ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ປະທານບໍລິສັດສວນວັດທະນະທຳຊຽງຄວນ ຈຳກັດຜູ້ດຽວ ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຫາດຊາຍຟອງຄັ້ງທີ VII ວ່າ: ບໍລິສັດທ່ອງທ່ຽວ ແລະ ການລົງທຶນສາກົນລາວ ຈຳກັດ ໂດຍໄດ້ຮັບອະນຸຍາດຈາກອົງການປົກຄອງເມືອງຫາດຊາຍຟອງ ແລະ ການນຳນະຄອນຫຼວງວຽງຈັນ ເພື່ອສຳປະທານສວນວັດທະນະທຳຊຽງຄວນ ໃນເນື້ອທີ່ 21.000 ຕາແມັດ ແລະ ພັດທະນາບູລະນະສວນວັດທະນະທຳຊຽງຄວນ.

ນັບແຕ່ມື້ສຳປະທານມາຮອດປັດຈຸບັນ ໄດ້ກໍ່ສ້າງປະຕູໂຂງ ວາງລະບົບລະບາຍນ້ຳ ກຳແພງ ຕົບແຕ່ງພາຍໃນສວນ ບູລະນະສ້ອມແຊມວັດຖຸບູຮານທີ່ເປ່ເພ ແຕກຫັກ ສ້າງຫ້ອງນ້ຳສະອາດ ຮ້ານຂາຍອາຫານ ຂາຍ ເຄື່ອງທີ່ລະນຶກ ເວທີການສະແດງ ແລະ ອື່ນໆ ມູນຄ່າປະມານ 3 ລ້ານໂດລາສະຫະລັດ ແລະ ຍັງຈະສືບຕໍ່ພັດທະນາຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວາງໄວ້ໃຫ້ ເປັນຕົ້ນແມ່ນພັດທະນາພື້ນທີ່ໃກ້ຄຽງ ອ້ອມສວນວັດທະນະທຳຊຽງຄວນໃຫ້ເປັນສະຖານທີ່ທ່ອງທ່ຽວຄົບວົງຈອນ ມີຫຼາຍກິດຈະກຳຕາມລະດູການທີ່ຕິດພັນກັບຮີດຄອງປະເພນີລາວ ຈະສ້າງຕະຫຼາຍຂາຍເຄື່ອງໂອທ໊ອບ ສິນຄ້າທີ່ນຳເຂົ້າຈາກຕ່າງປະເທດຢູ່ເຂດບ້ານດົງໂພສີ ຕິດກັບຂົວມິດຕະພາບຕື່ມອີກ.

ຄຽງຄູ່ກັບການພັດທະນາບັນດາພື້ນຖານໂຄງລ່າງຕ່າງໆ ເຮັດໃຫ້ມີນັກທ່ອງທ່ຽງເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ ມາໄລຍະຕົ້ນປີນີ້ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຂາດລາຍຮັບເປັນເວລາ 6 ເດືອນ ເຖິງແນວໃດກໍຕາມ ຕົນເອງກໍບໍ່ຍອມຖໍ້ຖອຍແຕ່ຢ່າງໃດ ພ້ອມທັງສືບຕໍ່ພັດທະນາບັນດາກິດຈະກຳຕ່າງໆທີ່ວາງໄວ້ ມາຮອດປັດຈຸບັນ ສະພາບການທ່ອງທ່ຽວເລີ່ມດີຂຶ້ນເປັນກ້າວໆ ສະແດງອອກໃນວັນເສົາ-ອາທິດ ຫຼື ຕາມເທສະການຕ່າງໆ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມສະເລ່ຍມື້ລະ 300-400 ຄົນ ສ່ວນວັນທຳມະດາມື້ລະ 100-200 ຄົນ ຕະຫຼອດໄລຍະຜ່ານມາ ພັກ-ລັດໄດ້ຊຸກຍູ້ ສົ່ງເສີມ ໃຫ້ກຳລັງໃຈໃນການສືບຕໍ່ພັດທະນາໃຫ້ສະຖານທີ່ທ່ອງທ່ຽວແຫ່ງນີ້ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ ແລະ ຈະກຽມຮັບຮອງເປັນມໍລະດົກແຫ່ງຊາດໃນໄວໆນີ້.