ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ຮ່ວມກັບອົງການປົກຄອງເມືອງໄຊທານີ ຫ້ອງການກະສິກຳ-ປ່າໄມ້ເມືອງໄຊທານີ ແລະ ອຳນາດການປົກຄອງບ້ານນາໂງ່ມໃໝ່ ແລະ ບ້ານາໂງ່ມເກົ່າ ໄດ້ຈັດພິທີປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາຂຶ້ນໃນວັນທີ 29 ພຶດສະພາ 2020 ທີ່ວັດບ້ານນາໂງ່ມໃໝ່ ເປັນກຽດເຂົ້າຮ່ວມຂອງທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ທ່ານ ໜູກີ ສີຫາລາດ ຮອງເຈົ້າເມືອງໆໄຊທານີ ພ້ອມດ້ວຍຫົວໜ້າ ຮອງພະແນກການອ້ອມຂ້າງ ປະຊາຊົນ ນ້ອງນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ທ່ານ ທອງສຸກ ບົວລີຂັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ ໃຫ້ຮູ້ວ່າ: ການປູກຕົ້ນໄມ້ໃນຄັ້ງນີ້ ເພື່ອພ້ອມກັນປູກຕົ້ນໄມ້ສ້າງຂະບວນການໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ວັນສິ່ງແວດລ້ອມໂລກ ວັນສິ່ງແວດລ້ອມແຫ່ງຊາດ ທັງເປັນການສະຫຼອງວັນເດັກນ້ອຍສາກົນ ປະຈຳປີ 2020 ພ້ອມທັງເພື່ອສ້າງສະຕິ ແລະ ປູກຈິດສຳນຶກໃນການປູກຕົ້ນໄມ້ ປົກປັກຮັກສາພັດທະນາປ່າໄມ້ ທີ່ດິນປ່າໄມ້ ແນໃສ່ໃຫ້ປ່າໄມ້ອຸດົມສົມບູນ ໂດຍສະເພາະເພີ່ມທະວີການປົກຫຸ້ມຂອງປ່າສະຫງວນພູເຂົາຄວາຍ.

ໃນຊຸມປີຜ່ານມາ ເມືອງໄຊທານີ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ວຽກງານຊຸກຍູ້ ແລະ ສົ່ງເສີມການປູກໄມ້ໃຫ້ເປັນປ່າ ເພື່ອເພີ່ມເນື້ອທີ່ປົກຫຸ້ມສີຂຽວ ໂດຍໄດ້ປຸກລະດົມປະຊາຊົນຢ່າງເປັນຂະບວນຟົດຟື້ນ ສຸມໃສ່ການຜະລິດເບ້ຍໄມ້ເພື່ອຕອບສະໜອງໃຫ້ສັງຄົມໄດ້ຢ່າງພຽງພໍ ສຳລັບເນື້ອທີ່ປູກໄມ້ໃນແຜນການປີ 2020 ວາງໄວ້ 100 ເຮັກຕາ ແລະ ການຜະລິດເບ້ຍໄມ້ປີນີ້ ປະຕິບັດຕົວຈິງສາມາດຜະລິດໄດ້ 3 ລ້ານກວ່າເບ້ຍ ຈາກສວນກ້າຂອງເມືອງຈຳນວນ 12 ແຫ່ງ ລວມທັງພາກລັດ ແລະ ເອກະຊົນ ພ້ອມນີ້ ພາຍໃນເມືອງສະເພາະມື້ນີ້ ແມ່ນໄດ້ແບ່ງເປັນ 3 ຈຸດປູກຄື: ວັດບ້ານນາໂງ່ມໃໝ່ ແລະ ສວນສາທາລະນະໜອງໂງ່ມໃໝ່ ເນື້ອທີ່ 1 ເຮັກຕາ ໃຊ້ເບ້ຍໄມ້ 1.700 ເບ້ຍ ຈຸດໂຮງຮຽນ ມສ ພວງໄຊ ເນື້ອທີ່ເຄີ່ງເຮັກຕາ ໃຊ້ເບ້ຍໄມ້ 250 ກວ່າເບ້ຍ ແລະ ຈຸດທີ່ສາມແມ່ນສະຖານທີ່ທ່ອງທ່ຽວຕາດນົກກົກ ເນື້ອທີ່ 5 ເຮັກຕາ ເຊິ່ງຈະໃຊ້ເບ້ຍໄມ້ 4 ພັນກວ່າເບ້ຍ ລວມເນື້ອທີ່ປູກທັງໝົດ 6,5 ເຮັກຕາ ນຳໃຊ້ເບ້ຍໄມ້ທັງໝົດ 5.950 ເບ້ຍ ປະກອບມີໄມ້ອຸດສາຫະກຳປະເພດໄມ້ວິກ ໄມ້ປະດັບ ໄມ້ດູ່ລາຍ ໄມ້ຂະຍຸງ ແລະ ໄມ້ແຕ້ຂ່າ.



# ຂ່າວ & ພາບ: ເພັດສະໝອນ