ປັດຈຸບັນ ໄຂ້ຍຸງລາຍຖືເປັນພະຍາດໜຶ່ງທີ່ເປັນບັນຫາທາງດ້ານສາທາລະນະສຸກ ແລະ ການແພດ ເພາະໃນແຕ່ລະປີ ພົບຄົນເຈັບພະຍາດນີ້ເກືອບທຸກແຂວງໃນທົ່ວປະເທດ ເຊິ່ງພະຍາດນີ້ ສ່ວນໃຫຍ່ແມ່ນຈະແຜ່ລະບາດໃນໄລຍະລະດູຝົນ ພະຍາດໄຂ້ຍຸງລາຍສາມາດຕິດຕໍ່ຈາກຄົນໄປສູ່ຄົນ ເຊິ່ງມີຍຸງລາຍເປັນພາຫະທີ່ສຳຄັນ ໂດຍຍຸງໂຕແມ່ຈະກັດ ແລະ ດູດເລືອດຂອງຄົນເຈັບທີ່ມີເຊື້ອພະຍາດດັ່ງກ່າວ ຈາກນັ້ນ ເຊື້ອພະຍາດນີ້ຈະເຂົ້າໄປຟັກຕົວ ແລະ ເພີ່ມຈຳນວນໃນຍຸງລາຍ ເຮັດໃຫ້ມີເຊື້ອໄວຣັສຢູ່ໃນໂຕຍຸງໄລຍະປະມານ 1-2 ເດືອນແລ້ວຖ່າຍທອດໄປສູ່ຄົນທີ່ຖືກຍຸງລາຍກັດໄດ້ ຍຸງລາຍເປັນຍຸງທີ່ອາໄສຢູ່ພາຍໃນເຮືອນ ແລະ ນອກເຮືອນ ມັກອອກກັດເວລາກາງເວັນ ມີແຫຼ່ງເພາະພັນຄື: ນ້ຳທີ່ຂັງຢູ່ໃນພາຊະນະເກັບນ້ຳຕ່າງໆ ເຊັ່ນ: ໄຫ ໂຖດອກໄມ້ ຖານຮອງຕີນຕູ້ ຈານ ຖ້ວຍ ກະໂປະ ກະປ໋ອງ ໝໍ້ ຢາງຕີນລົດ ແລະ ອື່ນໆ ເຊິ່ງພະຍາດໄຂ້ຍຸງລາຍສ່ວນໃຫຍ່ແມ່ນຈະແຜ່ລະບາດເປັນວົງກວ້າງໃນໄລຍະລະດູຝົນ ນັບແຕ່ທ້າຍປີ 2019 ຫາວັນທີ 30 ສິງຫາ 2020 ທົ່ວປະເທດມີກໍລະນີຄົນເຈັບໄຂ້ຍຸງລາຍສະສົມທັງໝົດ 5.677 ກໍລະນີ ເສຍຊີວິດ 10 ຄົນ.

ໃນເມື່ອໄດ້ຮັບຮູ້ເຖິງໄພອັນຕະລາຍຂອງພະຍາດໄຂ້ຍຸງລາຍ ທີ່ອາດສົ່ງຜົນກໍ່ໃຫ້ເກີດການເສຍຊີວິດແລ້ວ ດັ່ງນັ້ນທຸກຄົນຄວນຫັນມາເອົາໃຈໃສ່ໃນການປ້ອງກັນພະຍາດໄຂ້ຍຸງລາຍ ດ້ວຍການປ້ອງກັນຕົນເອງບໍ່ໃຫ້ຍຸງລາຍກັດຄື: ນອນໃນມຸ້ງ ຫຼື ຫ້ອງທີ່ມີມຸ້ງລວດ ໄຕ້ຢາກັນຍຸງ ໃຊ້ຢາທາ ຫຼື ສີດຢາກັນຍຸງ ແຕ່ຄວນໃຊ້ຢ່າງລະມັດລະວັງ ບໍ່ຄວນຢູ່ໃນບໍລິເວນທີ່ອັບລົມ ຫຼື ມຸມມືດ ມີແສງສະຫວ່າງໜ້ອຍ ໝັ່ນອາບນ້ຳຊຳລະຮ່າງກາຍໃຫ້ສະອາດ ເພາະເຫື່ອຈະດຶງດູດໃຫ້ຍຸງມາກັດຫຼາຍຂຶ້ນ ຄຽງຄູ່ກັນນັ້ນ ຕ້ອງເອົາໃຈໃສ່ຄວບຄຸມແຫ່ງເພາະພັນຍຸງລາຍ ດ້ວຍການເກັບມ້ຽນຂີ້ເຫຍື້ອ ໂດຍສະເພາະພາຊະນະທີ່ສາມາດຂັງນ້ຳໄດ້ພາຍໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ມີນ້ຳຂັງ ໃສ່ແຟັບ ຫຼື ນ້ຳສົ້ມສາຍຊູ ເກືອ ຂີ້ເຖົ່າ ຊາຍອາເບດ ຫຼື ຖອກນ້ຳຮ້ອນລົງໃນຖານຮອງຕີນຕູ້ທຸກໆອາທິດເພື່ອຂ້າໜອນນ້ຳ ລ້ຽງປາຫາງນົກຍຸງໃຫ້ອ່າງບົວ ຖັງ ຫຼື ໄຫໃສ່ນ້ຳໃນຫ້ອງນ້ຳເພື່ອກິນໜອນນ້ຳ ໝັ່ນຂັດລ້າງພາຊະນະເກັບນ້ຳ ເພື່ອກຳຈັດໜອນນ້ຳຍຸງລາຍ ປ່ຽນນ້ຳໃນໂຖດອກໄມ້ໃນທຸກໆ 7 ມື້ເພື່ອທຳລາຍໄຂ່ຍຸງລາຍ ທຳຄວາມສະອາດຮາງລະບາຍນ້ຳຝົນໃຫ້ສະອາດ ປັບປຸງສະພາບແວດລ້ອມອ້ອມເຮືອນ ຊຸມຊົມໃຫ້ສະອາດ ເວົ້າລວມ ແມ່ນໃຫ້ເອົາໃຈໃສ່ປະຕິບັດຕາມຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ສ່ວນຜູ້ທີ່ມີອາການໄຂ້ ຄວນໄປໂຮງໝໍທີ່ເປັນໂຮງໝໍຂອງລັດ ເພື່ອກວດຊອກຫາສາເຫດ ແລະ ຮັບການປິ່ນປົວທີ່ຖືກວິທີ ຫຼີກລ່ຽງການຊື້ຢາມາກິນເອງ ເພື່ອປ້ອງກັນການເສຍຊີວິດຈາກພະຍາດນີ້.