U-19 ທີມຊາດລາວ ສະເໝີ ປກສ ແຂວງຈຳປາສັກ 1-1 ປະຕູ

ທີມ​ຊາດ​ລາວ ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ (U-19) ຊຸດ​ກຽມ​ຄວາມ​ພ້ອມ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ບານ­ເຕະ​ຊາຍ ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ຊີງ​ແຊັມ​ອາ­ຊີ 2020 ຮອບ​ສຸດ​ທ້າຍ ເດີນ­ທາງ​ໄປ​ອຸ່ນ​ເຄື່ອງ ຢູ່​ແຂວງ​ຈຳ­ປາ​ສັກ 2 ນັດ​ໂດຍ​ນັດ​ທຳ​ອິດ ວັນ​ທີ 28 ສິງ­ຫາ 2020 ເອົາ​ຊະ­ນະ ທີມ​ຕູ່ ຂົນ­ສົ່ງ ແຊັມ​ບານ­ເຕະ​ຊີງ​ຂັນ​ເຈົ້າ­ແຂວງ​ຈຳ­ປາ​ສັກ ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ 2-0 ປະ­ຕູ ນັດ​ທີ 2 ວັນ​ທີ 30 ສິງ­ຫາ 2020 ສະ­ເໝີ ປກສ ແຂວງ​ຈຳ­ປາ​ສັກ ແຊັມ​ບານ­ເຕະ​ຊີງ​ຂັນ​ເຈົ້າ­ແຂວງ​ຈຳ­ປາ​ສັກ ຮຸ່ນ​ທົ່ວ​ໄປ 1-1 ປະ­ຕູ ໂດຍ​ທີມ​ຊາດ​ລາວ ໄດ້​ປະ­ຕູ​ຈາກ ບຸນ​ມີ ປິ່ນ​ແກ້ວ ນາ­ທີ 2 ສ່ວນ ປກສ ແຂວງ ໄດ້​ປະ­ຕູ​ຈາກ​ການ​ຍິງ​ຈຸດ​ໂທດ​ຂອງ ອຸ­ດົມ​ສິດ ສິງ​ລາດ​ສົມ­ບູນ ນາ­ທີ 47.

ການ​ແຂ່ງ­ຂັນ​ບານ­ເຕະ​ຊາຍ U-19 ຊີງ​ແຊັມ​ອາ­ຊີ 2020 ຮອບ​ສຸດ​ທ້າຍ ຢູ່​ປະ­ເທດ​ອຸດ​ສະ​ເບ​ກິດ​ສະ­ຖານ U-19 ທີມ​ຊາດ​ລາວ ຢູ່​ກຸ່ມ C ຮ່ວມ​ກັບ ຊາ​ອຸ​ດີ​ອາ​ຣາ​ເບຍ ແຊັມ​ເກົ່າ ອົດ​ສະ​ຕຣາ​ລີ ແຊັມ​ອາ​ຊຽນ ຄັ້ງ​ຫຼ້າ​ສຸດ ແລະ ຫວຽດ­ນາມ ໂດຍ​ນັດ​ທີ 1 ທີມ​ຊາດ​ລາວ ພົບ ຊາ​ອຸ​ດີ​ອາ​ຣາ​ເບຍ ນັດ​ທີ 2 ພົບ ອົດ​ສະ​ຕຣາ​ລີ ນັດ​ທີ 3 ພົບ ຫວຽດ­ນາມ ໂດຍ​ການ​ແຂ່ງ­ຂັນ​ຈະ​ຈັດ​ຂຶ້ນ​ວັນ​ທີ 14-31 ຕຸ­ລາ 2020 ສ່ວນ​ວັນ ແລະ ເວ­ລາ​ແຂ່ງ­ຂັນ​ໃນ​ຮອບ​ແບ່ງ​ກຸ່ມ ຝ່າຍ​ຈັດ­ການ​ແຂ່ງ­ຂັນ​ຈະ­ແຈ້ງ​ໃຫ້​ຊາບ​ໃນ​ໄວໆ​ນີ້.

U-19 ທີມ​ຊາດ​ລາວ ສາ­ມາດ​ຜ່ານ​ການ​ຄັດ​ເລືອກ ກ້າວ​ສູ່​ຮອບ​ສຸດ​ທ້າຍ​ລາຍ­ການ​ນີ້​ຄັ້ງ​ທຳ​ອິດ ໃນ​ຮອບ 46 ປີ ຕໍ່​ຈາກ​ປີ 1974 ນີ້​ເປັນ​ຄັ້ງ​ທີ 5 ທີ່​ໄດ້​ເຂົ້າ​ມາ​ຫຼິ້ນ ໃນ​ຮອບ​ສຸດ​ທ້າຍ ຕໍ່​ຈາກ​ປີ 1969 1970 1972 ແລະ 1974 ຜົນ­ງານ​ດີ​ສຸດ​ເຂົ້າ​ຮອບ 8 ທີມ ໃນ​ປີ 1972 ການ​ແຂ່ງ­ຂັນ​ບານ ເຕະ​ຊາຍ U-19 ຊີງ​ແຊັມ​ອາ­ຊີ ປີ 2020 ຮອບ​ສຸດ​ທ້າຍ ມີ 16 ທີມ ທີ່​ຜ່ານ​ການ​ຄັດ​ເລືອກ ແບ່ງ​ເປັນ 4 ກຸ່ມ ແຂ່ງ​ພົບ​ກັນ ໝົດ​ໃນ​ກຸ່ມ ແລ້ວ​ຄັດ​ເອົາ​ທີ 1 ແລະ ທີ 2 ຂອງ​ກຸ່ມ​ເຂົ້າ​ຮອບ 8 ທີມ​ສຸດ​ທ້າຍ ທີມ​ທີ່​ຕິດ​ອັນ​ດັບ 1-4 ຈະ​ໄດ້​ສິດ​ເປັນ​ຕົວ​ແທນ​ທະ­ວີບ­ອາ­ຊີ ໄປ​ແຂ່ງ­ຂັນ​ບານ­ເຕະ​ຊາຍ U-20 ປີ ຊີງ​ແຊັມ​ໂລກ 2021 ຢູ່​ປະ­ເທດ​ອິນ​ໂດ​ເນ​ເຊຍ.

error: Content is protected !!