ສະຖານີຂົນສົ່ງສາຍໃຕ້ ເຂັ້ມງວດປະຕິບັດມາດຕະການປ້ອງກັນພະຍາດໂຄວິດ

ພາຍ­ຫຼັງ​ທີ່​ລັດ­ຖະ­ບານ​ໄດ້​ອອກ​ແຈ້ງ​ການ ສະ­ບັບ​ເລກ​ທີ 580/ຫສນຍ ເລື່ອງ​ການ​ສືບ­ຕໍ່​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ຜ່ອນ­ຜັນ ແລະ ມາດ​ຕະ­ການ​ປ້ອງ​ກັນ ຄວບ​ຄຸມ​ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໃນ​ໄລ­ຍະ​ວັນ​ທີ 18 ພຶດ­ສະ­ພາ-1 ມິ­ຖຸ­ນາ 2020 ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ທຸກ​ພາກ­ສ່ວນ ໄດ້​ເຄື່ອນ​ໄຫວ​ດຳ­ເນີນ​ກິດ­ຈະ­ການ​ຢ່າງ​ເປັນ​ປົກ­ກະ­ຕິ ໂດຍ​ສະ­ເພາະ​ສະ­ຖາ­ນີ​ຂົນ­ສົ່ງ​ລົດ​ໂດຍ­ສານ​ສາຍ​ໃຕ້-ສາຍ​ຕ່າງ­ປະ­ເທດ ໄດ້​ກັບ​ມາ​ໃຫ້​ບໍ­ລິ­ການ​ປະ­ຊາ­ຊົນ ພ້ອມ​ທັງ​ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ຢ່າງ​ເຂັ້ມ​ງວດ ເປັນ­ຕົ້ນ​ການ​ຄັດ​ແຍກ​ຜູ້​ທີ່​ຈະ​ເດີນ­ທາງ ໃຫ້​ໃສ່​ຜ້າ​ປິດ​ປາກ ການ​ຮັກ­ສາ​ໄລ­ຍະ​ຫ່າງ​ຂອງ​ຜູ້​ທີ່​ຈະ​ເດີນ­ທາງ ແລະ ອື່ນໆ ເພື່ອ​ຮັບ­ປະ­ກັນ​ບໍ່​ໃຫ້​ມີ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເພີ່ມ​ຂຶ້ນ.

ທ່ານ ນາງ ຫຼ້າ ສຸ­ວັນ­ນະ​ໂຊກ ພະ­ນັກ­ງານ​ຈຸດ​ຄັດ​ແຍກ ສະ­ຖາ­ນີ​ຂົນ­ສົ່ງ​ລົດ​ໂດຍ­ສານ​ສາຍ​ໃຕ້-ສາຍ​ຕ່າງ­ປະ­ເທດ ໃຫ້​ສຳ­ພາດ​ວັນ​ທີ 22 ພຶດ­ສະ­ພາ 2020 ວ່າ: ນັບ​ແຕ່​ໄດ້​ເລີ່ມ​ທົດ​ລອງ​ເປີດ​ໃຫ້​ບໍ­ລິ­ການ​ຂົນ­ສົ່ງ ສະ­ເພາະ​ໂດຍ­ສານ​ພາຍ​ໃນ​ປະ­ເທດ​ວັນ​ທີ 18 ພຶດ­ສະ­ພາ 2020 ເປັນ­ຕົ້ນ​ມາ ສະ­ຖາ­ນີ​ຂົນ­ສົ່ງ​ລົດ​ໂດຍ­ສານ​ສາຍ​ໃຕ້ ກໍ​ໄດ້​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ຂອງ​ລັດ­ຖະ­ບານ​ຢ່າງ​ເຂັ້ມ​ງວດ ໂດຍ​ສະ­ເພາະ ການ​ປະ­ຕິ­ບັດ​ຕໍ່​ຜູ້­ໂດຍ­ສານ​ທຸກ​ຄົນ​ທີ່​ມາ​ໃຊ້​ບໍ­ລິ­ການ​ພະ­ນັກ­ງານ​ຂອງ​ສະ­ຖາ­ນີ​ຈະ​ໄດ້​ມີ​ການ​ກວດ​ວັດ­ແທກ​ອຸນ­ຫະ­ພູມ​ຜູ້­ໂດຍ­ສານ ລວມ​ທັງ​ໂຊ​ເຟີ​ລົດ ແອັດ​ລົດ ແລະ ທຸກ​ຄົນ​ກ່ອນ​ອອກ​ເດີນ­ທາງ​ແຕ່​ລະ​ຄັ້ງ ຖ້າ​ຫາກ​ຄົນ​ໃດ​ມີ​ອາ­ການ​ໄຂ້ ພວກ​ເຮົາ​ຈະ​ບໍ່​ໃຫ້​ຂຶ້ນ​ລົດ​ເດີນ­ທາງ ພ້ອມ​ທັງ​ແນະ­ນຳ​ວິ­ທີ​ການ​ປ້ອງ​ກັນ​ການ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ໂດຍ​ມີ​ການ​ເວັ້ນ​ຕັ່ງ​ນັ່ງ ຕາມ​ຈຸດ​ນັ່ງ​ລໍ­ຖ້າ​ຊື້​ປີ້​ລົດ ທີ່​ມີ​ການ​ຂຽນ​ຫ້າມ​ນັ່ງ​ໄວ້​ໃຫ້​ຜູ້­ໂດຍ­ສານ​ປະ­ຕິ­ບັດ ແລະ ໃຫ້​ທຸກ​ຄົນ​ໃສ່​ຜ້າ​ອັດ​ປາກ-ອັດ​ດັງ ໃຊ້​ເຈວ​ລ້າງ​ມື ຖ້າ​ຫາກ​ບໍ່​ມີ​ຜ້າ​ປິດ​ປາກ ພວກ​ເຮົາ​ກໍ​ມີ​ໄວ້​ໃຫ້​ບໍ­ລິ­ການ ໂດຍ​ສະ­ເພາະ​ຜູ້​ທຸກ​ຍາກ​ຂາດ­ເຂີນ​ຈະ​ບໍ່​ໄດ້​ເສຍ​ຄ່າ (ໃຫ້​ລ້າໆ) ພ້ອມ​ນີ້ ຍັງ​ໄດ້​ແນະ­ນຳ​ຜູ້­ໂດຍ­ສານ​ຢູ່​ໃນ​ລົດ ຮັກ­ສາ​ໄລ­ຍະ​ຫ່າງ​ເວັ້ນ​ຕັ່ງ​ນັ່ງ ອະ­ນາ­ໄມ​ທຳ​ຄວາມ​ສະ­ອາດ​ລົດ​ຂອງ​ຕົນ ແລະ ອື່ນໆ ເຊິ່ງ​ຈະ​ໃຫ້​ມີ​ພະ­ນັກ­ງານ​ປະ­ກາດ​ຜ່ານ​ໂທລະ​ໂຄ່ງ​ກ່ອນ​ລົດ​ຈະ​ອອກ​ຈາກ​ຄີວ​ແຕ່​ລະ​ຄັ້ງ ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ປະ­ຕິ­ບັດ ແລະ ຮັບ­ປະ­ກັນ​ຄວາມ​ປອດ​ໄພ ບໍ່​ໃຫ້​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ສຳ­ລັບ​ລົດ​ໂດຍ­ສານ​ແຕ່​ລະ​ສາຍ ເພີ່ນ​ຍັງ​ແລ່ນ​ໃນ​ເວ­ລາ ແລະ ລາ­ຄາ​ປົກ­ກະ­ຕິ​ຄື­ເກົ່າ ສະ­ນັ້ນ​ຈຶ່ງ​ຂໍ​ຄວາມ​ຮ່ວມ​ມື​ທຸກ​ຄົນ ຊ່ວຍ​ກັນ​ປະ­ຕິ­ບັດ​ນຳ​ກັນ ເພື່ອ​ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ໄວ​ຣັສ​ດັ່ງ­ກ່າວ​ຢ່າງ​ເຂັ້ມ​ງວດ.

ທ່ານ ພູ ແກ້ວ​ແສງ​ສະ­ຫວ່າງ ໂຊ​ເຟີ​ລົດ​ແຂວງ​ອັດ​ຕະ​ປື ກ່າວ​ຕື່ມ​ວ່າ: ສຳ­ລັບ​ຜູ້­ໂດຍ­ສານ​ທີ່​ຈະ​ເດີນ­ທາງ​ສາຍ​ວຽງ​ຈັນ-ອັດ​ຕະ​ປື ກ່ອນ​ຂຶ້ນ​ລົດ ພວກ​ເຮົາ​ໄດ້​ປະ­ຕິ­ບັດ​ຕາມ​ແຈ້ງ​ການ ແລະ ຄຳ​ແນະ­ນຳ​ຂອງ​ສະ­ຖາ­ນີ​ຂົນ­ສົ່ງ​ໂດຍ­ສານ​ສາຍ​ໃຕ້​ເຊັ່ນ​ກັນ ເປັນ­ຕົ້ນ ມີ​ເຈວ​ລ້າງ​ມື​ໄວ້​ໃນ​ໜ້າ​ລົດ ໃຫ້​ຜູ້­ໂດຍ­ສານ​ໄດ້​ລາງ​ມື​ທຸກ​ຄັ້ງ ແນະ­ນຳ​ຜູ້­ໂດຍ­ສານ​ໃຫ້​ໃສ່​ຜ້າ​ປິດ​ປາກ ແລະ ຮັກ­ສາ​ໄລ­ຍະ​ຫ່າງ​ຂອງ​ບ່ອນ​ນັ່ງ ເຊິ່ງ​ໄລ­ຍະ​ນີ້ ກໍ​ເຫັນ​ວ່າ​ຜູ້​ເດີນ­ທາງ​ໄປ​ທາງ​ໃຕ້​ຍັງ​ຄວາມ​ເບົາ­ບາງ​ຢູ່ ເຮັດ​ໃຫ້­ການ​ແນະ­ນຳ​ປະ­ຕິ­ບັດ​ການ​ຮັກ­ສາ​ໄລ­ຍະ​ຫ່າງ​ຂອງ​ຜູ້­ໂດຍ­ສານ​ກໍ​ງ່າຍ​ຂຶ້ນ ເຊິ່ງ​ສາ­ເຫດ​ຄື​ທຸກ​ຄົນ​ຮັບ​ຮູ້​ນຳ​ກັນ​ແລ້ວ ໄລ­ຍະ​ນີ້​ຍັງ​ເປັນ​ໄລ­ຍະ​ຜ່ອນ­ຜັນ​ມາດ​ຕະ­ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ຂອງ​ພະ­ຍາດ​ໂຄ​ວິດ-19 ຂອງ​ລັດ­ຖະ­ບານ ເຮັດ​ໃຫ້​ບາງ​ຄົນ​ຍັງ​ມີ​ຄວາມ​ກັງ­ວົນ ແລະ ຢ້ານ​ກົວ​ຕິດ​ໄວ​ຣັສ ເລີຍ​ບໍ່​ປາ­ກົດ​ເຫັນ​ມີ​ຜູ້​ຢາກ​ເດີນ­ທາງ​ຫຼາຍ​ປານ­ໃດ ເຊິ່ງ​ມັນ​ກໍ​ໄດ້​ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ການ​ຂົນ­ສົ່ງ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ພວກ​ເຮົາ​ກໍ​ເຫັນ­ໃຈ​ຜູ້​ປະ­ກອບ​ການ​ນຳ​ກັນ ແລະ ຈະ​ສືບ­ຕໍ່​ຂົນ­ສົ່ງ​ໂດຍ­ສານ​ໃນ​ໄລ­ຍະ​ປະ­ຕິ­ບັດ​ມາດ​ຜ່ອນ­ຜັນ​ຂອງ​ລັດ­ຖະ­ບານ​ແຕ່​ວັນ​ທີ 18 ພຶດ­ສະ­ພາ-1 ມິ­ຖຸ­ນາ 2020 ຕໍ່​ໄປ.

# ຂ່າວ & ພາບ: ລັດ​ເວ­ລາ

error: Content is protected !!