
ສູນເຕັກນິກກະສິກຳ-ປ່າໄມ້ ຮ່ວມມືລາວ-ຫວຽດນາມ ແຂວງຫົວພັນ ລົງນາມບົດບັນ ທຶກການຮ່ວມມືດ້ານວິຊາການ ກັບ ກຸ່ມບໍລິສັດພົງສະຫວັນຈຳກັດ ວັນທີ 21 ພຶດສະພາ 2020 ເພື່ອພັດທະນາສູນດັ່ງກ່າວໃຫ້ມີຄວາມກ້າວໜ້າ ແລະ ເຂັ້ມແຂງ ເປັນສູນລວມແນວພັນພືດ ແນວພັນສັດທີ່ມີຄຸນນະພາບ ເປັນບ່ອນຖ່າຍທອດຄວາມຮູ້ ເຕັກນິກ ວິຊາການ ການເຝິກອົບຮົມ ແລະ ພັດທະນາສວນສາທິດ ເພື່ອຂະຫຍາຍຕາໜ່າງອອກສູ່ຊາວກະສິກອນໃນເຂດພື້ນທີ່ອ້ອມຂ້າງສູນ ແລະ ບັນດາແຂວງໃກ້ຄຽງ.

ໂຄງການດັ່ງກ່າວ ຍັງຈະຊ່ວຍຂຸດຄົ້ນທ່າແຮງບົ່ມຊ້ອນດ້ານວຽກງານກະສິກຳ ເພື່ອຕອບສະໜອງຄວາມຕ້ອງການຂອງຊາວກະສິກອນດ້ານແນວພັນພືດ ແນວພັນສັດ ແລະ ເຕັກນິກວິຊາການໃຫ້ທັນລະດູການຜະລິດ ທັງຮັບປະກັນດ້ານປະລິມານ ແລະ ຄຸນນະ ພາບຂອງຜົນຜະລິດ ແນໃສ່ຊຸກຍູ້ ແລະ ສະໜັບສະໜູນແຜນງານນະໂຍບາຍຂອງລັດຖະ ບານ ໃນການສົ່ງເສີມການຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ກໍຄືນະໂຍບາຍສົ່ງເສີມການຫັນເປັນທັນສະໄໝຂອງຂະແໜງກະສິກຳ ໄປສູ່ອຸດສາຫະກຳການກະເສດເທື່ອລະກ້າວ.


# ຂ່າວ & ພາບ: ສະບາໄພ