ພິທີມອບ-ໂອນ ການຄຸ້ມຄອງນະໂຍບາຍອຸດໝູນບຳນານ ນາຍ ແລະ ພົນທະຫານ ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບນະໂຍບາຍອຸດໝູນບຳນານ ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ລະຫວ່າງພະແນກແຮງງານ ແລະ ສະຫວັດດີການ-ສັງຄົມນະຄອນຫຼວງວຽງຈັນ (ຮສສ ນວ) ແລະ ກອງບັນຊາການທະຫານ ກອງບັນຊາການປ້ອງກັນຄວາມສະຫງົບ ນວ ຈັດຂຶ້ນວັນທີ 29 ພຶດສະພາ 2020 ທີ່ ພະແນກ ຮສສ ນວ ກ່າວມອບໂດຍທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກ ຮສສ ນວ ກ່າວຮັບໂດຍທ່ານ ພັນເອກ ບົວເງິນ ຫົງໄຂຄຳ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານ ນວ ແລະ ທ່ານ ພັນເອກ ຄຳເກີດ ກຸມມານ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນວ ມີທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ນວ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີທ່ານ ສົມຫວັງ ອິນທະວົງ ຫົວໜ້າສູນບໍລິຫານກອງທຶນປະກັນສັງຄົມ ນວ ຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດນະໂຍບາຍໃຫ້ພະນັກງານບຳນານໃນໄລຍະຜ່ານມາວ່າ ທົ່ວນະຄອນຫຼວງວຽງຈັນ ມີພະນັກງານອາວຸໂສບຳບານທັງໝົດ 6.500 ກວ່າຄົນ ຍິງເກືອບ 3.000 ຄົນ ໃນນັ້ນ ພະນັກງານບຳນານຝ່າຍຕຳຫຼວດມີ 860 ກວ່າຄົນ ຍິງ 320 ກວ່າຄົນ ແລະ ຝ່າຍທະຫານ 2.800 ກວ່າຄົນ ຍິງ 1.000 ກວ່າຄົນ ໄລຍະຜ່ານມາ ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມນະຄອນຫຼວງວຽງຈັນ ກໍໄດ້ເອົາໃຈໃສ່ໃນການຄຸ້ມຄອງ ແລະ ປະຕິບັດບັນດານະໂຍບາຍຕ່າງໆຕາມລະບຽບກົດໝາຍ ພ້ອມນີ້ ຍັງໄດ້ເອົາໃຈໃສ່ໃນການເຊີນເອົາພະນັກງານອາວຸໂສບຳນານເຂົ້າຮ່ວມງານພົບປະ ແລກປ່ຽນຄວາມຄິດຄວາມເຫັນໃນວັນສຳຄັນຕ່າງໆຂອງຊາດ ແລະ ເຊີນເຂົ້າຮ່ວມກອງປະຊຸມເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກັບພະນັກງານບຳນານຢູ່ຕ່າງແຂວງ ພະແນກ ຮສສ ນວ ໄດ້ຮັບການມອບ-ໂອນໃນການຄຸ້ມຄອງ ແລະ ປະຕິບັດນະໂຍບາຍຈາກພາກສ່ວນກຳລັງປ້ອງກັນຊາດໃນປີ 2001 ແລະ ພາກສ່ວນກຳລັງປ້ອງກັນຄວາມສະຫງົບໃນປີ 2011.



# ຂ່າວ & ພາບ: ອົ່ນ ໄຟສົນທອງ