ວັນທີ 22 ຕຸລາ 2021 ທີ່ສູນການຄ້າລາວ-ໄອເຕັກ ໄດ້ເປີດນໍາໃຊ້ລະຫັດ QR ໃນບັດຢັ້ງຢືນການຮັບວັກຊິນກັນພະຍາດໂຄວິດ-19 ຢ່າງເປັນທາງການ ເຊິ່ງລະບົບດັ່ງກ່າວ ຖືກພັດທະນາໂດຍກະຊວງສາທາລະນະສຸກ ອົງການອະນາໄມໂລກ ແລະ ຄູ່ຮ່ວມພັດທະນາ ໂດຍຈະເປັນບາດກ້າວສໍາຄັນໃນການຮັບປະກັນວ່າ ບັດຢັ້ງຢືນການຮັບວັກຊິນ…
Author: VTm Indee
ມອບ-ຮັບໜ້າທີ່ຫົວໜ້າພາສີແຂວງຄຳມ່ວນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່
ວັນທີ 22 ຕຸລາ 2021 ທີ່ພະແນກການເງິນແຂວງຄຳມ່ວນ ໄດ້ມີພິທີມອບ-ຮັບໜ້າທີ່ ລະຫວ່າງທ່ານ ສີສະຫວາດ ໄຊຍະວົງ ຫົວໜ້າກອງກວດກາພາສີ (ຜູ້ເກົ່າ) ກັບ ທ່ານ ພູເມືອງ ແກ້ວຈັນທະລາ ຫົວໜ້າພາສີປະຈຳແຂວງຄຳມ່ວນ…
ຍັງພົບຜູ້ຕິດເຊື້ອໂຄວິດ-19 ພາຍໃນປະເທດສູງ ແລະ ຍັງມີຜູ້ສຶບຕໍ່ປິ່ນປົວກວມເອົາ 0,096% ຂອງພົນລະເມືອງ
ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດລາວຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ປັດຈຸບັນຍັງມີຜູ້ຕິດເຊື້ອໂຄວິດ-19 ທີ່ຈະຕ້ອງສືບຕໍ່ປິ່ນປົວກວມເອົາ 0,096 ຂອງພົນລະເມືອງທັງໝົດ ເຊິ່ງຜູ້ຕິດເຊື້ອສ່ວນໃຫຍ່ແມ່ນຕິດພາຍໃນປະເທດ ແລະ ນຳເຂົ້າຈຳນວນໜຶ່ງ. ຕາມການງານຂອງທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ…
ເລັ່ງຟື້ນຟູຂະແໜງການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກໂຄວິດ-19
ໃນວັນທີ 21 ຕຸລາ 2021 ທີ່ນະຄອນຫຼວງວຽງຈັນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ນຳສະເໜີແນວທາງການຟື້ນຟູການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສຳລັບປີ…
LaoVietBank ສາຂາຫຼວງພະບາງ ມອບເຄື່ອງບໍລິໂພກໃຫ້ 3 ພາກສ່ວນພາຍໃນແຂວງຫຼວງພະບາງ ເພື່ອຕໍ່ສູ້ໂຄວິດ-19.
ວັນທີ 21 ຕຸລາ 2021 ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ສາຂາຫຼວງພະບາງ ໄດ້ນຳເອົາເຄື່ອງບໍລິໂພກຈໍານວນໜຶ່ງມອບໃຫ້ແກ່ຄະນະສະເພາະກິດ 3 ພາກສ່ວນຄື: ນະຄອນຫຼວງພະບາງ ກອງບັນຊາການ…
ເມືອງຫາດຊາຍຟອງ ໄດ້ຮັບເຄື່ອງຊ່ວຍເຫຼືອຊຸກຍູ້ຕ້ານໂຄວິດ 19 ເພື່ອນຳໄປຊ່ວຍຜູ້ຈຳກັດຕົວຢູ່ສູນ
ວັນທີ 21 ຕຸລາ 2021 ຄະນະນຳອົງການປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບເອົາເຄື່ອງຊ່ວຍເຫຼືອທາງດ້ານການແພດ ເພື່ອຕ້ານພະຍາດໂຄວິດ-19 ລວມທັງນ້ຳດື່ມ ແລະ ເຄື່ອງບໍລິໂພກຕ່າງໆຈຳນວນໜຶ່ງ ຈາກບັນດາບໍລິສັດທີ່ມາມອບໃຫ້ ທີ່ສຳນັກງານປົກຄອງເມືອງດັ່ງກ່າວ ເພື່ອທີ່ຈະນໍາໄປແຈກຢາຍໃຫ້ກັບຜູ້ທີ່ໄດ້ຈໍາກັດຕົວຢູ່ສູນ ເພື່ອໃຫ້ມີຄວາມສະດວກ ແລະ…
ແນະນໍາໃຫ້ໃຊ້ເຄື່ອງກວດໂຄວິດ-19 ທີ່ຖືກຮັບຮອງຈາກອົງການອະນາໄມໂລກ ແລະ ຕ້ອງຖືກນໍາໃຊ້ຈາກແພດໝໍເທົ່ານັ້ນ
ອີງຕາມການຖະແຫຼງຂ່າວຂອງທ່ານ ຣັດຕະນະໄຊ ເພດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ປະຈໍາວັນທີ 22 ຕຸລາ 2021ໃຫ້ຮູ້ວ່າ: ປັດຈຸບັນນີ້ ມີປະຊາຊົນຈຳນວນໜຶ່ງໄດ້ຊື້ເຄື່ອງກວດດ້ວຍຕົນເອງຕາມທ້ອງຕະຫຼາດ ມາກວດແລ້ວພົບຂຶ້ນ 2 ຂີດ ແລະ ແຈ້ງເຂົ້າມາໂດຍຜ່ານສາຍດ່ວນວ່າບໍ່ມີລົດມາຮັບໄປປີ່ນປົວ ເຊິ່ງຂ້າພະເຈົ້າຂໍຊີ້ແຈງຄືດັ່ງນີ້: …
JDB ສືບຕໍ່ຊ່ວຍເຫຼືອວຽກງານຕ້ານພະຍາດໂຄວິດ
ວັນທີ 19-20 ຕຸລາ 2021 ທະນາຄານຮ່ວມພັດທະນາ (JDB) ເຊິ່ງເປັນທະນາຄານທຸລະກິດຂອງລາວ ໄດ້ສືບຕໍ່ມອບເງິນຊ່ວຍເຫຼືອໃຫ້ບັນດາສູນປິ່ນປົວພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ລວມເປັນເງິນທັງໝົດ 200 ລ້ານກີບ ກ່າວມອບໂດຍທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມພັດທະນາ…
ຍົກລະດັບຄວາມຮູ້ກ່ຽວກັບວຽກງານການຄຸ້ມຄອງການປະມົງໃຫ້ກັບ 6 ບ້ານເປົ້າໝາຍ
ຊຸດເຝິກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ທີມງານຕິດຕາມກວດກາການປະມົງຂັ້ນບ້ານ ໃຫ້ກັບ 6 ບ້ານເປົ້າໝາຍ ຂອງໂຄງການໂຄງການສົົ່ງເສີມການຈັດການວຽກງານການປະມົງ ຢູ່ລຽບຕາມແຄມແມ່ນໍ້າຂອງ ຢູ່ເມືອງ ໄຊພູທອງ ແຂວງສະຫວັນນະເຂດ (ເຫຼົ່າໝາກຫູດ ເວີນຄູນ ເຮືອນຫີນ ຄັນທ່າຈານ ນາພານ ແລະ ທ່າໂພ)…