ສປປ ລາວ ບໍ່ພົບຜູ້ທີ່ເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ເປັນເວລາ 47 ວັນຕິດຕໍ່ວັນ ແຕ່ຢ່າງໃດກໍຕາມ ຢູ່ພາກພື້ນອື່ນຍັງມີການລະບາດເປັນວົງກວ້າງເຊັ່ນ: ທະວີບອາເມຣິກາ ແລະ ທະວີບເອີຣົບ ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວມີເຖິງ 26.991 ຄົນ ແລະ ບາງປະເທດເສຍຊີວິດ 1.393 ຄົນຕໍ່ມື້ ແລະ ໃນບັນດາກຸ່ມປະເທດອາຊຽນ ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 29 ພຶດສະພາ ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 84.886 (1.620 ໃໝ່) ເສຍຊີວິດ 2.612 ຄົນ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອໃໝ່ສູງເຖິງ 687 ຄົນຕໍ່ມື້ ມື້ຜ່ານມານີ້ເສຍຊີວິດໃນປະເທດອາຊຽນທັງໝົດ 40 ຄົນ.

ທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ໄດ້ກ່າວວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງແລງ ຂອງວັນທີ 28 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 75 ຄົນ ໃນນັ້ນມີແຮງງານລາວທີ່ກັບມາແຕ່ໄທ 72 ຄົນ ກໍລະນີສົງໄສ 03 ຄົນ ຜົນກວດແຮງງານລາວ ແລະ ກໍລະນີສົງໄສທັງໝົດທີ່ກວດມື້ວານນີ້ບໍ່ພົບເຊື້ອ. ສ່ວນຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 3 ຄົນ ຍິງ 2 ຄົນ ທັງໝົດມີອາການປົກກະຕິ.

ເຖິງວ່າ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ລາຍວັນຕິດຕໍ່ກັນ ແຕ່ປະຊາຊົນລາວບັນດາເຜົ່າ ໃຫ້ເອົາໃຈໃສ່ຮັບຟັງຟັງຂໍ້ມູນສະພາບການລະບາດຂອງພະຍາດ COVID-19 ຢູ່ປະເທດລາວ ກໍຄືຢູ່ປະເທດໃນອາຊຽນ ແລະ ໃນທົ່ວໂລກ ແລະ ຖະແຫຼງການສະບັບໃໝ່ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລົງວັນທີ 29 ພຶດສະພາ 2020 ແມ່ນການຜ່ອນຜັນໄລຍະທີ່ III ແຕ່ວັນທີ 02-30 ມິຖຸນາ 2020 ບັນຫາສຳຄັນ ຂໍໃຫ້ບັນດາທ່ານເຂົ້າໃຈວ່າ ການຜ່ອນຜັນມາດຕະການຕ່າງໆ ແມ່ນນະໂຍບາຍຂອງພັກ-ລັດຖະບານ ທີ່ເປັນຫ່ວງເປັນໄຍຕໍ່ຜົນກະທົບດ້ານຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ດ້ານເສດຖະກິດ-ສັງຄົມ ຊຶ່ງເປັນໂອກາດໃຫ້ພາກທຸລະກິດ ກໍຄືພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ກັບຄືນມາດຳເນີນຊີວິດແບບປົກກະຕິ ກໍຄືກິດຈະການກັບຄືນສູ່ສະພາບເດີມເທື່ອລະກ້າວ ຂໍໃຫ້ສ້າງຄວາມເຂົ້າໃຈແຈ້ງການສະບັບໃໝ່ນີ້ ໃຫ້ມີຄວາມເປັນເອກະພາບ ແລະ ຮ່ວມແຮງຮ່ວມໃຈກັນປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ.
# ຂ່າວ & ພາບ: ເພັດສະໝອນ