ສື່ອອນລາຍມີບົດບາດສຳຄັນ ໃນໄລຍະສັງຄົມກຳລັງພົບບັນຫາການລະບາດຂອງພະຍາດ COVID-19 ຫຼາຍຄົນຫັນມາໃຊ້ສື່ອອນລາຍ ເພື່ອເປັນອຸປະກອນໃນການສື່ສານ ແລະ ສົ່ງຕໍ່ຂໍ້ມູນທີ່ວ່ອງໄວ ເພື່ອໃຫ້ການຊ່ວຍເຫຼືອໄປເຖິງປະຊາຊົນທຸກຄົນ ໃນເວລາລຳບາກນີ້.

ອາລູນາ ຖາວອນສຸກ ແລະ ສັກ ເຊວ ແມ່ນນັກຮ້ອງທີ່ເປັນບຸກຄົນສຳຄັນຂອງລາວ ທີ່ມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມ ໃນໄລຍະການລະບາດຂອງພະຍາດ COVID-19 ອາລູນາ ໄດ້ແຕ່ງ ແລະ ແບ່ງປັນບົດເພງ “ຂອບໃຈ” ຜ່ານສື່ອອນລາຍ ເພື່ອໃຫ້ກຳລັງໃຈແພດໝໍ ແລະ ພາກສ່ວນທີ່ເປັນແຖວໜ້າ ໃນການຕໍ່ຕ້ານພະຍາດດັ່ງກ່າວ ນອກນີ້ຍັງໄດ້ແຜ່ປັດໃຈ ບໍລິຈາກສະບຽງອາຫານໃຫ້ຊຸມຊົນໃນຫຼາຍໝູ່ບ້ານທົ່ວປະເທດ ໂດຍການແບ່ງປັນໃນເພຈ Facebook ຂອງຕົນ ສ່ວນ ສັກ ເຊວ ກໍໄດ້ແຕ່ງເພງ “ຢູ່ເຮືອນຕ້ານເຊື້ອ” ເພື່ອລະດົມໃຫ້ຄົນຢູ່ເຮືອນຢູ່ບ້ານ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການປ້ອງກັນການແຜ່ເຊື້ອພະຍາດ.

Facebook Live ເປັນອຸປະກອນສຳຄັນສຳລັບຄົນດັງ ນັກຮ້ອງ ແລະ ນັກດົນຕີ ເຊິ່ງວົງ Rustic Boys ແລະ ເຈົ້າຂອງຮ້ານ Rustic White 90’s Music Bar ກໍເປັນໜຶ່ງວົງທີ່ໄດ້ນຳໃຊ້ເຄື່ອງມືນີ້ ໃນການເຜີຍແຜ່ໃນໄລຍະທີ່ຮ້ານປິດບໍລິການ ເຊິ່ງທ່ານນາງ ປານຕາວັນ ດວງລາສີ (ເຈົ້າຂອງຮ້ານ) ກ່າວວ່າ: ເດືອນຜ່ານມາ ພວກເຮົາໄດ້ຖ່າຍທອດສົດ ການເສບດົນຕີສົດ ຜ່ານທາງ Facebook ໃຫ້ແຟນເພງ ແລະ ຜູ້ຕິດຕາມພວກເຮົາ ເຊິ່ງສາມາດສ້າງລາຍໄດ້ຜ່ານການບໍລິຈາກ ແລະ ໄດ້ມອບເຂົ້າກ໋ອງໃຫ້ແພດໝໍຂອງໂຮງໝໍມິດຕະພາບ 150 ຕຽງ 75 ກ໋ອງ ນ້ຳ 5 ແກັດ ແລະ ໄດ້ມອບເງິນ 2 ລ້ານກວ່າກີບ ເພື່ອຊື້ສະບຽງອາຫານໃຫ້ປະຊາຊົນບ້ານກ້ອນຄຳ.

# ຂ່າວ & ພາບ: ສະບາໄພ