
ກອງປະຊຸມໃຫຍ່ຄັ້ງທີ VII ຂອງໜ່ວຍພັກຮາກຖານ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (ນວ) ໄດ້ຈັດ ຂຶ້ນວັນທີ 28 ສິງຫາ 2020 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງສະຫາຍນາງ ບົວລອນ ວົງດາ ລາແສນ ກຳມະການພັກ ນວ ຮັກສາການເລຂາໜ່ວຍພັກ ປະທານສະຫະພັນແມ່ຍິງ ນວ ມີສະຫາຍ ລາດຊະ ນີວົງ ອະມະຣະທິທາດາ ຄະນະປະຈຳພັກ ປະທານອົງການກວດກາພັກ ປະທານອົງການກວດກາລັດ ນວ ພ້ອມດ້ວຍ ຄະນະພັກຮາກຖານ ແຂກຖືກເຊີນ ແລະ ສະຫາຍສະມາຊິກພັກພາຍໃນໜ່ວຍພັກຮາກຖານ ສະຫະ ພັນແມ່ຍິງ ນວ ເຂົ້າຮ່ວມ.

ກອງປະຊຸມໄດ້ຕິລາຄາດ້ານດີ ດ້ານອອ່ນ ຂໍ້ຄົງຄ້າງ ສາເຫດດ້ານດີ ດ້ານອ່ອນ ບົດຮຽນທີ່ຖອດຖອນໄດ້ ໃນການຊີ້ນຳ-ນຳພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ 5 ປີຜ່ານມາ ພ້ອມນີ້ ກອງປະຊຸມຍັງໄດ້ເປັນ ເອກະ ສັນຮັບຮອງເອົາ 5 ທິດທາງລວມ 6 ຄາດໝາຍສູ້ຊົນ 4 ທິດທາງໜ້າທີ່ຕົ້ນຕໍ ໃນການຳພາຂອງພັກ 5 ປີ ຕໍ່ໜ້າ 2020-2024 ຮັບຮອງເອົາບົດລາຍງານການເມືອງທັງສອງພາກ ຂອງໜ່ວຍພັກຮາກຖານສະຫະພັນແມ່ ຍິງຊຸດທີ VI.

ກອງປະຊຸມຄັ້ງນີ້ ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸກໃໝ່ ເລືອກເອົາສະຫາຍນາງ ຫຼຽນຄຳ ວິລະພັນ ເປັນເລຂາ ສະຫາຍນາງ ໂຄຕາມິນ ພົງຍາຮັກ ເປັນຮອງປະທານ ພ້ອມທັງເປັນປະທານກວດກາພັກ ສະຫາຍນາງ ສຸພາພອນ ພອນປະເສີດ ເປັນຄະນະ ແລະ ສະຫາຍນາງ ສຸລິພັນ ຈັນທະມິດ ເປັນຮອງປະທານ ກວດກາພັກ ແລະ ເລືອກເອົາຜູ້ແທນສົມບູນ 2 ສະຫາຍ ສຳຮອງ 1 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມອົງຄະ ນະພັກ ນວ ຄັ້ງທີ VII ທີ່ຈະມີຂຶ້ນໃນຕໍ່ໜ້າ ແລະ ຕອນທ້າຍກອງປະຊຸມຍັງໄດ້ຮັບຝັງການໂອ້ລົມຈາກສະຫາຍ ລາດຊະນີວົງ ອະມະຣະທາດາ ເພື່ອເປັນທິດທາງໃນການຈັດຕັ້ງຜັນຂະຫຍາຍໜ້າທີ່ວຽກງານໃນສະເພາະໜ້າ.
