ສະຖານີຂົນສົ່ງສາຍໃຕ້ ເຂັ້ມງວດປະຕິບັດມາດຕະການປ້ອງກັນພະຍາດໂຄວິດ

ພາຍ­ຫຼັງ​ທີ່​ລັດ­ຖະ­ບານ​ໄດ້​ອອກ​ແຈ້ງ​ການ ສະ­ບັບ​ເລກ​ທີ 580/ຫສນຍ ເລື່ອງ​ການ​ສືບ­ຕໍ່​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ຜ່ອນ­ຜັນ ແລະ ມາດ​ຕະ­ການ​ປ້ອງ​ກັນ ຄວບ​ຄຸມ​ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໃນ​ໄລ­ຍະ​ວັນ​ທີ 18 ພຶດ­ສະ­ພາ-1 ມິ­ຖຸ­ນາ 2020 ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ທຸກ​ພາກ­ສ່ວນ ໄດ້​ເຄື່ອນ​ໄຫວ​ດຳ­ເນີນ​ກິດ­ຈະ­ການ​ຢ່າງ​ເປັນ​ປົກ­ກະ­ຕິ…

ຜູ້ຕິດເຊື້ອໄຂ້ຍຸງລາຍ ຍັງແຕ່ສອງແຂວງບໍ່ທັນກວດພົບ

ພະ­ຍາດ​ໄຂ້­ຍຸງ​ລາຍ ຫຼື ໄຂ້­ເລືອດ­ອອກ ມັກ​ແຜ່​ລະ­ບາດ​ໃນ​ໄລ­ຍະ​ລະ­ດູ­ຝົນ ເນື່ອງ​ຈາກ​ຍຸງ​ລາຍ​ເປັນ​ພາ­ຫະ​ນຳ​ເຊື້ອ ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ຈະ​ແຜ່​ຂະ­ຫຍາຍ​ໃນ​ໄລ­ຍະ​ລະ­ດູ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ໄດ້​ແນະ­ນຳ​ໃຫ້​ປະ­ຊາ­ຊົນ​ຮ່ວມ​ກັນ​ກຳ­ຈັດ​ແຫຼ່ງ​ເພາະ​ພັນ​ຍຸງ​ລາຍ​ໃຫ້​ໝົດ​ໄປ ໂດຍ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຫຼັກ­ການ 5 ປ ທີ່​ທຸກ​ຄົນ ກໍ​ຄື​ທຸກ​ຄອບ­ຄົວ​ຕ້ອງ​ປະ­ຕິ­ບັດ​ໃຫ້​ໄດ້​ເປັນ​ປະ­ຈຳ​ນັ້ນ ປະ­ກອບ​ມີ: ປິດ​ຝາ​ພາ­ຊະ­ນະ​ທີ່​ເກັບ​ນ້ຳ​ໃນ​ເຮືອນ ແລະ ນອກ​ເຮືອນ​ເພື່ອ​ບໍ່​ໃຫ້​ຍຸງ​ມາ​ໄຂ່​ໃສ່…

ຮ່ວມມືຈັດຕັ້ງໂຄງການ ແລກປ່ຽນວຽກງານການທ່ອງທ່ຽວ

ສະ​ຖາ​ບັນ​ສື່​ມວນ​ຊົນ ວັດ­ທະ­ນະ­ທຳ-ທ່ອງ​ທ່ຽວ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ແລະ ບໍ­ລິ­ສັດ ວັດ­ທະ­ນະ­ທຳ ທ່ອງ​ທ່ຽວ ແລະ ສື່​ມວນ​ຊົນ​ວ້ານ​ຊ່ຽງ ນະ­ຄອນ​ເຊິນ​ເຈິງ ແຫ່ງ ສປ ຈີນ…

ສອງພາກສ່ວນ ຮ່ວມລົງນາມບົດບັນທຶກການຮ່ວມມືດ້ານວິຊາການ

ສູນ​ເຕັກ­ນິກ​ກະ­ສິ­ກຳ-ປ່າ­ໄມ້ ຮ່ວມ​ມື​ລາວ-ຫວຽດ­ນາມ ແຂວງ​ຫົວ­ພັນ ລົງ​ນາມ​ບົດ​ບັນ ທຶກ​ການ​ຮ່ວມ​ມື​ດ້ານ​ວິ­ຊາ​ການ ກັບ ກຸ່ມ​ບໍ­ລິ­ສັດ​ພົງ​ສະ­ຫວັນ​ຈຳ­ກັດ ວັນ​ທີ 21 ພຶດ­ສະ­ພາ 2020 ເພື່ອ​ພັດ­ທະ­ນາ​ສູນ​ດັ່ງ­ກ່າວ​ໃຫ້​ມີ​ຄວາມ​ກ້າວ­ໜ້າ ແລະ ເຂັ້ມ­ແຂງ ເປັນ​ສູນ​ລວມ​ແນວ​ພັນ​ພືດ ແນວ​ພັນ​ສັດ​ທີ່​ມີ​ຄຸນ​ນະ​ພາບ…

ນັກຮ້ອງດັງຂອງລາວ ເຊີນທຸກຄົນສົມທົບທຶນຊ່ວຍເຫຼືອສັງຄົມ ຕ້ານພະຍາດ COVID-19

ສື່​ອອນ​ລາຍ​ມີ​ບົດ­ບາດ​ສຳ­ຄັນ ໃນ​ໄລ­ຍະ​ສັງ­ຄົມ​ກຳ­ລັງ​ພົບ​ບັນ­ຫາ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຫຼາຍ​ຄົນ​ຫັນ​ມາ​ໃຊ້​ສື່​ອອນ​ລາຍ ເພື່ອ​ເປັນ​ອຸ­ປະ­ກອນ​ໃນ​ການ​ສື່­ສານ ແລະ ສົ່ງ­ຕໍ່​ຂໍ້​ມູນ​ທີ່​ວ່ອງ­ໄວ ເພື່ອ​ໃຫ້­ການ​ຊ່ວຍ­ເຫຼືອ​ໄປ​ເຖິງ​ປະ­ຊາ­ຊົນ​ທຸກ​ຄົນ ໃນ​ເວ­ລາ​ລຳ­ບາກ​ນີ້. ອາ​ລູ​ນາ ຖາ­ວອນ​ສຸກ ແລະ ສັກ ເຊວ ແມ່ນ​ນັກ​ຮ້ອງ​ທີ່​ເປັນ​ບຸກ­ຄົນ​ສຳ­ຄັນ​ຂອງ​ລາວ ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ຊ່ວຍ­ເຫຼືອ​ສັງ­ຄົມ…

ໜີຄວາມຮ້ອນໄປຜ່ອນຄາຍກັບທຳມະຊາດຫາດຄູນ

ອາ­ກາດ​ຮ້ອນ​ອົບ­ເອົ້າ​ແບບ​ນີ້ ໄປ​ພັກ­ຜ່ອນ​ຢູ່​ໃສ​ຈຶ່ງ​ຊິ​ໄດ້ ອາບ­ນ້ຳ-ຫຼິ້ນ​ນ້ຳ​ແບບ​ເຢັນໆ​ຜ່ອນ­ຄາຍ​ຄວາມ​ຮ້ອນ​ແບບ​ນີ້​ໄດ້ ມື້­ນີ້​ຈະ​ມາ​ແນະ­ນຳ​ຜູ້​ທີ່­ຢູ່​ໃກ້ ແລະ ຢູ່​ໄກ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຫາດ​ຄູນ ສຳ­ລັບ​ຜູ້​ທີ່­ຢູ່​ໄກ ຖ້າ​ຕ້ອງ­ການ​ໄປ​ສຳ­ຜັດ​ກັບ​ບັນ­ຍາ­ກາດ​ຕົວ​ຈິງ ກໍ​ຕ້ອງ​ໃຫ້​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ຕ່າງໆ​ຢ່າງ​ເຂັ້ມ​ງວດ ເພາະ­ວ່າ​ໄລ­ຍະ​ນີ້ ຍັງ​ຢູ່​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ 06/ນຍ ເມື່ອ​ໃດ​ການ​ລະ­ບາດ​ຂອງ COVID-19 ໝົດ​ໄປ​ຈາກ​ປະ­ເທດ​ຂອງ​ພວກ​ເຮົາ​ແລ້ວ ຈຶ່ງ​ຄ່ອຍ​ໄປ​ພັກ­ຜ່ອນ​ຢ່ອນ​ໃຈ​ແກ້​ເມື່ອຍ​ຄາຍ​ຮ້ອນ​ໃນ​ສະ­ຖານ­ທີ່​ແຫ່ງ​ນີ້.…

ບົດຮຽນຈາກໂຄວິດ-19

ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ທົ່ວ​ໂລກ ທີ່​ສົ່ງ​ຜົນ​ກະ­ທົບ​ຕໍ່​ຊີ­ວິດ​ຢ່າງ​ໃຫຍ່​ຫຼວງ ເຮັດ​ໃຫ້​ຫຼາຍ​ຄົນ​ໄດ້​ຄົ້ນ​ຄິດ​ສັງ​ລວມ​ບົດ­ຮຽນ​ລາ­ຄາ​ແພງ​ໄດ້​ວ່າ ອະ­ນາ­ຄົດ​ຂ້າງ​ໜ້າ​ໂລກ​ເຮົາ​ກໍ​ອາດ​ຈະ​ເກີດ​ມີ​ເຫດ­ການ​ແບບ​ນີ້​ເກີດ​ຊ້ຳ​ໄດ້​ຕະ­ຫຼອດ​ເວ­ລາ ຜົນ​ກະ­ທົບ​ທີ່​ຄວບ​ຄຸມ​ໄດ້​ຍາກ​ຈາກ​ພະ­ຍາດ​ໂຄ​ວິດ-19 ນີ້ ບາງ​ປະ­ເທດ​ມີ​ຈຳ­ນວນ​ຜູ້​ເສຍ​ຊີ­ວິດ​ຫຼາຍ ຍ້ອນ​ປະ­ໝາດ ແລະ ເຄີຍ​ຊິນ​ກັບ​ຊີ­ວິດ​ອິດ­ສະ­ຫຼະ​ເສລີ ເຊິ່ງ​ເຫດ­ການ​ທີ່​ເວົ້າ​ບໍ່​ພຽງ​ແຕ່​ພາກ​ປະ­ຊາ­ຊົນ​ແຕ່​ລະ­ດັບ​ຜູ້­ນຳ​ກໍ​ເປັນ. ກ່ອນ​ພະ­ຍາດ​ລະ­ບາດ​ທຳ​ມະ​ຊາດ​ຂອງ​ຄົນ ເຄີຍ​ຊິນ​ກັບ​ການ​ໃຊ້​ຊີ­ວິດ​ອິດ­ສະ­ຫຼະ ເບິ່ງ​ປັດ​ໄຈ​ພາຍ​ນອກ​ຫຼາຍ ເຊັ່ນ:…

ໄລ່ແມງໄມ້ແບບທຳມະຊາດ ບໍ່ຕ້ອງໃຊ້ສານເຄມີ

ການ​ໃຊ້​ສານ​ເຄ​ມີ​ສີດ​ໄລ່​ແມງ­ໄມ້ ນອກ­ຈາກ​ຈະ​ຊ່ວຍ​ໄລ່​ແມງ­ໄມ້​ໄດ້​ແຕ່​ໄລ­ຍະ​ສັ້ນໆ​ແລ້ວ ຍັງ​ທຳ­ຮ້າຍ​ຕົວ​ເຮົາ ດັ່ງ­ນັ້ນ ໃນ​ຄໍ​ລຳ​ສິ່ງ​ຄວນ​ຮູ້​ມື້­ນີ້ ເລີຍ​ຢາກ​ຈະ​ໃຫ້​ລອງ​ວິ­ທີ​ກຳ­ຈັດ​ແມງ­ໄມ້​ດ້ວຍ​ເທັກ​ນິກ​ພູມ​ປັນ­ຍາ​ຊາວ­ບ້ານ ຈາກ​ຂອງ​ໃຊ້​ໃນ​ຄົວ​ເຮືອນ​ທີ່​ເຮົາ​ນຳ​ມາ​ໄລ່​ແມງ­ໄມ້​ເອງ​ໄດ້ ແລະ ບໍ່​ເປັນ​ອັນ­ຕະ­ລາຍ​ຕໍ່​ຕົວ​ເຮົາ​ເອງ ແລະ ເປັນ​ວິ­ທີ​ທີ່​ງ່າຍໆ. – ເລີ່ມ​ຈາກ​ການ​ໄລ່​ມອດ​ອອກ​ຈາກ​ຖັງ​ເຂົ້າ­ສານ​ດ້ວຍ​ໝາກ­ເຜັດ​ແຫ້ງ: ເຂົ້າ­ສານ​ທີ່​ເຮົາ​ປະ​ໄວ້​ດົນ ມັກ​ຈະ​ມີ​ມອດ​ເຂົ້າ​ມາ​ອາ­ໄສ​ຢູ່​ສ້າງ​ຄວາມ​ລຳ​ຄານ ໃນ​ເວ­ລາ​ເອົາ​ໄປ​ໝ່າ…

ຕອບຖືກ ຕອບແມ່ນ

ໂຈນ​ປຸ້ນ​ທະ­ນາ­ຄານ​ຖືກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈັບ​ໄດ້​ຄາ​ໜັງ​ຄາ​ເຂົາ ໃນ​ເວ­ລາ​ເຮັດ​ການ​ສອບ​ສວນ​ນັ້ນ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ໄດ້​ເວົ້າ​ຂຶ້ນ​ວ່າ: “ເຈົ້າ​ກໍ​ໂພດ​ລື່ນ​ບ້ານ​ລື່ນ​ເມືອງ… ຂະ­ໜາດ​ວ່າ​ກາງ­ເວັນ​ແດດ​ທ່ຽງ​ຟ້າ ເຈົ້າ​ກໍ​ຍັງ​ເຮັດ​ໜ້າ­ດ້ານ​ໄປ​ປຸ້ນ​ໄປ​ລັກ… ປຸ້ນ​ບ່ອນ​ອື່ນ​ກໍ​ບໍ່​ປຸ້ນ ເສືອກ​ໄປ​ປຸ້ນ​ທະ­ນາ­ຄານ ບອກ​ມາ​ເບິ່ງ​ເປັນ​ຫຍັງ​ຈຶ່ງ​ເຮັດ​ແນວ​ນັ້ນ ?” ຝ່າຍ​ໂຈນ​ຕອບ​ວ່າ: “ທີ່​ເຮົາ​ຕ້ອງ​ປຸ້ນ​ຕອນ​ກາງ­ເວັນ​ແດດ​ທ່ຽງ​ຟ້າ ກໍ​ເພາະ​ມັນ​ມີ​ແສງ​ສະ­ຫວ່າງ ແນມ​ເຫັນ​ບ່ອນ​ປຸ້ນ​ດີ ແລະ ທີ່​ປຸ້ນ​ທະ­ນາ­ຄານ…

error: Content is protected !!