ຮ່ວມມືຈັດຕັ້ງໂຄງການ ແລກປ່ຽນວຽກງານການທ່ອງທ່ຽວ

ສະ​ຖາ​ບັນ​ສື່​ມວນ​ຊົນ ວັດ­ທະ­ນະ­ທຳ-ທ່ອງ​ທ່ຽວ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ແລະ ບໍ­ລິ­ສັດ ວັດ­ທະ­ນະ­ທຳ ທ່ອງ​ທ່ຽວ ແລະ ສື່​ມວນ​ຊົນ​ວ້ານ​ຊ່ຽງ ນະ­ຄອນ​ເຊິນ​ເຈິງ ແຫ່ງ ສປ ຈີນ ໄດ້​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ວ່າ​ດ້ວຍ​ການ​ຮ່ວມ​ມື​ເຝິກ­ອົບ­ຮົມ​ວິ­ຊາ​ຊີບ​ທ່ອງ​ທ່ຽວ​ໄລ­ຍະ​ສັ້ນ ໄລ­ຍະ​ກາງ ແລະ ໄລ­ຍະ​ຍາວ ຂຶ້ນ​ຢ່າງ​ເປັນ​ທາງ​ການ ເພື່ອ​ແນ­ໃສ່​ຈັດ​ຕັ້ງ​ໂຄງ­ການ​ແລກ­ປ່ຽນ​ວຽກ​ງານ​ການ­ທ່ອງ­ທ່ຽວ ພັດ­ທະ­ນາ​ບຸກ​ຄະ­ລາ​ກອນ​ທ່ອງ​ທ່ຽວ​ຂອງ ສປປ ລາວ ໃຫ້​ໄດ້​ທັງ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ ພຽງ­ພໍ​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ຕະ­ຫຼາດ​ນັກ​ທ່ອງ​ທ່ຽວ​ຈີນ ທີ່​ມີ​ຈຳ­ນວນ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ ແລະ ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ຂ້າມ​ຊາຍ​ແດນ​ລະ­ຫວ່າງ​ລາວ-ຈີນ ໃຫ້​ນັບ​ມື້​ເພີ່ມ​ຂຶ້ນ​ເລື້ອຍໆ.

ພິ­ທີ​ເຊັນ​ບົດ​ບັນ­ທຶກ​ດັ່ງ­ກ່າວ ໄດ້​ມີ​ຂຶ້ນ​ວັນ​ທີ 22 ພຶດ­ສະ­ພາ 2020 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ການ​ລົງ​ນາມ​ຂອງ​ທ່ານ ວິ­ໄລ​ທອງ ສີ​ຊາ​ນົນ ຫົວ­ໜ້າ​ສະ​ຖາ​ບັນ​ສື່​ມວນ​ຊົນ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ແລະ ທ່ານ ຈ່າງ ເຢ່ ປະ­ທານ​ບໍ­ລິ­ສັດ ວັດ­ທະ­ນະ­ທຳ ທ່ອງ​ທ່ຽວ ແລະ ສື່​ມວນ​ຊົນ​ວ້ານ​ຊ່ຽງ ນະ­ຄອນ​ເຊິນ​ເຈິນ ແຫ່ງ ສປ ຈີນ ມີ​ທ່ານ ອຸ່ນ​ທວງ ຂາວ​ພັນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ສອງ​ຝ່າຍ ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!