ສີສັດຕະນາກ ໄຂຂະບວນການປູກຕົ້ນໄມ້

ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ໄຂ​ຂະ​ບວນ​ການ​ປູກ​ຕົ້ນ­ໄມ້​ທົ່ວ​ເມືອງ​ຂຶ້ນ​ວັນ​ທີ 29 ພຶດ­ສະ­ພາ 2020 ທີ່​ເສັ້ນ­ທາງ​ຕັດ​ໃໝ່​ບ້ານ​ດອນ​ນົກ​ຂຸ້ມ ຫາ​ບ້ານ​ດອນ​ກອຍ ເມືອງ​ສີ​ສັດ­ຕະ​ນາກ ມີ​ໄລ­ຍະ​ທາງ 1,5 ກິ­ໂລ­ແມັດ ໂດຍ​ປູກ​ເບ້ຍ​ຕົ້ນ​ໄຊ ຈຳ­ນວນ 260 ເບ້ຍ ເຊິ່ງ​ມີ​ໄລ­ຍະ​ຫ່າງ​ກັນ​ຕົ້ນ​ລະ 5 ແມັດ ພາຍ­ຫຼັງ​ທີ່​ປູກ​ສຳ­ເລັດ​ແລ້ວ ແມ່ນ​ມອບ​ໃຫ້​ບໍ­ລິ­ສັດ​ຈັດ​ສວນ​ຂອງ​ເມືອງ​ສີ​ສັດ­ຕະ​ນາກ​ ເປັນ​ຜູ້​ປົກ​ປັກ​ຮັກ­ສາ​ເບິ່ງ­ແຍງ​ໃຫ້​ຕົ້ນ­ໄມ້​ໃຫຍ່ ພ້ອມ​ນັ້ນ ຍັງ​ຈະ​ສືບ­ຕໍ່​ປຸກ­ລະ­ດົມ​ພໍ່​ແມ່​ປະ­ຊາ­ຊົນ ສຳ­ນັກ­ງານ ອົງ­ການ ໃຫ້​ປູກ​ຕົ້ນ­ໄມ້​ບ່ອນ​ທີ່​ມີ​ເງື່ອນ­ໄຂ​ປູກ​ໄດ້​ຕໍ່ໆ​ໄປ​ອີກ ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຄຳ­ນັບ​ຮັບ​ຕ້ອນ ແລະ ສະ­ເຫຼີມ­ສະ­ຫຼອງ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ 1 ມິ­ຖຸ­ນາ ນອກ​ນີ້ ຍັງ​ເປັນ​ການ​ປະ­ກອບ­ສ່ວນ​ສ້າງ​ນະ­ຄອນ­ຫຼວງ​ວຽງ​ຈັນ ​ໃຫ້​ເປັນ​ນະ­ຄອນ​ສີ­ຂຽວ ອາ­ກາດ​ປອດ­ໂປ່ງ ແລະ ອື່ນໆ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!