ຈະພັດທະນາຕະຫຼາດເຊົ້າ ໃຫ້ເປັນສູນການຄ້າທີ່ທັນສະໄໝ

ທ່ານ ພູ​ຂົງ ບັນ­ນະ​ວົງ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ນວ ຜູ້​ຊີ້​ນຳ​ລວມ​ໂຄງ­ການ​ພັດ­ທະ­ນາ​ຕະ­ຫຼາດ​ເຊົ້າ ລົງ​ພົບ​ປະ​ຊາວ​ຄ້າ-ຂາຍ ແລະ ຜູ້​ພັດ­ທະ­ນາ​ຕະ­ຫຼາດ​ເຊົ້າ ວັນ​ທີ 28 ສິງ­ຫາ 2020 ເພື່ອ​ຊີ້​ນຳ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ຕະ­ຫຼາດ​ດັ່ງ­ກ່າວ ໃຫ້​ເປັນ​ສູນ​ການ​ຄ້າ​ທີ່​ທັນ​ສະ­ໄໝ ບັນ­ລຸ​ໄດ້​ຕາມ​ສັນ­ຍາ​ສຳ​ປະ­ທານ ແລະ ແຜນ­ທີ່​ວາງ​ໄວ້ ໂດຍ​ມີ​ທ່ານ​ນາງ ວັນ​ມະ­ນີ ພິມ​ມະ​ສານ ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນວ ຮອງ​ເຈົ້າ­ເມືອງ​ຈັນ­ທະ​ບູ​ລີ ປະ­ທານ​ຊາວ​ຄ້າ-ຂາຍ​ຕະ­ຫຼາດ​ເຊົ້າ ຜູ້​ສຳ​ປະ­ທານ​ໂຄງ­ການ​ພັດ­ທະ­ນາ​ຕະ­ຫຼາດ​ເຊົ້າ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ​ນາງ ວັນ​ມະ­ນີ ພິມ​ມະ​ສານ ກ່າວ​ວ່າ: ເພື່ອ​ເຮັດ​ໃຫ້​ໂຄງ­ການ​ພັດ­ທະ­ນາ​ຕະ­ຫຼາດ​ເຊົ້າ ເປັນ​ໄປ​ຕາມ​ສັນ­ຍາ​ສຳ​ປະ­ທານ ແລະ ບັນ­ລຸ​ໄດ້​ຕາມ​ກຳ­ນົດ​ເວ­ລາ​ທີ່​ໄດ້​ວາງ​ໄວ້ ຄະ­ນະ​ສະ­ເພາະ​ກິດ​ທີ່​ໄດ້​ຮັບ​ການ​ແຕ່ງ­ຕັ້ງ ໄດ້​ປະ­ຊຸມ​ປຶກ­ສາ​ຫາ­ລື​ຮ່ວມ​ກັບ​ທຸກ​ພາກ­ສ່ວນ ຕະ­ຫຼອດ​ຮອດ​ຊາວ​ຄ້າ-ຂາຍ ເພື່ອ​ແລກ­ປ່ຽນ​ຄຳ​ຄິດ​ເຫັນ ການ​ຮ່ວມ​ມື ແລະ ສ້າງ​ຄວາມ​ເປັນ​ເອ­ກະ​ພາບ​ກັນ ປັດ­ຈຸ­ບັນ​ມີ​ຄວາມ​ພ້ອມ​ດ້ານ​ສະ­ຖານ­ທີ່​ຮອງ​ຮັບ​ຊາວ​ຄ້າ-ຂາຍ​ໃນ​ອາ­ຄານ Mall 1 ແລະ ອາ­ຄານ Mall 2 ພ້ອມ​ນີ້ ຍັງ​ໄດ້​ລົງ­ທະ­ບຽນ​ຊາວ​ຄ້າ-ຂາຍ ແລະ ແຈ້ງ​ເຈດ​ຈຳ­ນົງ​ທັງ​ໝົດ ທີ່​ຍັງ​ດຳ­ເນີນ​ທຸ­ລະ​ກິດ​ຢູ່​ອາ­ຄານ​ໂຕ U ເພື່ອ​ຍ້າຍ​ໄປ​ຂາຍ​ຢູ່​ອາ­ຄານ​ມໍ 1 ແລະ ອາ­ຄານ​ມໍ 2 ບໍ່​ໃຫ້​ເກີນ 90 ວັນ ນັບ​ແຕ່​ມື້​ອອກ​ແຈ້ງ​ການ​ເປັນ­ຕົ້ນ​ໄປ ພາຍ­ຫຼັງ​ການ​ຍົກ­ຍ້າຍ​ຊາວ​ຄ້າ-ຂາຍ​ສຳ­ເລັດ​ແລ້ວ ຈະ​ໄດ້​ລົງ­ມື​ທຸບ​ມ້າງ ເພື່ອ​ກໍ່­ສ້າງ​ເປັນ​ສູນ​ການ​ຄ້າ​ທີ່​ທັນ​ສະ­ໄໝ ເປັນ​ອາ­ຄານ 8 ຊັ້ນ ອາ­ຍຸ​ສຳ​ປະ­ທານ 40 ປີ ເນື້ອ­ທີ່ 26.000 ກວ່າ​ຕາ​ແມັດ ຄາດ​ວ່າ​ຈະ​ໃຫ້​ສ້າງ​ສຳ­ເລັດ​ໃນ​ປີ 2025.

ທ່ານ ຊ່າງ ຊຽງ ໝິງ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ ຮົວ​ຊິນ​ພັດ­ທະ­ນາ ຈຳ­ກັດ ຜູ້​ສຳ​ປະ­ທານ​ຕະ­ຫຼາດ​ເຊົ້າ ກ່າວ​ວ່າ: ບໍ­ລິ­ສັດ​ມີ​ຄວາມ​ພ້ອມ​ທີ່​ຈະ​ຮອງ​ຮັບ​ຊາວ​ຄ້າ-ຂາຍ​ທີ່​ມາ​ຈາກ​ອາ­ຄານ​ໂຕ U ເພື່ອ​ຍ້າຍ​ມາ​ຂາຍ​ຢູ່​ຊັ້ນ​ໃຕ້​ດິນ ຊັ້ນ 1 2 3 ແລະ ອາ­ຄານ​ມໍ 1 ຈຳ­ນວນ 302 ຫ້ອງ ໂດຍ​ມີ​ນະ­ໂຍ­ບາຍ​ຍົກ­ເວັ້ນ​ການ​ເກັບ​ຄ່າ​ເຊົ່າ ລວມ​ໄລ­ຍະ​ຍົກ­ຍ້າຍ 9 ເດືອນ ສ່ວນ​ຄ່າ​ໄຟ­ຟ້າ​ແມ່ນ​ຈ່າຍ​ເອງ​ຕາມ​ການ​ໃຊ້​ຕົວ​ຈິງ ຫຼັງ​ຈາກ​ໝົດ​ກຳ­ນົດ​ແມ່ນ​ຈະ​ເກັບ​ຄ່າ​ເຊົ່າ 50% ຈົນ​ກວ່າ​ຈະ​ມີ​ແຈ້ງ​ການ​ໃຫ້​ຂຶ້ນ​ອາ­ຄານ​ໃໝ່​ຕາມ​ລາ­ຄາ​ເຕັມ ສຳ­ລັບ​ຊາວ​ຄ້າ-ຂາຍ​ທີ່​ມີ​ຄວາມ​ສົນ­ໃຈ​ຢາກ​ຊື້​ຫ້ອງ​ເພື່ອ​ຂາຍ­ເຄື່ອງ ແມ່ນ​ມີ​ສ່ວນ​ຫຼຸດ 20% ຂອງ​ມູນ​ຄ່າ​ຫ້ອງ ໂດຍ​ກຳ­ນົດ​ໄວ້​ແມ່ນ​ຫ້ອງ​ລະ 2.800-5.500 ໂດ​ລາ​ສະ­ຫະ­ລັດ​ຕໍ່​ຕາ​ແມັດ ແລະ ສັນ­ຍາ​ວ່າ​ຈະ​ສຸມ​ທຸກ​ຄວາມ​ສາ­ມາດ​ເພື່ອ​ເຮັດ​ໃຫ້​ໂຄງ­ການ ກໍ​ຄື​ພັດ­ທະ­ນາ​ຕະ­ຫຼາດ​ເຊົ້າ​ໃຫ້​ສຳ­ເລັດ​ຕາມ​ແຜນ­ການ ທັງ​ຈະ​ຮ່ວມ​ມື​ກັນ​ກັບ​ຊາວ​ຄ້າ-ຂາຍ ຄື​ດັ່ງ​ປາ​ກັບ​ນ້ຳ.

ໂອ­ກາດ​ນີ້ ທ່ານ ພູ​ຂົງ ບັນ­ນະ​ວົງ ກໍ​ໄດ້​ໃຫ້​ທິດ​ຊີ້​ນຳ ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ດັ່ງ­ກ່າວ ບັນ­ລຸ​ໄດ້​ຕາມ​ຈຸດ­ປະ­ສົງ ແລະ ຄາດ­ໝາຍ​ທີ່​ວາງ​ໄວ້ ໂດຍ​ເນັ້ນ​ໃຫ້​ທຸກ​ພາກ­ສ່ວນ​ເປັນ​ເຈົ້າ​ການ​ຮ່ວມ​ມື​ກັນ ພ້ອມ​ທັງ​ເຊື່ອ​ໝັ້ນ​ໃນ​ການ​ພັດ­ທະ­ນາ ແລະ ຢັ້ງ­ຢືນ​ຕາມ​ສັນ­ຍາ​ທີ່ ນວ ໄດ້​ເຊັນ​ຮັບ­ຮອງ​ແລ້ວ ຈົດ​ທະ­ບຽນ​ສານ​ແລ້ວ ໂດຍ​ຂັ້ນ​ຕອນ​ການ​ຄົ້ນ­ຄວ້າ​ແມ່ນ​ຜ່ານ​ຂະ​ບວນ​ການ​ຖືກ­ຕ້ອງ ມີ​ຄວາມ​ເປັນ​ທຳ​ທີ່​ສຸດ ພ້ອມ​ນີ້ ການ​ພັດ­ທະ­ນາ​ແມ່ນ​ໃຫ້​ໄປ​ຕາມ​ແຜນ­ຜັງ​ທີ່​ລັດ­ຖະ­ບານ​ຮັບ­ຮອງ​ໃນ​ທຸກ​ຂັ້ນ​ຕອນ ການ​ກໍ່­ສ້າງ​ແມ່ນ​ໃຫ້​ປະ­ຕິ­ບັດ​ຕາມ​ລະ­ບຽບ​ການ ຮຽກ­ຮ້ອງ​ມາ​ຍັງ​ຊາວ​ຄ້າ-ຂາຍ ແລະ ບໍ­ລິ­ສັດ ຕ້ອງ​ໄດ້​ຮ່ວມ​ມື​ກັນ​ເພື່ອ​ເຮັດ​ໃຫ້­ການ​ກໍ່­ສ້າງ​ສຳ­ເລັດ​ຕາມ​ເວ­ລາ​ທີ່​ກຳ­ນົດ ສ່ວນ​ການ​ຕົບ­ແຕ່ງ​ພາຍ​ໃນ​ແມ່ນ​ໃຫ້​ຊາວ-ຄ້າ­ຂາຍ ແລະ ບໍ­ລິ­ສັດ​ສົມ­ທົບ​ກັນ ເພື່ອ​ຄວາມ​ຈົບ­ງາມ ຄວາມ​ສີ­ວິ­ໄລ ແລະ ທັນ​ສະ­ໄໝ.

error: Content is protected !!