ພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ມັກແຜ່ລະບາດໃນໄລຍະລະດູຝົນ ເນື່ອງຈາກຍຸງລາຍເປັນພາຫະນຳເຊື້ອ ເຊິ່ງສ່ວນໃຫຍ່ແມ່ນຈະແຜ່ຂະຫຍາຍໃນໄລຍະລະດູ ກະຊວງສາທາລະນະສຸກໄດ້ແນະນຳໃຫ້ປະຊາຊົນຮ່ວມກັນກຳຈັດແຫຼ່ງເພາະພັນຍຸງລາຍໃຫ້ໝົດໄປ ໂດຍເອົາໃຈໃສ່ປະຕິບັດຫຼັກການ 5 ປ ທີ່ທຸກຄົນ ກໍຄືທຸກຄອບຄົວຕ້ອງປະຕິບັດໃຫ້ໄດ້ເປັນປະຈຳນັ້ນ ປະກອບມີ: ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່ ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້ ນ້ຳຮອງຕີນຕູ້ຖ້ານຮອງຈອກນ້ຳ ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ ຢາງຕີນລົດເກົ່າທີ່ມີນ້ຳຂັງ ປະຕິບັດໃຫ້ເປັນນິໄສປະຈຳທຸກອາທິດ ຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ ຖ້າຫາກທຸກຄົນປະຕິບັດໄດ້ຕາມ 5ປ ຢ່າງເຂັ້ມງວດ ກໍ່ຈະສາມາດຫຼຸດຜ່ອນ ແລະ ປ້ອງກັນການເຈັບເປັນຈາກພະຍາດດັ່ງກ່າວນີ້ໄດ້.
ອີງຕາມການໃຫ້ຂໍ້ມູນຂອງສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໃນວັນທີ 21 ພຶດສະພາ 2020 ໄດ້ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2019 ຫາ 20 ພຶດສະພາ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນ 1.263 ກໍລະນີ ແລະ ເສຍຊີວິດ 2 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນພົບຜູ້ຕິດເຊື້ອໄຂ້ຍຸງລາຍຫຼາຍກວ່າໝູ່ ມີ 334 ກໍລະນີ ແລະ ເສຍຊີວິດ 1 ຄົນ ຮອງລົງມາແຂວງອັດຕະປື 188 ກໍລະນີ ວຽງຈັນ 173 ກໍລະນີ ຄຳມ່ວນ 95 ກໍລະນີ ບໍລິຄຳໄຊ 98 ກໍລະນີ ສາລະວັນ 77 ກໍລະນີ ສະຫວັນນະເຂດ 85 ກໍລະນີ ໄຊຍະບູລີ 76 ກໍລະນີ ເສຍຊີວິດ 1 ຄົນ ເຊກອງ 43 ກໍລະນີ ຫຼວງນ້ຳທາ 29 ກໍລະນີ ອຸດົມໄຊ 24 ກໍລະນີ ຈຳປາສັກ 7 ກໍລະນີ ໄຊສົມບູນ 14 ກໍລະນີ ຜົ້ງສາລີ 5 ກໍລະນີ ຫຼວງພະບາງ 11 ກໍລະນີ ບໍ່ແກ້ວ 4 ກໍລະນີ ສຳລັບແຂວງຊຽງຂວາງ ແລະ ແຂວງຫົວພັນຍັງບໍ່ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍ.
# ຂ່າວ & ພາບ: ເພັດສະໝອນ