ລາວໂທລະຄົມ ໄຂນຳໃຊ້ລະບົບ 5G ຢ່າງເປັນທາງການ

ໃນ​ວັນ​ທີ 31 ສິງ­ຫາ 2020 ບໍ­ລິ­ສັດ ລາວ​ໂທລະ​ຄົມ­ມະ­ນາ­ຄົມ ມະ­ຫາ­ຊົນ ເປີດ​ນຳ​ໃຊ້​ລະ­ບົບ 5G ຢ່າງ​ເປັນ​ທາງ​ການ ຢູ່​ໂຮງ­ແຮມ​ລາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ ສຸ​ພົນ ຈັນ­ທະ​ວີ​ໄຊ ຜູ້­ອຳ­ນວຍ­ການ​ໃຫຍ່ ບໍ­ລິ­ສັດ ລາວ​ໂທລະ​ຄົມ­ມະ­ນາ­ຄົມ ມະ­ຫາ­ຊົນ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ທັນ​ສະ­ໄໝ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ (ປທສ) ພ້ອມ​ດ້ວຍ​ຫົວ­ໜ້າ ຮອງ​ຫົວ­ໜ້າ​ກົມ​ອ້ອມ​ຂ້າງ​ກະ­ຊວງ ປທສ ຜູ້​ບໍ­ລິ­ຫານ-ພະ­ນັກ­ງານ​ລາວ​ໂທລະ​ຄົມ­ມະ­ນາ­ຄົມ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

ກ່ອນ​ໜ້າ​ນີ້ ໃນ​ວັນ​ທີ 8 ຕຸ­ລາ 2019 ທີ່​ຜ່ານ​ມາ ລາວ​ໂທລະ​ຄົມ ໄດ້​ມີ​ພິ­ທີ​ທົດ​ລອງ​ນຳ​ໃຊ້​ລະ­ບົບ 5G ມາ​ແລ້ວ​ຄັ້ງ​ໜຶ່ງ ເພື່ອ​ເປັນ​ການ​ກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ ກ່ອນ​ການ​ເປີດ​ໃຫ້­ການ​ບໍ­ລິ­ການ​ຢ່າງ​ເປັນ​ທາງ​ການ ສຳ­ລັບ​ຢູ່​ໃນ​ງານ​ມື້­ນີ້ ແມ່ນ​ໄດ້​ມີ​ການ​ສາ­ທິດ​ບັນ­ດາ Show case ຈຳ­ນວນ​ໜຶ່ງ ທີ່​ທິມ​ງານ​ໄດ້​ກະ­ກຽມ​ມາ​ສະ­ແດງ​ໃຫ້​ເຫັນ​ວ່າ​ລະ­ບົບ 5G ມີ​ສັກ­ກະ​ຍະ​ພາບ​ທີ່​ທັນ​ສະ­ໄໝ ແລະ ຄວາມ​ໄວ​ໃນ​ການ​ສົ່ງ​ຂໍ້​ມູນ​ເທົ່າ­ໃດ ສຳ­ລັບ​ພື້ນ​ທີ່​ໃຫ້­ການ​ບໍ­ລິ­ການ​ລະ­ບົບ 5G ໃນ​ເບື້ອງ​ຕົ້ນ ລາວ​ໂທລະ​ຄົມ­ມະ­ນາ­ຄົມ ຈະ​ໃຫ້​ບໍ­ລິ­ການ​ຢູ່​ໃນ​ບາງ​ພື້ນ​ທີ່​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ​ກ່ອນ ເຊັ່ນ: ຢູ່​ບໍ­ລິ­ເວນ​ຈຸດ​ໃຈ­ກາງ​ເມືອງ​ເຂດ​ສີ​ຫອມ ຕະ­ຫຼາດ​ກາງ­ຄືນ​ແຄມ​ຂອງ ເຂດ​ສາຍ​ລົມ ແລະ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ (ວິ­ທະ­ຍາ​ເຂດ​ດົງ​ໂດກ) ຈາກ​ນັ້ນ ໄລ­ຍະ​ທີ່​ສອງ​ຈຶ່ງ​ຈະ​ຂາຍ​ຫຍາຍ​ໄປ​ສູ່​ບັນ­ດາ​ແຂວງ​ໃຫຍ່​ໃນ​ທົ່ວ​ປະ­ເທດ.

error: Content is protected !!