ຊ່ວຍເມຍ

ຊາຍ​ທີ່​ມີ​ຖາ­ນະ​ເປັນ​ຜົວ 2 ຄົນ ໄດ້​ມາ​ນັ່ງ​ແລກ­ປ່ຽນ​ກ່ຽວ​ກັບ​ຄວາມ​ຮູ້­ສຶກ​ຂອງ​ຕົນ ໃນ​ເວ­ລາ​ເມຍ​ພວມ​ເບັ່ງ​ລູກ​ອອກ ແລະ ວ່າ​ພວກ​ຕົນ​ໄດ້​ຊ່ວຍ​ເມຍ​ຫຍັງ​ແດ່. ຜູ້​ທີ​ໜຶ່ງ: “ເວ­ລາ​ເມຍ​ເຮົາ​ເບັ່ງ​ລູກ​ອອກ​ນັ້ນ ເຮົາ​ຊ່ວຍ​ນາງ​ປະ​ດຸງ​ຄັນ​ຢ່າງ​ໃກ້­ຊິດ ເຮົາ​ໂຈມ​ແຂນ​ທັງ​ສອງ​ເບື້ອງ​ຂອງ​ເມຍ ທັງ​ເວົ້າ​ໃຫ້​ກຳ­ລັງ​ໃຈ… ສ່ວນ​ນາງ​ປະ​ດຸງ​ຄັນ​ນັ້ນ​ເອົາ​ທາງ​ເບື້ອງ​ລຸ່ມ !”. ຜູ້​ທີ​ສອງ: “ເຮົາ​ຫັ້ນ​ຮູ້­ສຶກ​ຮ້ອນໆ​ຮົນໆ​ປານ​ຖືກ​ໄຟ​ລົນ…

47 ວັນ ສປປ ລາວບໍ່ພົບຜູ້ຕິດເຊື້ອພະຍາດ COVID-19 ໃໝ່ ແຕ່ຕ້ອງສືບຕໍ່ເຝົ້າລະວັງ ເພາະກຸ່ມປະເທດອາຊຽນຍັງສືບຕໍ່ລະບາດ

ສປປ ລາວ ບໍ່​ພົບ​ຜູ້​ທີ່​ເຊື້ອ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ເປັນ​ເວ­ລາ 47 ວັນ​ຕິດ­ຕໍ່​ວັນ ແຕ່​ຢ່າງ­ໃດ​ກໍ​ຕາມ ຢູ່​ພາກ​ພື້ນ​ອື່ນ​ຍັງ​ມີ​ການ​ລະ­ບາດ​ເປັນ​ວົງ​ກວ້າງ​ເຊັ່ນ: ທະ­ວີບ​ອາ​ເມ​ຣິ​ກາ ແລະ ທະ­ວີບ​ເອີ​ຣົບ ມີ​ບາງ​ປະ­ເທດ ຈຳ­ນວນ​ຜູ້​ຕິດ­ເຊື້ອ​ມື້​ດຽວ​ມີ​ເຖິງ 26.991 ຄົນ…

ຊີໂນ-ອາກຣີ ໂປຕາສ ມອບເຄື່ອງຊ່ວຍເຫຼືອຄະນະສະເພາະກິດຕ້ານ COVID-19

ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ ທົງ ຢົງ​ເຮືອງ ກຳ­ມະ­ການ​ບໍ­ລິ­ຫານ​ອຳ­ນວຍ​ການ​ໃຫຍ່ ບໍ­ລິ­ສັດ ຊີ​ໂນ-ອາ​ກຣີ ສາ­ກົນ ພັດ­ທະ­ນາ​ເກືອ​ໂປ​ຕາ​ສ ຈຳ­ກັດ ທັງ​ເປັນ​ອຳ­ນວຍ​ການ​ໃຫຍ່ ຊີ​ໂນ-ອາ​ກຣີ ໂປ​ຕາ​ສ ຈຳ­ກັດ ໄດ້​ມອບ​ເຄື່ອງ​ຊ່ວຍ­ເຫຼືອ​ຕ້ານ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19)…

ມອບ-ໂອນການຄຸ້ມຄອງນະໂຍບາຍອຸດໝູນບຳນານ

ພິ­ທີ​ມອບ-ໂອນ ການ​ຄຸ້ມ​ຄອງ​ນະ­ໂຍ­ບາຍ​ອຸດ​ໝູນ​ບຳ­ນານ ນາຍ ແລະ ພົນ­ທະ­ຫານ ນາຍ ແລະ ພົນ​ຕຳ­ຫຼວດ​ທີ່​ໄດ້​ຮັບ​ນະ­ໂຍ­ບາຍ​ອຸດ​ໝູນ​ບຳ­ນານ ເສຍ​ອົງ­ຄະ​ຍ້ອນ​ການ​ສູ້​ຮົບ ແລະ ຮັບ​ໃຊ້​ການ​ສູ້​ຮົບ ລະ­ຫວ່າງ​ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ-ສັງ­ຄົມ​ນະ­ຄອນ­ຫຼວງ​ວຽງ​ຈັນ (ຮສສ ນວ)…

ໄຊທານີ ໄຂຂະບວນການປູກໄມ້ 3 ຈຸດ ໃນເນື້ອທີ່ 6,5 ເຮັກຕາ

ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້​ນະ­ຄອນ­ຫຼວງ​ວຽງ​ຈັນ ຮ່ວມ​ກັບ​ອົງ­ການ​ປົກ­ຄອງ​ເມືອງ​ໄຊ​ທາ­ນີ ຫ້ອງ­ການ​ກະ­ສິ­ກຳ-ປ່າ­ໄມ້​ເມືອງ​ໄຊ​ທາ­ນີ ແລະ ອຳ­ນາດ​ການ​ປົກ­ຄອງ​ບ້ານ​ນາ​ໂງ່ມ​ໃໝ່ ແລະ ບ້າ​ນາ​ໂງ່ມ​ເກົ່າ ໄດ້​ຈັດ​ພິ­ທີ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ 1 ມິ­ຖຸ­ນາ​ຂຶ້ນ​ໃນ​ວັນ​ທີ 29 ພຶດ­ສະ­ພາ 2020 ທີ່​ວັດ​ບ້ານ​ນາ​ໂງ່ມ​ໃໝ່…

ພຶດສະພານີ້ ທົ່ວນະຄອນຫຼວງວຽງຈັນ ມີການເສຍຊີວິດຈາກອຸບັດເຫດຫຼາຍກວ່າ 10 ຄົນ

ທ່ານ ພັນ​ໂທ ເພັງ​ສະ­ຫວັນ ທຳ​ມະ​ບູນ ຫົວ­ໜ້າ​ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ພາຍ­ຫຼັງ​ທີ່​ລັດ­ຖະ­ບານ ​ໄດ້​ຜ່ອນ­ຜັນ​ມາດ​ຕະ­ການ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ພະ­ຍາດ​ໂຄ​ວິດ-19 ໂດຍ​ອະ­ນຸ­ຍາດ​ໃຫ້​ມີ​ການ​ສັນ­ຈອນ​ໄປ​ມາ​ພາຍ​ໃນ​ແຂວງ ເລີ່ມ​ແຕ່​ວັນ​ທີ 4 ພຶດ­ສະ­ພາ 2020 ເປັນ­ຕົ້ນ​ມາ ການ​ສັນ­ຈອນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​…

ສີສັດຕະນາກ ໄຂຂະບວນການປູກຕົ້ນໄມ້

ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ໄຂ​ຂະ​ບວນ​ການ​ປູກ​ຕົ້ນ­ໄມ້​ທົ່ວ​ເມືອງ​ຂຶ້ນ​ວັນ​ທີ 29 ພຶດ­ສະ­ພາ 2020 ທີ່​ເສັ້ນ­ທາງ​ຕັດ​ໃໝ່​ບ້ານ​ດອນ​ນົກ​ຂຸ້ມ ຫາ​ບ້ານ​ດອນ​ກອຍ ເມືອງ​ສີ​ສັດ­ຕະ​ນາກ ມີ​ໄລ­ຍະ​ທາງ 1,5 ກິ­ໂລ­ແມັດ ໂດຍ​ປູກ​ເບ້ຍ​ຕົ້ນ​ໄຊ…

ການປັບປຸງເສັ້ນຈະລາຈອນຫຼ້າຊ້າ ຍ້ອນພະຍາດ COVID-19

ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ຫຼາຍ​ຂົງ­ເຂດ​ວຽກ​ງານ ໃນ​ນີ້ ສະ­ເພາະ​ໂຄງ­ການ​ປັບ­ປຸງ​ເສັ້ນ​ຈະ­ລາ­ຈອນ​ຖະ­ໜົນ​ສາຍ​ຫຼັກ ຢູ່​ຕົວ​ເມືອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ຕ້ອນ­ຮັບ​ວັນ​ສຳ­ຄັນ​ຕ່າງໆ​ຂອງ​ພັກ-ຂອງ​ຊາດ ທັງ​ເປັນ​ການ​ສ້າງ​ຄວາມ​ຮັບ­ປະ­ກັນ​ໃຫ້­ການ​ສັນ­ຈອນ​ມີ​ຄວາມ​ປອດ​ໄພ ເຊິ່ງ​ໂຄງ­ການ​ດັ່ງ­ກ່າວ​ມີ​ຄວາມ​ຫຼ້າ​ຊ້າ​ຈາກ​ເດີມ ແລະ ຄາດ​ວ່າ​ຈະ​ສຳ­ເລັດ​ໃນ​ກາງ​ເດືອນ​ພຶດ­ສະ­ພາ​ນີ້. ທ່ານ ສີ​ວອນ ຊັບ​ທະ­ວີ ຮອງ​ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ…

ຕຸ້ຍຫຼາຍ ສ່ຽງເກີດພະຍາດ

ປັດ­ຈຸ­ບັນ ພາ­ວະ​ສັງ­ຄົມ​ໄດ້​ມີ​ການ​ພັດ­ທະ­ນາ ເຮັດ​ໃຫ້​ຫຼາຍ​ຢ່າງ​ໄດ້​ເປັນ​ສິ່ງ​ທີ່​ຮີບ​ດ່ວນ ສົ່ງ​ຜົນ​ໃຫ້​ພຶດ­ຕິ​ກຳ​ການ​ບໍ­ລິ­ໂພກ​ຂອງ​ຄົນ​ໃນ​ສັງ­ຄົມ​ຕ້ອງ​ປ່ຽນ­ແປງ​ໄປ ມີ​ອາ­ຫານ​ຫຼາຍ​ປະ­ເພດ​ທີ່​ຖືກ​ຜະ­ລິດ​ຂຶ້ນ​ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ຕໍ່​ຜູ້​ບໍ­ລິ­ໂພກ​ໃນ​ຊີ­ວິດ​ປະ­ຈຳ​ວັນ ໃນ​ຂະ­ນະ​ດຽວ​ກັນ​ກໍ​ສ່ຽງ​ຕໍ່​ໂລກ­ໄພ­ໄຂ້­ເຈັບ​ຕາມ​ມາ​ດ້ວຍ​ເຊັ່ນ​ກັນ ເຊິ່ງ​ພະ­ຍາດ​ທີ່​ເກີດ​ຈາກ​ພຶດ­ຕິ​ກຳ​ການ​ບໍ­ລິ­ໂພກ​ຜິດໆ​ໃນ​ປັດ­ຈຸ­ບັນ​ນີ້​ເປັນ​ໂລກ​ໃກ້​ໂຕ ແລະ ມັກ​ພົບ​ຫຼາຍ​ທີ່​ສຸດ​ນັ່ນ ຄື: ໂລກ​ຕຸ້ຍ ແພດ​ຜູ້​ຊ່ຽວ­ຊານ​ດ້ານ​ວິ­ໄຈ​ເຜີຍ​ວ່າ “ນອກ ຈາກ​ໂຣກ​ຕຸ້ຍ​ຈະ​ສົ່ງ​ຜົນ​ກະ­ທົບ​ໃຫ້​ຜູ້​ປ່ວຍ​ເກີດ​ມີ​ຄວາມ­ດັນ ເບົາ­ຫວານ ພະ­ຍາດ­ຫົວ­ໃຈ​ອື່ນໆ…

error: Content is protected !!