໍ້​ມູນ​ຂ່າວ-ສານ​ກ່ຽວ​ກັບ​ໄພ​ນ້ຳ​ຖ້ວມ ແລະ ໄພ​ແຫ້ງ­ແລ້ງ​ຂອງ ຄມສ ແລະ ເພື່ອ​ສ້າງ​ຄວາມ​ສາ­ມາດ​ໃຫ້​ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ ໃນ​ການ​ນຳ​ໃຊ້​ລະ­ບົບ​ດີ​ຈີ​ຕອນ​ອອນ​ລາຍ ແຕ່​ປີ 2020-2021.

ທ່ານ​ນາງ ຊານ​ຕິ ອາ​ເລັກ​ຊານ​ເດີ ຜູ້​ຈັດ­ການ​ດ້ານ​ຊຸມ​ຊົນ ອາ­ຊີ-ປາ​ຊີ​ຟິກ ຂອງ​ເຟ​ສ​ບຸກ ກ່າວ​ວ່າ: ພວກ​ເຮົາ​ກຳ­ລັງ​ຊອກ​ຫາ​ວິ­ທີ​ໃໝ່ໆ ເພື່ອ​ສະ­ໜັບ­ສະ­ໜູນ​ການ​ພັດ­ທະ­ນາ​ໃນ​ລະ­ດັບ​ພາກ​ພື້ນ​ຢູ່​ໃນ​ເຟ​ສ​ບຸກ ດ້ວຍ​ຊຸດ​ເຄື່ອງ­ມື​ທີ່​ສະ­ໜັບ­ສະ­ໜູນ​ຊຸມ​ຊົນ​ໃນ​ການ​ກະ­ກຽມ​ຕອບ​ໂຕ້ ແລະ ຟື້ນ​ຟູ​ຈາກ​ໄພ­ພິ­ບັດ ແລະ ສ້າງ​ຄວາມ​ຍືດ​ຍຸ່ນ ພວກ​ເຮົາ​ມີ​ຄວາມ​ຍິນ​ດີ​ທີ່​ໄດ້​ຮ່ວມ​ມື​ກັບ ຄມສ ເພື່ອ​ແຈ້ງ​ໃຫ້​ປະ­ຊາ­ຊົນ​ຫຼາຍ​ລ້ານ​ຄົນ​ໃນ​ພາກ​ພື້ນ​ໄດ້​ຮັບ​ຮູ້ ແລະ ກຽມ​ຄວາມ​ພ້ອມ​ຕໍ່​ກັບ​ໄພ​ນ້ຳ​ຖ້ວມ ແລະ ໄພ​ແຫ້ງ­ແລ້ງ.

ທ່ານ ອາ​ນຸ​ລັກ ກິດ​ຕິ​ຄຸນ ຫົວ­ໜ້າ​ວາງ​ແຜນ​ຍຸດ​ທະ​ສາດ ແລະ ການ​ຮ່ວມ​ມື​ຂອງ (ຄມສ) ກ່າວ​ວ່າ: ພວກ​ເຮົາ​ເຫັນ​ຄວາມ​ສຳ­ຄັນ​ທີ່​ສຸດ ໃນ​ການ​ສະ­ໜອງ​ຂໍ້​ມູນ​ທີ່​ວ່ອງ­ໄວ ແລະ ໜ້າ​ເຊື່ອ​ຖື ກ່ຽວ​ກັບ​ລະ­ດັບ​ນ້ຳ​ໃຫ້​ບັນ­ດາ​ປະ­ເທດ​ແມ່­ນ້ຳ​ຂອງ ແລະ ຊຸມ​ຊົນ​ທີ່​ປະ­ສົບ​ກັບ​ໄພ​ນ້ຳ​ຖ້ວມ ແລະ ໄພ​ແຫ້ງ­ແລ້ງ ແລະ ສະ­ພາບ​ອາ­ກາດ​ປ່ຽນ­ແປງ​ຕະ­ຫຼອດ​ເວ­ລາ ເພື່ອ​ໃຫ້​ພວກ​ເຂົາ​ເຫຼົ່າ­ນັ້ນ​ສາ­ມາດ​ຮັບ​ມື ເພື່ອ​ຫຼີກ​ລ່ຽງ ຫຼື ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ໄດ້​ທັນ​ເວ­ລາ ແລະ ກະ­ກຽມ​ການ​ຕອບ​ໂຕ້​ທີ່​ມີ​ປະ​ສິດ­ທິ​ຜົນ.

ເຟ​ສ​ບຸກ ຈະ​ເຝິກ­ອົບ­ຮົມ​ໃຫ້​ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ​ຈາກ 4 ປະ­ເທດ​ສະ­ມາ­ຊິກ ຄມສ ກ່ຽວ​ກັບ​ວິ­ທີ​ການ​ໃຊ້​ເຄື່ອງ­ມື​ດິ​ຈິ​ຕອນ​ທີ່​ແຕກ​ຕ່າງ​ກັນ ເພື່ອ​ໃຫ້​ສື່­ສານ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ແລະ ວ່ອງ­ໄວ ລະ­ຫວ່າງ ແລະ ຫຼັງ​ເກີດ​ໄພ­ພິ­ບັດ ເຊິ່ງ​ຈະ​ປະ­ກອບ​ມີ​ການ​ເຝິກ­ອົບ­ຮົມ​ກ່ຽວ​ກັບ​ແຜນ­ທີ່​ປະ­ຊາ­ກອນ​ຂອງ​ເຟ​ສ​ບຸກ (Facebook’s Population Density Maps) ເຊິ່ງ​ເປັນ​ແອັບ​ພລີ​ເຄ​ຊັ່ນ​ທີ່​ໃຊ້​ເຕັກ­ນິກ ພາບ​ຄອມ​ພິວ​ເຕີ​ທີ່​ທັນ​ສະ­ໄໝ (State-of-the-art computer Visual Techniques) ເພື່ອ​ສັງ​ລວມ​ຂໍ້​ມູນ​ທີ່​ມີ​ຢູ່​ໃນ​ສາ­ທາ­ລະ­ນະ ແລະ ພາກ­ສ່ວນ​ທຸ­ລະ​ກິດ ເຂົ້າ​ກັບ​ຄວາມ​ສາ­ມາດ​ທາງ​ປັນ­ຍາ​ປະ­ດິດ (AI) ຂອງ​ເຟ​ສ​ບຸກ ແຜນ­ທີ່​ນີ້ ແມ່ນ​ມີ​ລາຍ​ລະ­ອຽດ 3 ເທົ່າ​ກວ່າ​ແຫຼ່ງ​ທີ່​ມີ​ຢູ່.

error: Content is protected !!