ເທສະການອາຫານ ທີ່ສູນການຄ້າວຽງຈັນເຊັນເຕີ

ເທດ­ສະ­ການ​ອາ­ຫານ​ທີ່​ສູນ​ການ​ຄ້າ ວຽງ​ຈັນ​ເຊັນ​ເຕີ ຄັ້ງ​ທີ 4 (Vientiane Center Food Fun Fair and Vientiane Center Dance Contest ຄັ້ງ​ທີ 4) ຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 27 ສິງ­ຫາ – ວັນ​ທີ 2 ກັນ­ຍາ 2020 ທີ່​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ​ນາງ ນວນ​ສີ ມະ​ຫັດ​ທະ­ນະ​ວິ​ໂຣດ ຮອງ​ຜູ້­ອຳ­ນວຍ­ການ ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ພ້ອມ​ດ້ວຍ​ບັນ­ດາ​ຜູ້​ບໍ­ລິ­ຫານ​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ແຂກ​ຖືກ​ເຊີນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ງານ​ຄັ້ງ​ນີ້ ຈັດ​ຂຶ້ນ​ເພື່ອ​ຮວມ​ອາ­ຫານ ເຄື່ອງ​ດື່ມ ແລະ ຂະ​ໜົມ​ຈາກ​ໂຮງ­ແຮມ 5 ດາວ ຮ້ານ​ອາ­ຫານ​ຊື່​ດັງ​ຫຼາຍ​ກວ່າ 30 ຮ້ານ​ທີ່​ເຂົ້າ​ຮ່ວມ​ງານ ເອົາ­ໃຈ​ທ່ານ​ທີ່​ມັກ​ໃນ​ການ​ກິນ ໂດຍ​ສະ­ເພາະ ພາຍ​ໃນ​ງານ​ຍັງ​ມີ​ການ​ໃຫ້​ຄວາມ​ຮູ້ ການ​ສາ­ທິດ​ເຮັດ​ອາ­ຫານ ແລະ ຂະ​ໜົມ ພ້ອມ​ກັນ​ນັ້ນ ກໍ​ມີ​ກິດ­ຈະ­ກຳ​ເຕັ້ນ​ປະ­ກອບ​ເພງ (Dance Contest) ເປັນ​ການ​ແຂ່ງ­ຂັນ​ປະ­ຈຳ​ປີ​ຂອງ​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ເຊິ່ງ​ໄດ້​ຈັດ​ຂຶ້ນ​ຕິດ­ຕໍ່​ກັນ​ເປັນ​ປີ​ທີ 4 ແລ້ວ ເພື່ອ​ຊິງ​ເງິນ​ລາ­ງວັນ​ຫຼາຍ​ກວ່າ 10 ລ້ານ​ກີບ ເພື່ອ​ໃຫ້​ທຸກ​ທ່ານ​ໄດ້​ເພີດ­ເພີນ​ໄປ​ກັບ​ກິດ­ຈະ­ກຳ​ການ​ເຕັ້ນ ພ້ອມ​ທັງ​ອີ່ມ​ທ້ອງ ອີ່ມ​ຕາ ພາຍ​ໃນ​ງານ​ດຽວ​ກັນ ເຊິ່ງ​ກິດ­ຈະ­ກຳ Vientiane Center Dance Contest ໃນ​ປີ​ນີ້​ຈະ​ແບ່ງ​ອອກ​ເປັນ 2 ປະ­ເພດ​ຄື: Cover Dance ແລະ All Style Battle ຮອບ​ຄັດ​ເລືອກ​ສາຍ A Cover Dance ວັນ​ທີ 27 ສິງ­ຫາ 2020 ເລີ່ມ​ເວ­ລາ 15:00 ໂມງ​ເປັນ­ຕົ້ນ​ໄປ ຮອບ​ຄັດ​ເລືອກ​ສາຍ B Cover Dance ວັນ​ທີ 29 ສິງ­ຫາ 2020 ເວ­ລາ 15:00 ໂມງ​ເປັນ­ຕົ້ນ​ໄປ ຮອບ​ຮອງ​ຊະ­ນະ​ເລີດ ວັນ​ທີ 30 ສິງ­ຫາ 2020 ເລີ່ມ​ເວ­ລາ 15:00 ໂມງ​ເປັນ­ຕົ້ນ​ໄປ ສ່ວນ​ຮອບ​ຊິງ​ຊະ­ນະ​ເລີດ ຈະ​ມີ​ຂຶ້ນ​ວັນ​ທີ 2 ກັນ­ຍາ 2020 ເລີ່ມ​ແຕ່​ເວ­ລາ 15:00 ໂມງ​ເປັນ­ຕົ້ນ​ໄປ.

error: Content is protected !!